ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ສຶກສາອົບຮົມ ກຸ່ມມົ້ວສຸມຫຼິ້ນການພະນັນທີ່ຕ້ອງຫ້າມ

- 365 4 - ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ສຶກສາອົບຮົມ  ກຸ່ມມົ້ວສຸມຫຼິ້ນການພະນັນທີ່ຕ້ອງຫ້າມ
- kitchen vibe - ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ສຶກສາອົບຮົມ  ກຸ່ມມົ້ວສຸມຫຼິ້ນການພະນັນທີ່ຕ້ອງຫ້າມ

   ໃນວັນທີ 10 ທັນວານີ້, ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ເຊີນອຳນາດການປົກຄອງບ້ານອຸດົມມີໄຊ ແລະ ບ້ານໄຊອຸດົມ ພ້ອມດ້ວຍພໍ່-ແມ່ຜູ້ປົກຄອງ ເຂົ້າຮ່ວມສຶກສາອົບຮົມ ກຸ່ມມົ້ວສຸມຫຼິ້ນການພະນັນທີ່ຕ້ອງຫ້າມ (ເກມພະນັນອອນລາຍ) ຈຳນວນ 12 ຄົນ ທີ່ຖືກເຈົ້າໜ້າທີ່ ປກສ ເມືອງ ກັກຕົວໄດ້ ໃນຄັ້ງວັນທີ 29 ພະຈິກ 2019 ທີ່ຜ່ານມາ.

ເຈົ້າໜ້າທີ່ໜ່ວຍງານຄຸມຂັງຊົ່ວຄາວ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມກົດໝາຍ, ກໍຄືທິດຊີ້ນຳຂອງຂັ້ນເທິງ ເພື່ອແນໃສ່ສະກັດກັ້ນການພະນັນທຸກປະເພດໃຫ້ຫຼຸດໜ້ອຍຖອຍລົງ. ດັ່ງນັ້ນ ທາງຄະນະຮັບຜິດຊອບເລີກຮື້ການຫຼິ້ນການພະນັນທີ່ຕ້ອງຫ້າມ ຈຶ່ງໄດ້ສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມບ້ານ, ອໍານາດການປົກຄອງບ້ານລົງກວດກາເລີກຮື້ຮ້ານເກມພະນັນອອນລາຍ ພານໃນເມືອງຂອງຕົນໄດ້ 3 ຈຸດຄື: ຈຸດບ້ານອຸດົມມີໄຊ ມີ 2 ຈຸດ ແລະ ຢູ່ບ້ານໄຊອຸດົມ ມີ 1 ຈຸດ. ສາມາດກັກຕົວຜູ້ທີ່ເປີດໃຫ້ມີການຫຼິ້ນການພະນັນ, ຜູ້ທີ່ຫຼິ້ນການພະນັນ ແລະ ຢຶດເອົາອຸປະກອນທີ່ເປັນເຄື່ອງຂອງກາງໄດ້ຫຼາຍລາຍການ ແລະ ເພື່ອເຮັດໃຫ້ຜູ້ຖືກຫາ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບກົດໝາຍ, ເຮັດໃຫ້ພວກເຂົາມີຄວາມຕື່ນຕົວໃນການຝຶກຝົນຫຼໍ່ຫຼອມ, ດັດສ້າງຕົນເອງ.

- Visit Laos Visit SALANA BOUTIQUE HOTEL - ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ສຶກສາອົບຮົມ  ກຸ່ມມົ້ວສຸມຫຼິ້ນການພະນັນທີ່ຕ້ອງຫ້າມ
- 3 - ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ສຶກສາອົບຮົມ  ກຸ່ມມົ້ວສຸມຫຼິ້ນການພະນັນທີ່ຕ້ອງຫ້າມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!