ໃຈຂາດແລ້ວກໍບໍ່ສະຫງົບ


ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານທີ່ຮັກແພງ, ເປັນຫຍັງທ່ຽງທຳ ຈິ່ງເອົາເລື່ອງບໍ່ມ່ວນນີ້ຂຶ້ນມາເວົ້າ, ກໍເພາະວ່າມີຫລາຍຄັ້ງແລ້ວທີ່ເພື່ອນຜູ້ອ່ານໄດ້ສ່ອງແສງຫາກອງບັນນາທິການພວກເຮົາຊ່ວຍເວົ້າແດ່ເລື່ອງການບໍລິການຂອງຜູ້ປະກອບການ ຊາປະນາກິດສົບ, ຢູ່ບ້ານເຮົາເມືອງເຮົາໃນປັດຈຸບັນເຫັນວ່າ: ມີຫລາຍສົມຄວນ ແລະ ກໍມີການບໍລິ ການຫລາກຫລາຍຢ່າງຄົບວົງຈອນ, ນັບແຕ່ລົດຮັບສົ່ງສົບອອກຈາກໂຮງໝໍ, ການຄົບງັນໄປຈົນຮອດມືສົ່ງສະການແຈກທານຕ່າງໆ ແລະ ການບໍລິການດັ່ງກ່າວກໍມີຫລາຍລາ ຄາໃຫ້ເລືອກນັບແຕ່ 10 ລ້ານ 20 ລ້ານໄປຈົນຮອດ 50-60 ລ້ານ ຫລື 100 ລ້ານກີບກໍມີ, ເອົາຕາມໃຈ ແລະ ຖົງເງິນຂອງຄອບຄົວຜູ້ລ່ວງລັບໄປ.
ສິ່ງນີ້ດີບໍ່? ສ່ວນຫລາຍກໍຈະມີຄຳຕອບວ່າດີ, ເພາະຍາດພີ່ນ້ອງ ຫລື ການຈັດຕັ້ງບໍ່ໄດ້ເປັນຫວ່ງນຳຫລາຍພຽງແຕ່ຕົກລົງກັບຜູ້ຮັບເໝົາແລ້ວກໍຖືວ່າ “OK”, ແຕ່ໜ້າເສຍດາຍ ໃນຄວາມດີດັ່ງກ່າວກໍຍັງມີເງື່ອນງຳແອບແຝງແນວບໍ່ດີຕາມມາ, ໂດຍສະເພາະແມ່ນການຍາດຊີງກັນຂອງຜູ້ເຮັດບໍລິການດ້ານນີ້ໂດຍເຂົາເຈົ້າຈະມີເຄ່ືອຂ່າຍໃກ້ຊິດຕິດແທດ ກັບໂຮງໝໍໃຫຍ່ນ້ອຍຕ່າງໆ, ຕົ້ນຕໍແມ່ນແພດໝໍຢູ່ຫ້ອງສຸກເສີນ, ຖ້າຄົນເຈັບຜູ້ໃດເຫັນວ່າ ເອົາຕົວບໍ່ຫລອດແລ້ວ, ເຂົາກໍຈະແຈ້ງບອກໃຫ້ຂາຄູ່ຜູ້ເຮັດວຽກ ສັບປະເລີ ເອົາລົດມາຮັບເອົາແຕ່ຢູ່ໂຮງໝໍເລີຍ, ຖ້າໃຜຕ້ອງການບັ້ງອົກຊີເພິ່ນກໍຈະມີໃຫ້ໃນລາຄາເປັນກັນເອງ, ແຕ່ຕ້ອງເວົ້າພາຍຫລັງ ໄດ້ຮັບງານເສຍກ່ອນ.
ດັ່ງເພື່ອນຜູ້ອ່ານຄົນໜຶ່ງໄດ້ສ່ອງແສງມາວ່າ: ຕົນໄດ້ເອົາແມ່ຕູ້ໄປປິ່ນປົວຢູ່ໂຮງໝໍແຫ່ງໜຶ່ງໃນ ນະຄອນຫລວງວຽງຈັນ ໃນລະຫວ່າງທ້າຍເດືອນສິງຫາ ມາຮອດ ກາງເດືອນກັນຍານີ້ເຖິງ ວ່າແພດໝໍ ໄດ້ເອົາໃຈໃສ່ເບິ່ງແຍງປິ່ນປົວແຕ່ໃນທີ່ສຸດກໍຊ່ວຍຊີວິດເພິ່ນໄວ້ບໍ່ໄດ້ແພດໝໍຈິ່ງໄດ້ແຈ້ງໃຫ້ລູກຫລານເອົາແມ່ຕູ້ກັບບ້ານໃນຂະນະນັ້ນລູກຫລານກຽມ ຈະໂທບອກໜ່ວຍງານສຸກເສີນ 1624 ເອົາລົດມາຊ່ວຍເອົາແມ່ຕູ້ກັບບ້ານ, ແຕ່ພ້ອມດຽວກັນພັດມີທ່ານໝໍຜູ້ໜຶ່ງມາບອກວ່າ: ໂຮງໝໍພວກເຮົາກໍມີໜ່ວຍງານເຮັດບໍລິການດ້ານນີ້ ແລະ ກໍດ້ວຍຄວາມເຊື່ອໃຈຄອບຄົວໄດ້ຕົກລົງໃຫ້ລົດໂຮງໝໍເມື່ອສົ່ງ, ພໍປະມານ ກໍເຫັນລົດບໍລິການດັ່ງກ່າວເຂົ້າມາແຕ່ພັດບໍ່ແມ່ນລົດໂຮງໝໍ, ແຕ່ເພື່ອຄວາມແນ່ໃຈລູກ ຫລານກໍໄດ້ຖາມທ່ານໝໍອີກຄັ້ງໜຶ່ງ… ເພິ່ນຕອບວ່າ: ເປັນລົດບໍລິການໂລງສົບ ແຫ່ງ ໜຶ່ງທີ່ມີການບໍລິການວຽກນີ້ຢ່າງຄົບວົງຈອນແລ້ວກໍໄດ້ຖາມເຖິງຄ່າບໍລິການເພິ່ນເວົ້າ ວ່າ ເລື່ອງນີ້ເອົາໄວລົມກັນຕາມຫລັງ ແລະ ໃນຂະນະນັ້ນກໍໄດ້ນຳໃຊ້ອົກຊີໃຫ້ແມ່ຕູ້ໜຶ່ງ ບັ້ງໃຫຍ່ດ້ວຍລາຄາ 150.000 ກີບ, ເມື່ອສົ່ງແມ່ຕູ້ຮອດເຮືອນແລ້ວ, ຄອບຄົວກໍໄດ້ ຖາມຈ່າຍຄ່າບໍລິການຕ່າງໆ ເລົ່ານັ້ນ ແລະ ເພິ່ນກໍຕອບວ່າແລ້ວຈິ່ງວ່າກັນ, ແຕ່ແນວໃດຄອບ ຄົວກໍໄດ້ໃຫ້ຄ່ານ້ຳໃຈຜູ້ເຮັດວຽກບໍລິການ 250.000 ກີບ ເພື່ອກິນນ້ຳກິນໃນ ແລະ ຕໍ່ມາ ແລງມື້ນັ້ນແມ່ຕູ້ໄດ້ສິ້ນລົມຫາຍໃຈລົງ ແລະ ກໍໄດ້ໂທຫາພີ່ນ້ອງເພິ່ນກໍມີຮ້ານຂາຍໂລງສົບ ໃຫ້ເຂົ້າມາຈັດການໃຫ້ແມ່ຕູ້. ຈາກນັ້ນ 2-3 ມື້ຕໍ່ມາໃນຂະນະຄົບງັນແມ່ຕູ້ຢູ່ນັ້ນກໍມີຄົນ ເຂົ້າມາເກັບເງິນຄ່າອົກຊີ ແລະ ລົດບໍລິການເອົາແມ່ຕູ້ກັບບ້ານເປັນເງິນ 2 ລ້ານກີບ ແລະ ໃຜກໍຕົກໃຈເປັນຫຍັງແພງແທ້ຕໍ່ລອງກັນໄປມາຢ່າງຮ້າຍແຮງເພິ່ນຈິ່ງຫລຸດລົງ ໃຫ້ເປັນ 1.500.000 ກີບ.
ໃນຈຸດນີ້, ຫລາຍຄົນກໍຢາກເຂົ້າໃຈຕື່ມຕໍ່ກັບການເຮັດວຽກບໍລິການດ້ານນີ້, ເບື້ອງມະຫາ ພາກເຮົາໄດ້ຄຸມຄອງກວດກາບໍ່ໃນດ້ານຄຸນນະພາບ ແລະ ດ້ານລາຄາຄ່າໃຊ້ຈ່າຍ ຕ່າງໆ ຂອງການບໍລິການ. ແຕ່ເຖິງຢ່າງໃດກໍຄວນແນະນຳກັນຕື່ມເພື່ອຜູ້ຕາຍຜູ້ຍັງມີຄວາມສະຫງົບສຸກ./.

