9 ເດືອນ ດ່ານພາສີສາກົນນາເພົ້າເກັບລາຍຮັບໄດ້ 77 ຕື້ກວ່າກີບ

ທ່ານ ສຸພັດ ສຸແສງໄທຫົວໜ້າດ່ານພາສີສາກົນນາເພົ້າໃຫ້ຮູ້ວ່າ: ດ່ານພາສີສາກົນນາເພົ້າຂຶ້ນກັບກອງຄຸ້ມຄອງພາສີ VI ກົມພາສີກະຊວງການເງິນ, ປະກອບມີ 3 ໜ່ວຍງານ, 1 ດ່ານປະເພນີຂຶ້ນກັບມີຫ້ອງການເຮັດວຽກ 2 ຈຸດຄື: ຈຸດຊາຍແດນນາເພົ້າ ແລະ ຈຸດສາງວິສາຫະກິດຫຼັງຄັງປີ 2019 ດ່ານພາສີສາກົນນາເພົ້າໄດ້ຮັບຕົວເລກມອບໝາຍຈໍານວນ 130 ຕື້ກີບ ແຕ່ຜ່ານການປະຕິບັດຕົວຈິງໃນ 9 (ນັບແຕ່ວັນທີ 1 ມັງກອນຫາວັນທີ 30 ກັນຍາ) ປະຕິບັດໄດ້ 77 ຕື້ກວ່າກີບເທົ່າກັບ 59,65% ຂອງແຜນການປີ.
ສ່ວນໃຫຍ່ໄດ້ຈາກຄ່າຊັກພິເສດ, ນໍ້າມັນເຊື້ອໄຟ, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກບໍລິໂພກ, ພາຫະນະຊິ້ນສ່ວນອາໄຫຼ່, ສິນຄ້າຕາມສັນຍາອາຊຽນ(FROM E), ສິນຄ້າຕາມສັນຍາຟອມ S, ສິນຄ້າຕິດຕົວຜູ້ໂດຍສານ, ຄ່າທຳນຽມລົດ ແລະ ຄົນເຂົ້າ-ອອກ, ຄ່າທຳນຽມຄັງແຮ, ຄ່າທຳນຽມຜ່ານແດນສາກົນ,ສິນຄ້ານະໂຍບາຍການລົງທຶນ, ຄ່າປັບໃໝ,ຂາຍເຄື່ອງຮິບ ແລະ ຄ່າທຳນຽມອື່ນໆ.

ຫົວໜ້າດ່ານດັ່ງກ່າວໃຫ້ຮູ້ຕື່ມວ່າ: ປັດໄຈຫຼັກໆເຮັດໃຫ້ການປະ ຕິບັດລາຍຮັບບໍ່ໄດ້ຕາມແຜນ, ຍ້ອນການເພີ່ມຕົວເລກການຈັດເກັບລາຍຮັບຫຼາຍກ່ວາປີຜ່ານມາ, ສົ່ງອອກ-ນຳເຂົ້າສິນຄ້າທຸກໝວດຫຼຸດລົງ,ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເຮັດໃຫ້ເສັ້ນທາງເລກທີ 12 ລົດບໍ່ສາມາດສັນຈອນໄປມາໄດ້ສິນຄ້າຖືກຢຸດສະຫງັດ ແລະ ບັນຫາອື່ນໆ.

ແຕ່ເຖິງຢ່າງໃດຕາມໃນ3 ເດືອນທ້າຍປີນີ້ ຄະນະດ່ານພາສີສາກົນນາເພົ້າໄດ້ວາງຄາດໝາຍສູ້ຊົນເກັບລາຍຮັບໃຫ້ໄດ້ 52 ຕື້ກວ່າກີບກວມເອົາ 40,34%ຂອງແຜນການປີ, ໂດຍຈະເຂັ້ມງວດການຄຸ້ມຄອງຕິດຕາມກວດກາການປະຕິບັດວຽກງານຂອງພະນັກງານແຕ່ລະດ່ານຢ່າງເຂັ້ມງວດ, ຮັບປະກັນໃຫ້ມີຄວາມໂປ່ງໃສ, ການບໍລິການທີ່ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍເພື່ອຕ້ານປາກົດການຫຍໍ້ທໍ້ຕ່າງໆໃນຖັນແຖວພະນັກງານ, ເພີ່ມທະວີການຄຸ້ມຄອງເກັບລາຍຮັບຈາກການນຳເຂົ້າສິນຄ້າເອົາໃຈໃສ່ສະກັດກັ້ນການລັກລອບສິນຄ້າໜີພາສີທຸກຮູບແບບ ພ້ອມທັງນຳໃຊ້ມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ,ເອົາໃຈໃສ່ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງແລະກວດກາໄມ້ແລະເຄື່ອງປ່າຂອງດົງອອກຕ່າງປະເທດຕາມຄຳເລກທີ 15/ນຍ, ແລະນໍາໃຊ້ເຄື່ອງມືທີ່ທັນສະໄໝທີ່ມີເຂົ້າໃນວຽກງານພາສີໃຫ້ມີຄວາມສະດວກ,ວ່ອງໄວ,ໂປ່ງໃສແລະມີປະສິດທິຜົນສູງ.