ໂຄງການສີ່ພັນດອນ ​​ຊ່ວຍ​ຊີວິດການເປັນຢູ່ຂອງ​ປະຊາຊົນ ແຂວງຈຳປາສັກດີ​ຂຶ້ນ

- 554 - ໂຄງການສີ່ພັນດອນ ​​ຊ່ວຍ​ຊີວິດການເປັນຢູ່ຂອງ​ປະຊາຊົນ ແຂວງຈຳປາສັກດີ​ຂຶ້ນ
- kitchen vibe - ໂຄງການສີ່ພັນດອນ ​​ຊ່ວຍ​ຊີວິດການເປັນຢູ່ຂອງ​ປະຊາຊົນ ແຂວງຈຳປາສັກດີ​ຂຶ້ນ

ຂປລ. ໂຄງການຄຸ້ມຄອງ, ຊົມໃຊ້ປາ ແລະ ສັດນໍ້າແບບຍືນຍົງ ຢູ່ເຂດສີ່ພັນດອນ ​ໄດ້​ໃຫ້ ການສະໜັບສະໜູນ 114  ຄອບຄົວ ໃນ 20 ບ້ານເປົ້າໝາຍ ຢູ່ເມືອງໂຂງ ແລະ ເມືອງມຸນລະປະໂມກ ແຂວງຈໍາປາສັກ ເພື່ອພັດທະນາ, ສ້າງຄວາມສາມາດໃນການລິເລີ່ມຫາລ້ຽງຄອບຄົວແບບຍືນຍົງ ແລະ ເປັນການຫລຸດຜ່ອນການຫາປາໃນນໍ້າຂອງເປັນອາຊີບຫລັກ. ໂດຍ​ໄດ້​ສະໜອງ​ແນວ​ພັນ ເປັດ ແລະ ໄກ່ ລວມກັນເກືອບ 800 ໂຕ, ບູລະນະເສີມສ້າງໜອງປາທໍາມະຊາດ ແລະ ສ້າງໜອງປາ ໃນນາເຂົ້າລວມກັນເກືອບ 40 ໜອງ, ພ້ອມລູກປາເກືອບ 100.000 ໂຕ ​ໃຫ້​ປະຊາຊົນ​ກຸ່ມ​ບ້ານ​ເປົ້າ​ໝາຍ​ດັ່ງກ່າວ. ນອກຈາກ​ນີ້, ທາງ​ໂຄງການຍັງໄດ້ສະໜອງແບ້ ແລະ ແນວພັນຈິລີດ, ແນວພັນເຂົ້າ, ຝຶກເຕັກນິກການປູກເຂົ້າ, ລ້ຽງສັດ, ສົ່ງເສີມການປູກພັກອີ່ຮູມ ແລະ ອື່ນໆ ໃຫ້ບາງຄອບຄົວ.

ໂຄງການດັ່ງກ່າວ, ໄດ້​ເລີ່​ມຈັດຕັ້ງປະຕິບັດມາ​ແຕ່ ປີ 2012 ​ໂດຍຈັດຕັ້ງປະຕິບັດຮ່ວມກັນ ລະ ຫວ່າງ ກົມລ້ຽງສັດ ແລະ ການປະມົງ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ຂະແໜງລ້ຽງສັດ ແລະ ການປະມົງແຂວງຈໍາປາສັກ ​ແລະອົງການກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາ ສປປ ລາວ (WWF-Laos) ​​ໂດຍ​ໄດ້​ຮັບ​ທຶນ​ສະໜັບສະໜູນ ຈາກທຶນຊ່ວຍເຫລືອຂອງກະຊວງເພື່ອການຮ່ວມມື ແລະ ການພັດທະນາດ້ານເສດຖະກິດ ຂອງລັດຖະບານປະເທດເຢຍລະມັນ, ເຊິ່ງກິດຈະກໍາຫລັກຂອງໂຄງການ ລວມມີ ການຄຸ້ມຄອງການປະມົງ ແບບມີສ່ວນຮ່ວມ, ການລາດຕະເວນໜ້ານໍ້າ, ສ້າງຕັ້ງວັງສະ ຫງວນ ແລະ ຄະນະຄຸ້ມຄອງວັງສະຫງວນ, ສ້າງຄວາມເຂົ້າໃຈກ່ຽວກັບກົດໝາຍວ່າດ້ວຍການປະມົງ, ສະໜັບສະໜູນປັບປຸງຊີວິດການເປັນຢູ່ ໃຫ້ກັບຊຸມຊົນ ໃນເຂດສີ່ພັນດອນ, ປູກຈິດສໍານຶກຕໍ່ການຊົມ ໃຊ້ປາ ແລະ ສັດນໍ້າອື່ນໆ ໃຫ້ມີຄວາມຍືນຍົງ ແລະ ອື່ນໆ.

- Visit Laos Visit SALANA BOUTIQUE HOTEL - ໂຄງການສີ່ພັນດອນ ​​ຊ່ວຍ​ຊີວິດການເປັນຢູ່ຂອງ​ປະຊາຊົນ ແຂວງຈຳປາສັກດີ​ຂຶ້ນ

ທ້າວ ແຫລ້ ຊາວບ້ານນາ ເມືອງໂຂງ, ໜຶ່ງໃນຄອບຄົວຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການ,​ໄດ້​ໃຫ້​ສຳພາດ​​ ຕໍ່ທີ​ມງານ​ຂອງ​ໂຄງການ ​ເມື່ອ​ທ້າຍ​ອາທິດ​​ຜ່ານ​ມາ​ນີ້ວ່າ: ເມື່ອກ່ອນໄປຫາປາໃນນໍ້າຂອງເກືອບທຸກມື້ ເພື່ອຫາລ້ຽງຄອບຄົວ ແຕ່ຕອນນີ້ເກືອບວ່າບໍ່ໄດ້ໄປເລີຍໃນໄລຍະສອງປີຜ່ານມາ ການໄປຫາປາ ໃນ​ແມ່ນໍ້າຂອງ​ແມ່ນ​ໄດ້ຫລຸດລົງຫລາຍ ເພາະບໍ່ໄດ້ດີຄືກັບ​ແຕ່ກ່ອນ.  ຫລັງ​ຈາກ​ມີ​ໂຄງ ການ​ນີ້​ເຂົ້າ​ມາ​ ​ແລະ ​ໄດ້​ໃຫ້ການ​ສະໜັບສະໜູນ ພ້ອມ​ເຕັກນິກຄວາມຮູ້ວິຊາການຕໍ່ການລ້ຽງ ດັ່ງ​ນັ້ນຄອບຄົວ​ຂອງ​ຂ້າພະ​ເຈົ້າ ​ຈຶ່ງ​ໄດ້ຫັນມາລ້ຽງເປັດ-ໄກ່ ແລະ ລ້ຽງປາໃນໜອງ-ນາເຂົ້າ. ທຳ​ອິດໂຄງການໄດ້ສະໜັບສະໜູນລູກປາ ເກືອບ 4.000 ໂຕ ​ແລະ ແນວພັນເປັດ 10 ໂຕ, ​ປັດຈຸ​ບັນ​ແມ່ນຂະຫຍາຍພັນ​ໄດ້ເປັນຈໍານວນຫລາຍ ​ແລະ ສາມາດເອົາມາ​ເປັນ​ອາຫານ​ ​ແລະ ຂາຍ ​ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ກັບ​ຄອບຄົວ ແລະ ​ໄດ້ສົ່ງແນວພັນຄືນໃຫ້ກັບບ້ານ ເພື່ອໄປໃຫ້ຄອບຄົວອື່ນລ້ຽງຕໍ່.

ທ່ານ ວິພູ ຂຸນທະວົງ ຜູ້ຊີ້ນໍາໂຄງການສີ່ພັນດອນ ໄລຍະ 2 ອົງການ WWF-Laos ​​ກ່າວ​ວ່າ: ການສົ່ງເສີມ ແລະ ຫາທາງເລືອກອື່ນ ເພື່ອປະກອບສ່ວນຕໍ່ການສ້າງລາຍຮັບໃຫ້ກັບຄອບຄົວ ໃນເຂດອະນຸຮັກ ຄືໜຶ່ງໃນອົງປະກອບຂອງວຽກອະນຸຮັກ ເພາະຖ້າຊາວບ້ານມີທາງເລືອກອື່ນ ເພື່ອຫາລ້ຽງຄອບຄົວ ແລະ ລາຍຮັບແບບພໍພຽງທີ່ມີຄວາມຍືນຍົງກວ່າ ກໍ່ຈະຫລຸດຜ່ອນການໄປຫາປາ​ ໃນ​ແມ່​ນ້ຳ ຂອງຂອງຊາວບ້ານໄດ້ໃນລະດັບໜຶ່ງ.

ການສະໜັບສະໜູນປັບປຸງຊີວິດການເປັນຢູ່ ໃຫ້ກັບຊາວບ້ານ ທີ່ອາໄສຢູ່ໃນເຂດສີ່ພັນດອນ ຄືໜຶ່ງໃນກິດຈະກໍາຫລັກ ທີ່ໂຄງການສີພັນດອນໄລຍະ 2 ໃຫ້ຄວາມສໍາຄັນ ເພາະນີ້ຄືໜຶ່ງໃນວິທີທາງທີ່ຊ່ວຍໃຫ້ປະຊາຊົນໃນເຂດອະນຸຮັກປາມີລາຍຮັບເສີມ ແລະ ທາງເລືອກໃນການຫາລ້ຽງຄອບຄົວ ຊຶ່ງເຊື່ອວ່າຈະເປັນການຊ່ວຍໃຫ້ຫລຸດຜ່ອນການຫາປາໃນນໍ້າຂອງໄດ້.

- 5 - ໂຄງການສີ່ພັນດອນ ​​ຊ່ວຍ​ຊີວິດການເປັນຢູ່ຂອງ​ປະຊາຊົນ ແຂວງຈຳປາສັກດີ​ຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!