ກອງທັບປະຊາຊົນລາວກັບແຜນການໂຕນຄຸກ
ທິດກໍ່າ:
ໃນວັນທີ 28 ເດືອນກໍລະກົດ 1959 ເປັນມື້ທີ່ລັດຖະບານ ຜຸຍ ຊະນະນິກອນ ຈັບຜູ້ນຳແນວລາວຮັກຊາດເຂົ້າຄຸກ ເຊິ່ງເອົາໄປຂັງຢູ່ຄອກມ້າເກົ່າທີ່ຖືກດັດແປງມາເປັນຄຸກ ຢູ່ທີ່ຄ້າຍໂພນເຄັງ ກະຊວງປ້ອງກັນປະເທດໃນປັດຈຸບັນ. ບັນດາຜູ້ນຳທີ່ຖືກຈັບທັງໝົດມີຢູ່ 16 ທ່ານດ້ວຍກັນ ໃນນີ້ຜູ້ສຳຄັນກໍມີ ທ່ານ ປະທານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ສີທົນ ກົມມະດຳ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ ແລະ ຜູ້ນຳອື່ນໆ. ອັນສາເຫດກໍຍ້ອນວ່າ ໃນປີ 1957 ໄດ້ມີການລວມລາວເພື່ອສ້າງຄວາມຖືກຕ້ອງປອງດອງຊາດ, ປະຕິບັດຕາມສັນຍາເຊີແນວປີ 1954 ແລະ ສັນຍາວຽງຈັນປີ 1957. ການລວມລາວໃນຄັ້ງນີ້ແມ່ນມີການເລືອກຕັ້ງຢ່າງຄັກແນ່ ພັກຂອງແນວລາວຮັກຊາດ ແລະ ຝ່າຍເປັນກາງທີ່ສະໜັບສະນູນໄດ້ 13 ທີ່ນັ່ງໃນຈຳນວນຜູ້ແທນທັງໝົດ 20 ທ່ານ ໂດຍແມ່ນທ່ານ ສຸວັນ ນະພູມມາ ເປັນນາຍົກລັດຖະມົນຕີ, ແຕ່ລັດຖະບານປະສົມທີ່ມີການເລືອກຕັ້ງມີອາຍຸພຽງປີດຽວກໍຖືກລົ້ມສະຫລາຍ ຍ້ອນທ່ານ ຜຸຍ ຊະນະນິກອນ ເຮັດລັດຖະປະຫານໂຄ້ນລົ້ມ ໂດຍມີອາເມລິກາເປັນຜູ້ຢູ່ເບື້ອງຫລັງ.
ເມື່ອທ່ານ ຜຸຍ ຊະນະນິກອນ ໄດ້ເຮັດລັດຖະປະຫານໂຄ້ນລົ້ມລັດຖະບານປະສົມແລ້ວ ກໍປະກາດຕົນເອງເປັນນາຍົກລັດຖະມົນຕີ ແລ້ວວາງນະໂຍບາຍປາບປາມກອມມູນິດ ສັ່ງຈັບຜູ້ນຳແນວລາວຮັກຊາດເຂົ້າຄຸກເຖິງ 16 ທ່ານ. ຕໍ່ໜ້າສະພາບການອັນເປັນໜ້າສິ້ວໜ້າຂວານນັ້ນ, ທາງຄະນະນຳສູນກາງແນວລາວຮັກຊາດອັນມີປະທານ ໄກສອນ ພົມວິຫານ ເປັນແກນນຳ ໄດ້ວາງແຜນເອົາຜູ້ນຳອອກຈາກຄຸກສອງວິທີຄື: ອັນທີໜຶ່ງ ໃຊ້ກຳລັງກອງຕີພິເສດ (Commando) ມາຈູ່ໂຈມເອົາໃນເວລາພວກສັດຕູເຜີ, ສ່ວນປະເດັນອັນທີສອງແມ່ນວິທີຕຶກເບັດສາຍແລບ ໂດຍໃຊ້ວິທີຂົນຂວາຍພວກສາລະວັດທະຫານທີ່ເຝົ້າຍາມຄຸກໃຫ້ເປັນໃຈແລ້ວພາກັນໂຕນໜີ. ແຜນການແຫກຄຸກໄດ້ເລືອກເອົາວິທີທີສອງ ເພາະຈະຮັບປະກັນຕໍ່ຄວາມປອດໄພຫລາຍກວ່າ.
ຜ່ານການດຳລົງຊີວິດຢູ່ໃນຄຸກເປັນເວລາ 10 ເດືອນ, ບັນດາຜູ້ນຳເຮົາຈຳນວນ 16 ທ່ານ ພ້ອມດ້ວຍສາລະວັດອີກ 8 ຄົນທີ່ຮູ້ເຫັນເປັນໃຈກໍສາມາດໂຕນອອກຈາກຄຸກໄດ້ຢ່າງມະຫັດສະຈັນ. ແຜນການໂຕນຄຸກໃນຄັ້ງນີ້ແມ່ນພາຍໃຕ້ການຊີ້ນຳ-ນຳພາຂອງສູນກາງແນວລາວຮັກຊາດ ແລະ ການປະຕິບັດການທາງທະຫານຂອງກອງທັບປົດປ່ອຍປະຊາຊົນລາວ ໂດຍມີປະທານ ໄກສອນ ພົມວິຫານ ເປັນແກນນຳ ພ້ອມເຫລົ່າທະຫານກອງຕີພິເສດ, ມີສາລະວັດທະຫານທີ່ບອກໄດ້ໃຊ້ຟັງຂອງ ຜຸຍ ຊະນະນິກອນ ເອງ ແລະ ກຳລັງສູ້ຮົບທີ່ກຽມພ້ອມປະຈັນບານໃນກໍລະນີເສຍລັບ ຫລື ຖືກສັດຕູຈັບໄດ້ໄລ່ທັນ. ໃນຄືນຂ້ອນແຈ້ງແຫ່ງມື້ໂຕນຄຸກ ທ່ານ ຊຽງໂສມ ກຸນລະວົງ ນັກເຄື່ອນໄຫວໃຕ້ດິນກອງຕີພິເສດຂັ້ນເທບ ໄດ້ເຂົ້າມາຢູ່ໃນຄຸກ ເພື່ອກະກຽມ, ພ້ອມພາກັນເບີກເຄື່ອງແບບສາລະວັດທະຫານ, ເບີກອາວຸດຍຸດໂທຄົບມືກ່ອນຈະອຳລາບາຍບ່າຍຄຸກໂພນເຄັງໄປດ້ວຍບັນຍາກາດອັນເຄັ່ງຮ້ອນ, ຂ້ຽວຂາດລຸຍຂ້າມນ້ຳຮ່ອງໄກ່ແກ້ວ, ຜ່ານທົ່ງນາບ້ານໂພນຕ້ອງ ເບັດໃສ່ໜອງທາ, ໜອງບຶກ, ດົງຫລວງ, ນາຍາງ, ດ່ານຊີດ່ານສູງດ້ວຍຄວາມອົງອາດກ້າຫານ ແລະ ມີຄວາມປອດໄພທຸກຢ່າງ.
ພໍຮຸ່ງເຊົ້າມາ, ພາບທີ່ຍັງຄົງໃຫ້ເຫັນກໍມີແຕ່ຄຸກເປົ່າ ພ້ອມຫາງສຽງໂຄສະນາປ່າວຂ່າວອຶກກະທຶກຄຶກໂຄມ ບາງຄົນກໍວ່າໜີໄປທາງໃຕ້, ບາງຫາງສຽງພັດວ່າໄປທາງເໜືອ. ຜູ້ສັນທັດໃນເລື່ອງໝັດມວຍກໍວ່າເປັນຍ້ອນລຸງສິງກະໂປມີມວຍເກັ່ງຈຶ່ງສາມາດໂຕນຄຸກໄປໄດ້. ສ່ວນຜູ້ສັນທັດໃນເລື່ອງເຄື່ອງລາງຂອງຂັງກໍວ່າເປັນຍ້ອນລຸງສີທົນ ກົມມະດຳ ມີວິຊາອາຄົມເປັນຍອດ, ມີຮອດມົນສະເດາະກຸນແຈ, ທັງຍິງບໍ່ເຂົ້າສັບບໍ່ແຕກ ສາມາດເລືອມຕາກຸ້ມໄດ້ເປັນກອງຮ້ອຍກອງພັນ ສັບມະປິແຕ່ຜູ້ຈະເວົ້າ, ແຕ່ສິ່ງຕັດສິນຊີ້ຂາດທີ່ແທ້ຈິງ ຄືຄວາມສະຫລາດ, ມີໄຫວພິບ, ຍຸດທະສາດ, ຍຸດທະວິທີ, ສິລະປະຍຸດຂອງກອງກຳລັງທະຫານແນວລາວຮັກຊາດ ໂດຍສະເພາະແມ່ນກອງຕີພິເສດຂອງກອງທັບປົດປ່ອຍປະຊາຊົນລາວ. ໃນມື້ນັ້ນ ກຳລັງທະຫານຂອງຝ່າຍວຽງຈັນໄດ້ໃຊ້ລົດ ແລະ ທະຫານຫລາຍກອງຮ້ອຍ, ກອງພັນຕິດຕາມໄຕ່ນຳຕາມເສັ້ນທາງຕ່າງໆ ນັບທັງໃຊ້ຍົນເວີ່ນສອດແນມ ເພື່ອຊອກຫາໄລ່ລ່າຢ່າງໃກ້ຊິດ ແຕ່ສຸດທ້າຍກໍໝົດຄວາມຫວັງບໍ່ເຫັນຮອດກິ່ນອາຍ. ນີ້ຄືເຫດການ ແລະ ສິ່ງທ້າທາຍລະຫວ່າງສອງອິດທິກຳລັງທີ່ມີຄວາມຂັດແຍ່ງກັນລະຫວ່າງສິນທຳກັບອະທຳໃນຍຸກສົງຄາມເຢັນ. ມາຮອດປັດຈຸບັນ ເຫດການໂຕນຄຸກຢ່າງມະຫັດສະຈັນຂອງກຳລັງແນວລາວຮັກຊາດຍັງຈາລຶກໄວ້ໃນປະຫວັດສາດຂອງຊາດລາວ ແລະ ກອງທັບປະຊາຊົນລາວທີ່ພິສູດໃຫ້ເຫັນເຖິງຄວາມສາມາດຂອງກອງຕີພິເສດ ແລະ ຍັງພິສູດໃຫ້ເຫັນຜູ້ຊະນະຜູ້ແພ້ໃນຂະບວນການຕໍ່ສູ້ ເພື່ອປົດປ່ອຍປະເທດຊາດອອກຈາກການຮຸກຮານຂອງສັດຕູໄດ້ຢ່າງຊິ້ນເຊີງ. ມາຮອດປີ 2020 ນີ້ ອາຍຸຂອງກອງຕີພິເສດກອງທັບປົດປ່ອຍປະຊາຊົນລາວກໍມີອາຍຸໄດ້ 65 ປີແລ້ວ ຂໍໃຫ້ນັກຮົບກອງຕີພິເສດທຸກສະຫາຍທຸກຄົນຈົ່ງແຫລມເໝືອນດັ່ງຄົມພ້າ, ກ້າດັ່ງຕາເວັນ, ທັນສະໄໝໄຮ້ທຽມທານໃນຍຸກໃໝ່ທັນສະໄໝນີ້.