ການກິລາໜຶ່ງໃນຍຸດທະສາດການພັດທະນາຄົນ
ສຳລັບໃນຄໍລຳມື້ນີ້, ທິດກໍ່າ ຍັງກ້ຽວວຽນຢູ່ນຳວົງການກິລາຂອງບ້ານເຮົາ ເພາະວ່າບັນຍາກາດໃນການໄປຮ່ວມມະຫະກຳກິລາຊີເກມ ຄັ້ງທີ 30 ທີ່ຟີລິບປິນເປັນເຈົ້າພາບຫາກໍປິດລົງໃນວັນທີ 11 ທັນວາ 2019 ທີ່ຜ່ານມານີ້ເອງ. ອີກປະການໜຶ່ງ ກໍເພື່ອເປັນການສະດຸດີກັບຫລຽນຄຳ, ຫລຽນເງິນ ແລະ ຫລຽນທອງແດງທີ່ຫາກໍໄດ້ຮັບມາຢ່າງໃໝ່ໆໝາດໆ. ເວົ້າແທ້ກໍຂໍຊົມເຊີຍຜົນງານຂອງນັກກິລາ, ບັນດາຄູຝຶກ ຕະຫລອດໜ່ວຍງານທີ່ຮັບຜິດຊອບ ນັບແຕ່ການກະກຽມຄວາມພ້ອມໄປຈົນເຖິງການນຳພາທັບນັກກິລາແຕ່ລະປະເພດໄປຮ່ວມແຂ່ງຂັນໃນຊີເກມຄັ້ງນີ້ຈົນສຳເລັດຜົນທຸກປະການ. ທີ່ສຳຄັນກໍຄືສາມາດຍາດໄດ້ຫລຽນຕ່າງໆທັງໝົດ 34 ຫລຽນ ໃນນີ້ຫລຽນຄຳ 1 ຫລຽນ, ຫລຽນເງິນ 5 ຫລຽນ ແລະ ຫລຽນທອງແດງ 28 ຫລຽນ. ຕໍ່ຜົນງານທີ່ຍາດມາໄດ້ນີ້ ເຖິງວ່າບໍ່ເປັນໄປຕາມຄາດໝາຍ ແຕ່ມັນກໍເປັນຜົນງານທີ່ໄດ້ມາຈາກນ້ຳໃຈການເສຍສະຫລະດ້ວຍແຮງກາຍແຮງໃຈຈຶ່ງສາມາດຍາດໄດ້ຫລຽນມາຢູ່ໃນກຳມື ອັນເປັນຊັບສິນທາງປັນຍາ ແລະ ກໍເຮັດສຸດຄວາມສາມາດກວ່າຈະໄດ້ຫລຽນມາຄອງໃນແຕ່ລະປະເພດ.
ດັ່ງທີ່ຮູ້ນຳກັນແລ້ວວ່າ: ການກິລາ ຫລືວ່າ ວຽກງານພາລະສຶກສາ ແມ່ນວຽກງານຍຸດທະສາດສຳຄັນຈຳເປັນຂະແໜງໜຶ່ງທີ່ນອນຢູ່ໃນລະບົບການສ້າງຄົນ ຫລືວ່າ ສ້າງຊັບພະຍາກອນມະນຸດ, ເປັນໜຶ່ງໃນສີ່ບຸກທະລຸທີ່ພັກ ແລະ ລັດຖະບານເຮົາໄດ້ວາງຍຸດທະສາດນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IX ຂອງພັກປະຊາຊົນປະຕິວັດລາວ. ນອກຈາກນີ້ແລ້ວ, ພັກ ແລະ ລັດຖະບານເຮົາຍັງໄດ້ກຳນົດຢູ່ໃນແນວທາງ ແລະ ໂຄງປະກອບຂອງລະບົບການສຶກສາແຫ່ງຊາດ ເປັນຕົ້ນຄື: ປັນຍາສຶກສາ, ສິລະປະສຶກສາ, ພາລະສຶກສາ ແລະ ແຮງງານສຶກສາ. ໃນໂຄງປະກອບ 4 ຢ່າງນີ້ລ້ວນແລ້ວແຕ່ມີຄວາມສຳຄັນ ທັງເປັນບັນຫາຍຸດທະສາດໃນພາລະກິດການສ້າງຄົນໃຫ້ກາຍເປັນຊັບພະຍາກອນທີ່ດີ ແລະ ເປັນຊັບສິນທີ່ປະເສີດເລີດລ້ຳຂອງຊາດ. ເພາະສະນັ້ນ ຈຶ່ງຖືໄດ້ວ່າວຽກງານພາລະສຶກສາເປັນພາລະກິດອັນໃຫຍ່ຫລວງໃນການສ້າງສາ ແລະ ພັດທະນາປະເທດຊາດໃນເງື່ອນໄຂທີ່ໂລກພວມມີການພັດທະນາເຊື່ອມໂຍງກ້າວໄກໃນທຸກດ້ານ.
ເມື່ອຕັ້ງໂຈດກັນວ່າ: ໃນຫລາຍປີຜ່ານມາ ພັກ ແລະ ລັດຖະບານເຮົາໄດ້ເອົາໃຈໃສ່ແນວໃດຕໍ່ວຽກງານພາລະສຶກສາ ? ສະແດງອອກຄື: ສ້າງສະຖາບັນພາລະສຶກສາ, ສ້າງຄູພາລະສຶກສາ, ສ້າງສູນຝຶກ, ສ້າງພື້ນຖານວັດຖຸເຕັກນິກອັນຈຳເປັນ, ລົງທຶນຊື້ວັດຖຸອຸປະກອນ ຕະຫລອດການຝຶກອົບຮົມ, ຝຶກແອບ, ສ້າງຕັ້ງບັນດາຂະແໜງການກິລາປະເພດຕ່າງໆ, ປັບປຸງຊຸກຍູ້ ແລະ ສົ່ງເສີມກິລາສາຍສູງ, ກິລາມວນຊົນ ແລະ ຂົງເຂດອື່ນໆທີ່ພົວພັນເຖິງການໃຫ້ສຸຂະພາບ ແລະ ພະລານາໄມຢ່າງຕັ້ງໜ້າ ແລະ ສອດຄ່ອງກັບສະພາບຄວາມເປັນຈິງພາຍໃນປະເທດ ແລະ ສາກົນຢ່າງເປັນລະບົບຄົບຊຸດສົມຄວນ. ສະເພາະການບໍລິຫານຈັດການທາງດ້ານການກິລາໃນຫລາຍສິບປີຜ່ານມາ ກໍໄດ້ປັບປຸງປ່ຽນແປງໄປຕາມເງື່ອນໄຂສະພາວະຄວາມເປັນຈິງຂອງປະເທດ ເປັນຕົ້ນຈາກເປັນສະຫະພັນກິລາແຫ່ງຊາດທີ່ເປັນອົງກອນເອກະລາດໃນເມື່ອກ່ອນ ມາລວມກຸ່ມຢູ່ໃນກະຊວງສຶກສາທິການ ແລະ ກິລາໃຫ້ສອດຄ່ອງກັບທີ່ຕັ້ງ, ພາລະບົດບາດໃນການພັດທະນາຄົນໃຫ້ໄດ້ຕາມໂຄງປະກອບຂອງການສຶກສາຢ່າງມີຄຸນນະພາບຮອບດ້ານ. ໃນຍຸກພັດທະນາທີ່ກ້າວໄປຄືດັ່ງທຸກວັນນີ້ ວຽກງານພາລະສຶກສາຍິ່ງມີຄວາມສຳຄັນເປັນເລີດ ຍ້ອນວ່າມັນພົວພັນເຖິງການສ້າງຄົນໃຫ້ມີສຸຂະພາບແຂງແຮງ, ໃຫຍ່ສູງ, ມີການພັດທະນາທາງດ້ານຈິດສຳນຶກ, ມັນສະໝອງ ແລະ ພາລະກຳລັງໃຫ້ຍືນຍົງເຂັ້ມແຂງ. ດັ່ງບົດຮຽນຂອງບັນດາປະເທດທີ່ເພິ່ນມີຄວາມຈະເລີນແລ້ວ. ນອກຈາກສ້າງຄົນໃຫ້ມີແນວຄິດມັນສະໝອງ ແລະ ພາລະກຳລັງແຂງແຮງແລ້ວ ຍັງພັດທະນາຄົນໃຫ້ມີຮ່າງກາຍສູງໃຫຍ່ເຕີບໂຕສົມສ່ວນ ເພື່ອຮັບມືກັບພາລະກິດການສ້າງສາພັດທະນາປະເທດຊາດໃຫ້ທຽມທັນກັບການພັດທະນາໃນດ້ານອື່ນໆ. ດັ່ງທິດສະດີໄດ້ກ່າວວ່າ: ຢາກພັດທະນາຊາດຕ້ອງພັດທະນາຄົນ ເພາະຄົນເປັນຜູ້ສ້າງປະຫວັດສາດ.
ແນວໃດກໍດີ, ປັດຈຸບັນ ຫລາຍປະເທດໃນໂລກໄດ້ຍຶດຖືເອົາການກິລາເປັນຍຸດທະສາດບຸກທະລຸໃນການພົວພັນເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເປັນການໂຄສະນາທາງດ້ານວັດທະນະທຳ, ສິລະປະ, ອະລິຍະທຳ, ເປັນການສະແດງໃຫ້ເຫັນຄວາມເຂັ້ມແຂງທາງດ້ານເສດຖະກິດ-ສັງຄົມຂອງປະເທດ ທັງເປັນການກູ້ໜ້າກູ້ຕາຂອງປະເທດຊາດບ້ານເມືອງ. ດັ່ງເຮົາເຄີຍໄດ້ເຫັນໃນພາກພື້ນ ແລະ ສາກົນ ປະເທດໃດມີຄວາມຈະເລີນຮຸ່ງເຮືອງ ມີການກິລາ ພວກເພິ່ນກໍເຂັ້ມແຂງກ້າວໄປເຖິງລະດັບອາຊີບ ແລະ ກ້າວໜ້າໄປເລື້ອຍໆ. ໄປຄຽງຄູ່ກັນນັ້ນ, ການກິລາຍັງຂຶ້ນກັບຄວາມມັກຮັກ, ພອນສະຫວັນ, ພອນສະແຫວງ ຖ້າການນຳໃນທຸກຂັ້ນຂອງປະເທດບໍ່ມີຄວາມມັກຮັກ ແລະ ບໍ່ເຫັນຄວາມສຳຄັນແດ່ ກໍເປັນອັນວ່າ “ເປິະ !” ທັງອືດອາດປານດຶງຂາເຕົ່າ ເພາະການກິລາມັນກໍຕ້ອງໄດ້ລົງທຶນລົງຮອນດ້ວຍກັນທັງນັ້ນ, ສົມກັບການເຫັນແກ່ຜົນສ່ວນຕົວ, ແນວຄິດຄັບແຄບຢ້ານເຮັດບໍ່ໄດ້, ຢ້ານມັນບໍ່ເກີດ, ຢ້ານເສຍທຶນເສຍຮອນ ເຊິ່ງມັນບໍ່ຕ່າງຫຍັງກັບການເອົາຜູ້ມັກສິລະປະໄປຮັບຜິດຊອບກິລາ ສຸດທ້າຍມາມັນກໍເປັນໄປຕາມວາດ. ສົມຄວນແລ້ວທີ່ພວກເຮົາຈະຕ້ອງໄດ້ເອົາໃຈໃສ່, ເບິ່ງກວ້າງເຫັນໄກໄປແຂ່ງຢູ່ໃສກໍຂໍໃຫ້ກູ້ໜ້າກູ້ຕາຂອງຊາດ ເພື່ອບໍ່ໃຫ້ຄົນລາວຜິດຫວັງ. ຖ້າມີການພັດທະນາກ້າວຂຶ້ນຢ່າງເຫັນປະຈັກຕາ ທຶນຮອນກໍອາດລັ່ງມາເທມາ ເພາະຄົນລາວເຮົາກໍເປັນຄົນມີນ້ຳໃຈບໍ່ໜ້ອຍ. ຂໍຢ່າງດຽວ ໄດ້ມາແລ້ວຢ່າພາກັນແບ່ງປັນພູດນ້ອຍພູດໃຫຍ່ ຜູ້ທີ່ຕັດຫົວໃສ່ພັດໄດ້ສໍ່າໂປ້ມື ກາຍເປັນບັນຫາປາກົດການຫຍໍ້ທໍ້ ແລະ ນຳໄປຖົກຖຽງກັນໃນສະພາກາເຟ, ຜູ້ມັນພາເພທັງໄດ້ກິນໄດ້ຫຍ້ຳນັ້ນມັນກໍເສີຍນັ່ງມິດຢູ່ປານຫອຍໄຂ່ ຕາມທິດກໍ່າໄດ້ຍິນດອກວາ !.