ພະນັກງານຍຸກໃໝ່ຕ້ອງເຮັດໄດ້ຫລາຍວຽກ
ທິດກໍ່າ:
ແນວທາງແຜນນະໂຍບາຍຂອງພັກ ແລະ ລັດຖະບານເຮົາ ກໍຄືໃນມະຕິຕ່າງໆ ໂດຍສະເພາະແມ່ນມະຕິຄັ້ງທີ IX ແລະ X ຂອງພັກໄດ້ກຳນົດແຈ້ງວ່າ: ການສ້າງສາພັດທະນາປະເທດຊາດຕ້ອງຫັນສູ່ເປັນທັນສະໄໝ. ກໍໝາຍຄວາມວ່າ: ຍຸກນີ້ເປັນຍຸກອຸດສາຫະກຳ 4.0 ໄປແລ້ວ ທຸກສິ່ງຢ່າງບໍ່ວ່າແຕ່ຄົນ ນັບທັງຂອດການຜະລິດ ຫລື ການອອກແຮງງານຂອງຄົນເຮົາກໍລ້ວນແລ້ວແຕ່ນຳໃຊ້ເຕັກໂນໂລຊີອັນທັນສະໄໝເຂົ້າໃນການບໍລິຫານທີ່ມີປະສິດທິ ພາບ ແລະ ຄຸນນະພາບ. ອີກປະການໜຶ່ງ ການຫັນເອົາພະນັກງານເຮັດໄດ້ຫລາຍວຽກນັ້ນເປັນການປະຕິບັດນະໂຍບາຍແຫ່ງຊາດ ທັງຫລຸດຜ່ອນການໃຊ້ຈ່າຍບໍລິຫານ, ປະຢັດເວລາ, ປະຢັດຄົນ ແລະ ປະຢັດວັດຖຸ ເຊິ່ງໂດຍລວມເອີ້ນວ່າ: ປະຢັດຄວາມຊິ້ນເປືອງຕ່າງໆນັ້ນເອງ.
ກ່ອນໜ້ານີ້ຊາວ-ສາມສິບປີ ການບໍລິຫານວຽກ ໂດຍສະເພາະໃນກົງຈັກບໍລິຫານລັດ ພວກເຮົາມີການເກື້ອກູນກັນຫລາຍ. ຕົວຢ່າງພຽງວຽກເລຂານຸການກໍມີຫລາຍຄົນບິແບ່ງກັນເຮັດ, ຜູ້ໜຶ່ງເປັນຜູ້ລໍຖ້າເອົາເອກະສານໄປເຊັນນຳຫົວໜ້າ, ຜູ້ໜຶ່ງລໍຖ້າຈ້ຳກາປະທັບ, ຜູ້ໜຶ່ງລໍຖ້າຈົດທະບຽນເອກະສານຂາເຂົ້າ-ຂາອອກ, ຜູ້ໜຶ່ງເປັນຜູ້ສຳເນົາເອກະສານ ແລະ ອີກຜູ້ໜຶ່ງເປັນຜູ້ເຮັດໜ້າທີ່ປະຊາສຳພັນ ໃຜມີຈຸດປະສົງຕ້ອງການເຂົ້າພົບຫົວໜ້າຕ້ອງໄດ້ຜ່ານຜູ້ນັ້ນກ່ອນ ຫລື ເຜີໆມາ ເວລາວຽກດ່ວນມາຮອດພັດຍັງຄາເອົາລູກກິນນົມ ອວ່າຍພຸ້ນອວ່າຍພີ້ລູກພັດໄຫ້ແອ່ວ. ການບໍລິຫານວຽກເກື້ອກູນແບບນີ້ ທິດກໍ່າ ເຄີຍເຫັນ ແລະ ເຄີຍໄດ້ຜ່ານມາແລ້ວ ແລະ ຍັງບໍ່ທັນກ່າວເຖິງເວລາຜູ້ໜຶ່ງຂາດສຸກເສີນແມ່ນຫຍຸ້ງປານເຈັກຂາຍລວດ.
ນັບແຕ່ປະເທດຊາດເຮົາໄດ້ເປີດກວ້າງຕໍ່ພາຍນອກ ນັບແຕ່ປີ 1987 ເປັນຕົ້ນມາ ກໍເຫັນວ່າມີຫລາຍອັນຫລາຍຢ່າງເລີ່ມມີການປ່ຽນແປງ ບໍ່ວ່າທາງດ້ານເສດຖະກິດ ແລະ ສັງຄົມ ອາດເວົ້າໄດ້ວ່າຈາກຫລັງມືເປັນໜ້າມືທີ່ຂາວສະອາດ ແລະ ໃສແຈ້ງ ແລະ ເດີນໜ້າໄປຕິກໆ ຈົນມາຮອດມະຕິຄັ້ງທີ IX ພັກ ແລະ ລັດຖະບານເຮົາໄດ້ເລັ່ງບຸກທະລຸໃນການສ້າງສາພັດທະນາປະເທດຊາດໃຫ້ໄປທັນໝູ່ ສົມທົບກັບການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ດ້ວຍການເຂົ້າຮ່ວມເປັນພາຄີໃນຫລາຍອົງກອນທີ່ກ້າວໜ້າ ແລະ ສອດຄ່ອງກັບຍຸກສະໄໝ. ດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ: ການເລັ່ງບຸກທະລຸຂອງພັກ ແລະ ລັດຖະບານເຮົາມີ 4 ເປົ້າໝາຍຕົ້ນຕໍຄື: ໜຶ່ງແມ່ນແກ້ໄຂດ້ານບໍລິຫານເກື້ອກູນ; ສອງແມ່ນຈິນຕະນາການແບບເກົ່າແກ່, ແນວຄິດຄັບແຄບເຫັນແຕ່ອັນເກົ່າບໍ່ເຫັນອັນໃໝ່, ບໍ່ເບິ່ງກວ້າງມອງໄກ; ສາມແມ່ນດ້ານການສ້າງຊັບພະຍາ ກອນມະນຸດໃຫ້ເປັນຄົນດີມີຄຸນນະພາບ, ມີຄວາມຊື່ສັດຕໍ່ປະເທດຊາດບ້ານເມືອງ; ສີ່ແມ່ນບຸກທະລຸດ້ານການລຶບລ້າງອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ ຈົນເຖິງຂັ້ນກຳນົດແຈ້ງວ່າ: ປີ 2020 ຕ້ອງລຶບລ້າງໃຫ້ໄດ້ຕໍ່ຄວາມທຸກຍາກ ແລະ ດ້ອຍພັດທະນາຂອງປະເທດ, ແຕ່ສຸດທ້າຍມາຮອດປັດຈຸບັນນີ້ກໍຍັງບໍ່ທັນສາມາດເຮັດຕາມຄວາມຄາດຫວັງໄດ້ ອັນມີປັດໄຈ ແລະ ຫລາຍສາເຫດ ຍ້ອນຄວາມຊິນເຄີຍປະອັນເກົ່າບໍ່ໄດ້ ຄືແບບແຜນວິທີເຮັດວຽກຍັງຕິດຫ້ອຍອັນເກົ່າ, ຊ້ຳບໍ່ໜຳ ເກີດປາກົດການຫຍໍ້ທໍ້ຫລາຍຢ່າງມາກົດໜ່ວງຄວາມຈະເລີນຂອງຊາດ ຈົນມາຮອດຍຸກນີ້ກໍຍັງເປັນຊ້ຳເຮື້ອແກ້ໄຂບໍ່ທັນຕົກຄື: ການສໍ້ລາດບັງຫລວງ, ຢາເສບຕິດ, ສັງຄົມຫລິ້ນກິນຟຸມເຟືອຍ, ຂີ້ລັກງັດແງະ, ປຸ້ນຈີ້, ຄ້າມະນຸດ, ຄ້າປະເວນີໃນຫລາຍຮູບແບບ. ບັນດາປາກົດການທີ່ກ່າວມານີ້ແມ່ນລ້ວນແລ້ວແຕ່ເກີດມາຈາກອັນເກົ່າທີ່ພວກເຮົາພາກັນປ່ຽນໄດ້ຍາກ. ປາກົດການເຫລົ່ານີ້ຍັງບໍ່ທັນໄດ້ກ່າວເຖິງຂອດປະຕູດຽວ, ຂອດການເກັບລາຍຮັບບໍ່ໄດ້ຕາມເປົ້າ, ຂອດພະນັກງານຂອງລັດສວຍໃຊ້ໜ້າທີ່ຕຳແໜ່ງໃນການໂກງກິນບ້ານກິນເມືອງ ແລະ ອື່ນໆ.
ແນວໃດກໍຕາມ, ພໍຕົກມາເຖິງຍຸກນີ້ ພວກເຮົາຕ້ອງໄດ້ພ້ອມກັນສຳນຶກ ແລະ ປ່ຽນແປງໄດ້ແລ້ວ ແລະ ກໍຍັງເຫັນວ່າ 4 ບຸກທະລຸຂອງພັກໃນມະຕິ IX ຍັງເປັນຕຳລາທີ່ອຳມະຕະ. ຂໍຊົມເຊີຍລັດຖະບານຊຸດປັດຈຸບັນທີ່ໄດ້ຕັດສິນໃຈເຮັດ ແລະ ແກ້ຂອດຕ່າງໆທີ່ຍັງກົດໜ່ວງຄວາມຈະເລີນຂອງຊາດ ເຊິ່ງໜຶ່ງໃນພາລະກິດນັ້ນກໍຄືດັດສົມພະນັກງານຂອງລັດຕ້ອງເຮັດໄດ້ຫລາຍວຽກ, ຍິ່ງໄປກວ່ານັ້ນ ພະນັກງານລັດຕ້ອງມີຄວາມຮູ້ຄວາມສາມາດສູງ, ມີຄຸນສົມບັດ, ສັດຊື່ ແລະ ເປັນແບບຢ່າງທີ່ດີ. ອົງກອນຂອງພັກ ແລະ ສະມາຊິກພັກຕ້ອງເປັນແກນນຳ, ເປັນແບບຢ່າງໃນການນຳພາ, ຄຸ້ມຄອງອົງກອນຂອງຕົນໃຫ້ມີຄວາມສະຫງົບ, ເຂັ້ມແຂງ, ປອດໃສຂາວສະອາດ. ຖ້າອົງຄະນະພັກຢູ່ບ່ອນໃດ, ສະມາຊິກພັກສະຫາຍໃດພາໝູ່ເພຂ້ຽວປ່ຽນແປງ ແລະ ປັບປຸງຊັບຊ້ອນ ເພາະໄລຍະນີ້ພວມຢູ່ໃນທ່າມກາງກອງປະຊຸມໃຫຍ່ສາມຂັ້ນຂອງພັກ, ຖ້າບໍ່ດັ່ງນັ້ນ ຜູ້ທີ່ມີບັນຫາພາເພມັນກໍຈະມີໂອກາດກິນບ້ານກິນເມືອງຕໍ່ໄປ ຢ່າໃຫ້ເສຍພາບພົດບົດບາດຂອງພັກຍ້ອນຄົນພໍມະຍ່ອມມະແຍ່ມນັ້ນ.