ຍ້ອນຫຍັງການຄຸ້ມຄອງການນຳເຂົ້າສິນຄ້າຢູ່ປະເທດເຮົາຈຶ່ງມີຄວາມທ້າທ້າຍ
ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ປັດຈຸບັນ, ສິນຄ້າທີ່ນຳເຂົ້າມາ ສປປ ລາວ ສ່ວນໃຫຍ່ເປັນສິນຄ້າທີ່ບໍ່ສາມາດຜະລິດໄດ້ຢູ່ພາຍໃນ ແລະ ມີສິນຄ້າຈຳນວນໜຶ່ງທີ່ສາມາດຜະລິດໄດ້ຢູ່ພາຍໃນ, ແຕ່ບໍ່ສາມາດຕອບສະໜອງດ້ານລາຄາ, ປະລິມານ ແລະ ຄຸນນະພາບທີ່ດີກວ່າ, ຈຶ່ງເຮັດໃຫ້ມີຄວາມຈຳເປັນນຳເຂົ້າຢູ່, ເຊິ່ງໄດ້ສົ່ງຜົນກະທົບຕໍ່ຄວາມອາດສາມາດໃນການແຂ່ງຂັນຂອງຜູ້ຜະລິດພາຍໃນ.
ສິນຄ້າພາຍໃນທີ່ໄດ້ຮັບຜົນກະທົບໜັກແມ່ນປະເພດພືດຜັກ, ຊີ້ນ, ໝາກໄມ້, ຜະລິດຕະພັນສັດ ເປັນຕົ້ນ: ງົວ, ໝູ, ໄກ່, ປາ, ອາຫານ, ກາເຟ, ນ້ຳດື່ມ, ເບຍ, ສິນຄ້າອຸດສາຫະກຳປະເພດເຫລັກ, ຊີມັງ, ຢາສູບ ແລະ ອື່ນໆ. ຂະນະດຽວກັນນິຕິກຳສໍາຄັນທີ່ເປັນບ່ອນອີງໃຫ້ແກ່ການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງລາວ ກໍມີຫລາຍ ແຕ່ເບິ່ງຄືບໍ່ເຂັ້ມງວດພໍເພື່ອການຄຸ້ມຄອງນຳເຂົ້າ ແລະ ສົ່ງອອກໃຫ້ມີຄວາມກົມກຽວກັນເຊັ່ນ: ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍອາຫານ, ກົດໝາຍວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ, ກົດໝາຍວ່າດ້ວຍມາດຕະຖານ ແລະ ນິຕິກຳອື່ນໆ.
ຕໍ່ສະພາບດັ່ງກ່າວ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນຳໃຊ້ກົນໄກຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າທີ່ລັດຖະບານສ້າງຂຶ້ນ ເພື່ອສົມທົບກັບກະຊວງການເງິນ, ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້, ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກະຊວງກ່ຽວຂ້ອງອື່ນໆ ເພື່ອກຳນົດບາງມາດຕະການຄຸ້ມຄອງ ເພື່ອໃຫ້ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້າຕໍ່ຜູ້ຊົມໃຊ້, ພ້ອມທັງເປັນການປົກປ້ອງຜູ້ຜະລິດພາຍໃນໂດຍສອດຄ່ອງກັບສັນຍາ, ສົນທິສັນຍາສາກົນ ແລະ ພາກພື້ນທີ່ ສປປ ລາວ ເປັນພາຄີ ທີ່ໄດ້ກໍານົດຫລັກການຄື: ດ່ານທີ່ອະນຸຍາດໃຫ້ນຳເຂົ້າສີນຄ້າຕ້ອງເປັນດ່ານສາກົນເທົ່ານັ້ນ ເຊັ່ນ: ເບື້ອງລາວ-ຫວຽດນາມ ແມ່ນດ່ານແດນສະຫວັນ-ລາວບາວ ແລະ ດ່ານນາເພົາ-ຈາລໍ) ແລະ ເບື້ອງລາວ-ໄທ ແມ່ນ (ດ່ານຂົວມິດຕະພາບ 2 ແລະ 3) ເພື່ອສົ່ງເສີມການນຳເຂົ້າສິນຄ້າຊົມໃຊ້ພາຍໃນ, ແຕ່ເນື່ອງຈາກການນໍາເຂົ້າ-ສົ່ງອອກສິນຄ້າຜ່ານດ່ານດັ່ງກ່າວ ສ່ວນໃຫຍ່ເປັນລັກສະນະການຄ້າຜ່ານແດນ, ເຈົ້າໜ້າທີ່ກ່ຽວຂ້ອງປະຈຳດ່ານຕ້ອງໄດ້ປະຕິບັດຕາມມາດຕະການ NTMs ໄດ້ກຳນົດໄວ້ຢ່າງເຂັ້ມງວດ, ໂດຍສະເພາະແມ່ນການນໍາເຂົ້າພືດຜັກ, ອາຫານ ແລະ ຢາ ຖ້າພົບເຫັນສິນຄ້າໃດທີ່ບໍ່ປະຕິບັດຕາມມາດຕະການດັ່ງກ່າວແມ່ນໃຫ້ປະຕິເສດການນຳເຂົ້າ, ໝາຍວ່າສົ່ງກັບຄືນ ຫລື ທຳລາຍຖິ້ມ ແລະ ຖ້າເຈົ້າໜ້າທີ່ພາກສ່ວນ ໃດລະເລີຍຕໍ່ໜ້າທີ່ ແມ່ນໃຫ້ປະຕິບັດລະບຽບວິໄນຕາມລະບຽບກົດໝາຍ, ນອກນີ້, ສິນຄ້າທີ່ນຳເຂົ້າຕ້ອງມີໃບຢັ້ງຢືນຄຸນນະພາບ ແລະ ມາດຕະຖານຕາມທີ່ໄດ້ກຳນົດໄວ້ ທີ່ອອກໃຫ້ໂດຍປະເທດຜູ້ສົ່ງອອກ ຫລື ປະເທດທີ່ຜະລິດ ຫລື ຂະແໜງການທີ່ກ່ຽວຂ້ອງຢູ່ເບື້ອງລາວ ເພື່ອຮັບປະກັນຄວາມປອດໄພ, ສຸຂະ
ພາບ ແລະ ຊີວິດຂອງຜູ້ຊົມໃຊ້, ເຈົ້າໜ້າທີ່ກ່ຽວຂ້ອງຕ່າງໆຕ້ອງເຂັ້ມງວດໃນການກວດກາສະຫລາກສິນຄ້າຕ້ອງເປັນພາສາລາວ ເພາະຍັງເຫັນຫລາຍຫ້າງຮ້ານຂາຍສິນຄ້າທີ່ມີສະຫລາກເປັນພາສາຕ່າງປະເທດ. ພ້ອມດຽວກັນ ໃຫ້ສົມທົບກັນກວດກາ ແລະ ຕິດຕາມການນຳໃຊ້ສິນຄ້າທີ່ໄດ້ຮັບນະໂຍບາຍດ້ານພາສີ-ອາກອນ ເພື່ອຮັບໃຊ້ໂຄງການ ໂດຍຫ້າມບໍ່ໃຫ້ລັກລອບນຳມາຂາຍຕາມທ້ອງຕະຫລາດ, ຖ້າພົບເຫັນແມ່ນໃຫ້ໃຊ້ມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ, ພາກລັດທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງການແຜນ ແລະ ການລົງທຶນ, ອຸດສາຫະກຳ ແລະ ການຄ້າ, ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຮ່ ແລະ ອື່ນໆ ຕ້ອງປັບປຸງຂັ້ນຕອນການບໍລິການອອກອະນຸມັດຕ່າງໆໃຫ້ມີຄວາມກະທັດຮັດ ແລະ ວ່ອງໄວຂຶ້ນ ເປັນຕົ້ນແມ່ນການອະນຸມັດແຜນນຳເຂົ້າປະຈຳປີ (Master list), ແຜນການເຄື່ອນໄຫວຂອງໂຮງງານປະຈຳປີ, ການວິໄຈຄຸນນະພາບ ແລະ ມາດຕະຖານການຜະລິດ ແລະ ອື່ນໆ, ເຊິ່ງໃນຜ່ານມາຍັງເຫັນວ່າຊັກຊ້າອາດເປັນປັດໄຈໜຶ່ງທີ່ສົ່ງຜົນກະທົບຕໍ່ຕົ້ນທຶນການຜະລິດທີ່ເພີ່ມຂຶ້ນ ສາເຫດຍ້ອນບໍ່ສາມາດຜະລິດໄດ້ທັນກັບຄວາມຕ້ອງການແລ້ວຫັນມານຳເຂົ້າສິນຄ້າທີ່ເປັນສຳເລັດຮູບແທນ.
ສະຫລຸບແລ້ວ, ບັນດາມາດຕະການຄຸ້ມຄອງ ແລະ ແກ້ໄຂທີ່ກ່າວມານັ້ນ ຈະສົ່ງຜົນດີໃຫ້ຜູ້ຜະລິດພາຍໃນ, ແຕ່ໃນທາງກົງກັນຂ້າມຈະສົ່ງຜົນກະທົບຕໍ່ຜູ້ຊົມໃຊ້ ກໍຄືປະຊາຊົນທີ່ອາໄສຢູ່ ສປປ ລາວ ທີ່ຈະຊື້ ຫລື ຊົມໃຊ້ສິນຄ້າທີ່ນຳເຂົ້າແພງຂຶ້ນ, ເຖິງວ່າມີຫລາຍສິນຄ້າທີ່ ສປປ ລາວ ສາມາດຜະລິດເອງໄດ້ ແຕ່ຍັງບໍ່ສາມາດຕອບສະໜອງທາງດ້ານລາຄາ, ປະລິມານ ແລະ ຄຸນນະພາບ ຈຶ່ງມີຄວາມຈຳເປັນຊົມໃຊ້ສິນຄ້າທີ່ນຳເຂົ້າຢູ່. ສະນັ້ນ ຂະແໜງການລັດກ່ຽວຂ້ອງຕ້ອງເພີ່ມທະວີປະສານສົມທົບກັນປັບປຸງຂັ້ນຂອດ ແລະ ເວລາການບໍລິການຂອງພາກລັດໃຫ້ດີ ເພື່ອແນໃສ່ຫລຸດຜ່ອນຕົ້ນທຶນຕ່າງໆທີ່ບໍ່ຈຳເປັນໃຫ້ແກ່ຜູ້ຜະລິດພາຍໃນ ເພື່ອໃຫ້ສາມາດແຂ່ງຂັນກັບຕ່າງປະເທດໄດ້. ຄຽງຄູ່ກັບການຊຸກຍູ້ສົ່ງເສີມຜູ້ຜະລິດພາຍໃນປັບປຸງລາຄາ, ປະລິມານ ແລະ ຄຸນນະພາບສິນຄ້າຂອງຕົນໃຫ້ດີ ເພື່ອຮັບປະກັນດ້ານຜົນປະໂຫຍດໃຫ້ແກ່ພາກລັດ, ຜູ້ຜະລິດ ແລະ ຜູ້ຊົມໃຊ້.