ການຄຸ້ມຄອງນໍ້າທີ່ດີ ຈະພາເຮົາມີຊັບທີ່ກິນບໍ່ໝົດ
ໂດຍ: ມຶກບໍ່ແຫ້ງ
ເຖິງວ່າ ສປປລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ແຕ່ເຮົາມີແຫຼ່ງນໍ້າຈືດຢ່າງອຸດົມສົມ ບູນທີ່ສຸດ, ພວກເຮົາມີສາຍລຳທານຕັ້ງແຕ່ເໜືອຮອດໃຕ້ ເຊິ່ງເປັນພື້ນຖານແກ່ການດຳລົງຊີວິດຂອງປະຊາຊົນບັນ ດາເຜົ່າ ແລະເປັນທ່າແຮງແກ່ການພັດທະນາຂອງປະເທດຊາດ ແຕ່ຄຳຖາມທີ່ພວກເຮົາຄວນພະຍາຍາມຕອບໃຫ້ ໄດ້ຄື: ສາມາດຄຸ້ມຄອງຊັບພະຍາກອນນໍ້າທີ່ລໍ້າຄ່ານີ້ໄດ້ດີສໍ່າໃດ?
ເມື່ອເວົ້າເຖິງ “ຄຸນ” ຂອງນໍ້າແລ້ວ ບໍ່ມີຊັບພະຍາກອນອັນໃດປຽບປານໄດ້, ເປັນແຫຼ່ງນໍ້າໃຊ້-ນໍ້າກິນ, ເປັນ ບ່ອນຫາອາຫານ, ອຳນວຍຄວາມສະດວກຂອງການຄົມມະນາຄົມທາງນໍ້າ, ສະໜອງນໍ້າແກ່ການຜະລິດ ແລະສິ່ງ ທີ່ມີຊີວິດອື່ນໆ ເຊິ່ງລັດຖະບານເຮົາກໍຖືວ່າ ສາຍນໍ້າພາຍໃນປະເທດນີ້ລະ ຈະເປັນແຮງຍູ້ທີ່ສຳຄັນຂອງການພັດທະນາເສດຖະ ກິດ-ສັງຄົມຂອງຊາດ ໂດຍການພັດທະນາເຂື່ອນຜະລິດໄຟຟ້າສົ່ງຂາຍອອກນອກປະເທດ ສ້າງລາຍຮັບ ເພື່ອນຳ ມາສ້າງພື້ນຖານແກ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະມີ ໄຟຟ້າໃຊ້ຢ່າງພຽງພໍ ລາຄາທີ່ສົມເຫດສົມຜົນ!
ໃນປັດຈຸບັນ ຄຸນນະພາບນໍ້າຫຼາຍສາຍຂອງ ສປປລາວ ຍັງຢູ່ໃນສະພາບດີ ແລະຍອມຮັບໄດ້ ເຊັ່ນ ກໍລະນີ ສາຍນ້ຳອູ ທີ່ເປັນສາຂາຂອງແມ່ນໍ້າຂອງ ເຊິ່ງມີຕົ້ນກຳເນີດຈາກເມືອງຍອດອູ ແຂວງຜົ້ງສາລີ ແລະໄຫຼປ່ອງໃສ່ແມ່ນໍ້າຂອງເຂດຫຼວງພະບາງ, ສາຍນໍ້າດັ່ງກ່າວໄດ້ຮັບການສຳຫຼວດໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຄູ່ຮ່ວມພັດທະນາ ໃນຫວ່າງບໍດົນຜ່ານມາເພື່ອສ້າງຂໍ້ມູນພື້ນຖານກ່ຽວກັບສາຍນໍ້າດັ່ງ ກ່າວ ເຊິ່ງຈາກການສຳຫຼວດ ສະແດງໃຫ້ເຫັນວ່າ ຄຸນນະພາບນໍ້າຂອງແມ່ນໍ້າດັ່ງກ່າວແມ່ນຍັງດີ ແລະຍອມຮັບໄດ້ ແຕ່ທີມງານນັກຄົ້ນຄວ້າກໍພາກັນໃຫ້ທັດສະນະວ່າຄຸນນະພາບນໍ້າ ອາດມີທ່າອ່ຽງຂີ້ຮ້າຍລົງໃນອີກຊຸມປີຕໍ່ໜ້າ, ດັ່ງນັ້ນຖ້າບໍ່ມີການຄຸ້ມຄອງທີ່ດີ ກໍຈະນຳມາເຊິ່ງຜົນເສຍຫາຍ ທີ່ຮ້າຍແຮງ ໂດຍສະເພາະຜົນກະທົບຈາກການ ຂຸດຄົ້ນບໍ່ແຮ່ຕາມລຳນໍ້າ, ການສ້າງເຂື່ອນ ເຊິ່ງໃນແມ່ນໍ້າດັ່ງກ່າວ ຈະມີແຜນສ້າງເຂື່ອນເຖິງ 7 ເຂື່ອນ.
ພ້ອມດຽວກັນນັ້ນ ກໍຍັງມີຜົນການຄົ້ນຄວ້າກ່ຽວກັບນໍ້າງື່ມ, ນໍ້າຊອງ ແລະອື່ນໆ ທີ່ບົ່ງບອກເຖິງຄວາມ ເປັນຫ່ວງ ທີ່ຈະຕ້ອງມີມາດຕະການຢ່າງເຂັ້ມງວດໃນການຄຸ້ມຄອງນໍ້າໃຫ້ດີ ໂດຍສະເພາະໂຄງການພັດທະນາທີ່ ເກີດຂຶ້ນກັບກະໂຕສາຍນໍ້າໂດຍກົງ ຫຼືເກີດຂຶ້ນບໍລິເວນໃກ້ຄຽງກັບສາຍນໍ້າ ໂດຍປ່ອຍນໍ້າເປື້ອນທີ່ມີສານເຄມີ ຈາກ ໂຮງງານອຸດສາຫະກຳ, ການກະສິກຳ ລົງສູ່ແມ່ນໍ້າຢ່າງຂາດຄວາມຮັບຜິດຊອບ ເຊິ່ງຕ້ອງຄວບຄຸມ-ຕິດຕາມຢ່າງຈິງ ຈັງ ເພື່ອຫຼີກເວັ້ນການເສື່ອມໂຊມຂອງຄຸນນະພາບນໍ້າ.
ຈາກຄວາມຮຽກຮ້ອງຕ້ອງການນັ້ນ, ລັດຖະບານເຮົາຈຶ່ງໄດ້ຫຼິງເຫັນຄວາມສຳຄັນຂອງວຽກງານການຄຸ້ມ ຄອງນໍ້າ ເຊິ່ງຂໍຍົກເອົາບາງນິຕິກຳທີ່ກ່ຽວຂ້ອງເຊັ່ນ ກົດໝາຍວ່າດ້ວຍນໍ້າ ແລະຊັບພະຍາກອນແຫຼ່ງນໍ້າ (ສະບັບປັບ ປຸງ) ທີ່ຫາກໍຜ່ານກອງປະຊຸມສະພາ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ມາໃໝ່ໆໝາດໆ, ແລະພວກເຮົາຍັງມີບົດແນະນຳໃນການພັດທະນາພະລັງງານໄຟຟ້າແບບຍືນຍົງ ໂດຍສະເພາະການສ້າງເຂື່ອນໄຟ ຟ້າ ເຊິ່ງທັງສອງນິຕິກຳດັ່ງກ່າວ ກາຍເປັນເຄື່ອງມືທີ່ສຳຄັນທີ່ສຸດແກ່ການຄຸ້ມຄອງຊັບພະຍາກອນນໍ້າໃຫ້ດີຂຶ້ນ, ການຮ່າງ ແລະຜ່ານນິຕິກຳ ອາດເຮັດໄດ້ຍາກ ແຕ່ການນຳເອົາຂໍ້ຄວາມທີ່ລະບຸໄວ້ໃນແຜ່ນເຈ້ຍມາຈັດຕັ້ງປະຕິບັດ ນັ້ນ ມັນຮຽກຮ້ອງຄວາມພະຍາຍາມ ແລະຄວາມເອົາໃຈໃສ່ຢ່າງເດັດຂາດ ແລະເຂັ້ມແຂງຍິ່ງກວ່າ.
ການຄຸ້ມຄອງນໍ້າທີ່ດີ ກໍສາມາດເກີດຂຶ້ນໄດ້ ຫາກການຈັດຕັ້ງປະຕິບັດນິຕິກຳທີ່ກ່ຽວຂ້ອງ ມີປະສິດທິພາບ ແລະການມີສ່ວນຮ່ວມຂອງທຸກພາກສ່ວນ ດັ່ງໃນມາດຕາ 7 (ພັນທະໃນການຄຸ້ມຄອງ, ປົກປັກຮັກສາ, ນໍາໃຊ້ນໍ້າ ແລະຊັບພະຍາກອນນໍ້າ) ຂອງຮ່າງກົດໝາຍນໍ້າ ແລະຊັບພະຍາກອນນໍ້າທີ່ໄດ້ຮັບຮອງເອົານັ້ນ ລະບຸວ່າ: “ບຸກຄົນ, ນິ ຕິບຸກຄົນ ຫຼືການຈັດຕັ້ງມີພັນທະໃນການຄຸ້ມຄອງ, ປົກປັກຮັກສາ, ນໍາໃຊ້, ພັດທະນາ ແລະຂຸດຄົ້ນນໍ້າ ແລະຊັບພະ ຍາກອນນໍ້າ ລວມທັງການສະກັດກັ້ນ ແລະຕ້ານຜົນເສຍຫາຍຈາກນໍ້າ ແລະບູລະນະຟື້ນຟູເຂດທີ່ໄດ້ຮັບຜົນກະທົບ ຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງ ເພື່ອຮັບປະກັນຄວາມຍືນຍົງ ທາງດ້ານປະລິມານ ແລະຄຸນນະພາບ ຂອງນໍ້າ ແລະຊັບພະຍາກອນ”
ມີແຕ່ເຮັດຄືກົດໝາຍວ່ານັ້ນ ຊັບສິນທີ່ມີຢູ່ໃນນໍ້າ ຂອງພວກເຮົາຈຶ່ງຈະສາມາດສະໜອງຄວາມຕ້ອງການ ພື້ນຖານແກ່ການດຳລົງຊີວິດຂອງປະຊາຊົນ ແລະການພັດທະນາເສດຖະກິດ-ສັງຄົມ ຕາມທິດຍືນຍົງ-ສີຂຽວໄດ້.