ປູກໃຫ້ເປັນປ່າປົກປັກຮັກສາໃຫ້ເປັນດົງ
ໂດຍ: ກ້ອງສ່ອງ ອິດສະຫລະ
ວັນທີ 1 ມິຖຸນາທີ່ຈະເຖິງນີ້ ເປັນວັນເດັກນ້ອຍສາກົນ ແລະ ທັງເປັນວັນປູກຕົ້ນໄມ້ແຫ່ງຊາດ. ຕາມປົກກະຕິແລ້ວ, ຊາເຮົາເຫັນໃນແຕ່ລະປີຜ່ານມາ ບໍ່ວ່າຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຕ່າງກໍພາກັນແຫ່ແຫນໄປປູກຕົ້ນໄມ້ຢ່າງເປັນຂະບວນຟົດຟື້ນ, ສ່ວນວ່າເມື່ອປູກໄປແລ້ວມາຮອດປັດຈຸບັນຕາຍໄປແລ້ວຈັກຕົ້ນ, ຍັງຈັກຕົ້ນ, ໃຫຍ່ຂຶ້ນຊໍ່າໃດແລ້ວ ແລະ ມີຈັກບ່ອນມັນໄດ້ກາຍເປັນປ່າເປັນດົງໃຫ້ເຮົາເຫັນປະຈັກຕານັ້ນ, ຜູ້ຂຽນກໍບໍ່ທັນມີຂໍ້ມູນລະອຽດມາເວົ້າສູ່ຟັງ. ແຕ່ກໍເຫັນວ່າໃນຕົວຈິງແລ້ວ, ຊາເຮົາໄດ້ຂຶ້ນເໜືອລ່ອງໃຕ້ໄດ້ເຫັນຫລາຍໝ້ອງຫລາຍທ້ອງຖິ່ນກໍພໍເຫັນປ່າປູກຫລາຍບ່ອນເຊັ່ນ: ເຫັນປ່າໄມ້ສັກ, ສວນຢາງພາລາກວ້າງສຸດສາຍຕາ, ເຫັນປ່າໄມ້ວິກ, ສ່ວນປ່າໄມ້ແຄນ, ໄມ້ດູ່, ຂະຍຸງ, ແຕ້ຂ່າ ຫລື ໄມ້ຊະນິດອື່ນໆທີ່ມີລາຄາແພງນັ້ນບໍ່ຄ່ອຍປາກົດເຫັນ, ສ່ວນຫລາຍແມ່ນເຮົາເຫັນແຕ່ພາກັນໄປລັກຕັດຫລາຍກວ່າ. ຍິ່ງໄປກວ່ານັ້ນ, ເມື່ອຕັດເອົາຕົ້ນມັນໄປແລ້ວຍັງຂຸດກົ່ນເອົາຮາກຂອງມັນໄປຢ່າງບໍ່ໃຫ້ເຫລືອ. ໃນຈໍານວນໄມ້ດີໆທີ່ວ່າມານີ້ສ່ວນຫລາຍເຮົາມັກເຫັນແຕ່ຢູ່ໃນສວນຂອງບຸກຄົນ, ຂອງໝູ່ເພື່ອນສະຫາຍ ຫລື ສວນເຈົ້າສວນນາຍທີ່ເພິ່ນປູກເອງ, ບົວລະບັດເອົາເອງແມ່ນໄດ້ໝາກໄດ້ຜົນ ແລະ ງາມຄືດັ່ງວ່າອີ່ຫລີ. ສ່ວນວ່າບ່ອນໃດທີ່ເປັນດິນສາທາລະນະ, ດິນສ່ວນລວມ ຫລື ເຂດປ່າສະຫງວນນັ້ນຄືວ່າມັນຢ້ຳເທົ້າ ຫລື ເບິ່ງຢ່າງໜຶ່ງຄືວ່າມັນນັບມື້ກຸດຫ້ຽນໄປຊັກໄຊ້. ສະໄໝຊຸມປີ 1986 ຜູ້ຂຽນເຄີຍໄດ້ຮ່ວມກັບຂະບວນການຂອງສູນກາງຊາວໜຸ່ມພາກັນໄປປູກຕົ້ນໄມ້ຢູ່ແຖວສະຖານີຫລັກ 48-49 ໄປເບິ່ງດຽວນີ້ເປັນບ້ານປະຊາຊົນເຕັມໝົດແລ້ວ. ຕົ້ນທີ່ເຄີຍປູກນັ້ນກໍບໍ່ເຫັນຈັກຕົ້ນ ແລະ ຢູ່ບ່ອນອື່ນໆຈໍານວນບໍ່ໜ້ອຍມັນກໍເປັນລັກສະນະຄ້າຍໆຄືກັນ.
ຕາມເຮົາຄິດ, ກ່ຽວກັບການປູກຕົ້ນໄມ້ໃນແຕ່ລະປີນັ້ນ, ຖ້າເຮົາບໍ່ພາກັນບົວລະບັດເບິ່ງແຍງອີ່ຫລີອີ່ຫລໍແມ່ນເປັນໄປໄດ້ຍາກທີ່ມັນຈະເຕີບໃຫຍ່ຂຶ້ນດ້ວຍທໍາມະຊາດຂອງມັນເອງແລະ ອີກປະການໜຶ່ງຢູ່ບາງບ່ອນບາງທ້ອງຖິ່ນປູກໄປແລ້ວບໍ່ມີຮົ້ວອ້ອມງົວຄວາຍພາກັນໄປກິນໃບ ຫລື ຮຸກຖູຢຽບຢ້ຳຕາຍກ້ຽງ.
ເຖິງຢ່າງໃດກໍດີ, ຕາມເຮົາວ່າພວກເຮົາຈະຢູ່ໃນເງື່ອນໄຂ ແລະ ສະພາບການອັນໃດກໍຕາມ, ຖືວ່າການປູກຕົ້ນໄມ້ໃຫ້ກາຍເປັນປ່າໃນອະນາຄົດນັ້ນຍັງແມ່ນພັນທະ ແລະ ແມ່ນພາລະກິດຂອງພວກເຮົາຕະຫລອດໄປ ດັ່ງມະຕິ 10 ຂອງພັກໄດ້ເວົ້າວ່າ: ນັບແຕ່ນີ້ເປັນຕົ້ນໄປຫາປີ 2020 ໃຫ້ເນື້ອທີ່ປ່າກວມຫລາຍກວ່າ 70% ຂອງເນື້ອທີ່ໃນທົ່ວປະເທດ. ນີ້ທັງແມ່ນເປົ້າໝາຍ ແລະ ຄາດໝາຍທີ່ພວກເຮົາຈະຕ້ອງໄດ້ສູ້ຊົນ. ການປູກຕົ້ນໄມ້ໃຫ້ເປັນປ່າ ແລະ ມີການປົກປັກຮັກສາໃຫ້ມັນກາຍເປັນດົງໃນອະນາຄົດຍາວນານນັ້ນ ຖືວ່າແມ່ນຄວາມຈໍາເປັນຂອງຄົນທົ່ວທັງຊາດ ເພາະທຸກສິ່ງທຸກຢ່າງມັນພົວພັນເຖິງສິ່ງແວດລ້ອມອ້ອມຕົວເຮົາ. ໃນການດໍາລົງຄົງຕົວຂອງຄົນເຮົາ ຖ້າຫາກຢູ່ກັບຄວາມສົດໃສຂອງທໍາມະຊາດ ແລະ ສິ່ງແວດລ້ອມແລ້ວອາຍຸກໍຍືນຍາວ, ຊີວິດກໍຍືນຍົງ.
ສະນັ້ນ, ການປູກຕົ້ນໄມ້ໃນແຕ່ລະປີຈຶ່ງຖືເປັນພັນທະຕາມກົດໝາຍທີ່ທຸກຄົນໃນຊາດຕ້ອງມີສ່ວນຮ່ວມ. ແຕ່ເມື່ອປູກໄປແລ້ວອັນສໍາຄັນກວ່າໝູ່ແມ່ນການປົກປັກສານັ້ນເປັນຫລັກມັນຈຶ່ງເຕີບໃຫຍ່ ແລະ ອາໄສວັນເວລາທີ່ຍາວນານເປັນສາມສີ່ສິບປີ ຫລື ເຖິງຂະໜາດອາຍຸຂອງເຊັ່ນຄົນໜຶ່ງມັນຈຶ່ງກາຍເປັນປ່າໃຫ້ເຮົາເຫັນ. ຕາມເຮົາຄິດໃນການປູກຕົ້ນໄມ້ແຕ່ລະປີນັ້ນແມ່ນຢາກມອບໃຫ້ພວກທີ່ເຮັດທຸລະກິດໄມ້ ຫລື ພວກທີ່ໄປຕັດນັ້ນພາກັນປູກຫລາຍໆ ຍ້ອນວ່າປ່າດົງດິບມັນຈິບຫາຍວາຍວອດຍ້ອນພວກຕັດໄມ້ ແລະ ຂາຍໄມ້.