ຍົກສູງວຽກງານການຫລຸດຜ່ອນຄວາມສ່ຽງທາງດ້ານເຄມີ ແລະ ສິ່ງເສດເຫລືອ
ກົມແຜນການ ແລະ ການຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນນາມຈຸດປະສານງານແຫ່ງຊາດ ດ້ານເຄມີ, ຊີວະ, ລັງສີ ແລະ ນິວເຄຣຍຫລື ເອີ້ນວ່າ CBRN (Chemical, Biological, Radiological and Nuclear)ໄດ້ເປີດຊຸດອົບຮົມໃນຫົວຂໍ້: ການຫລຸດຜ່ອນຄວາມສ່ຽງ ທາງດ້ານເຄມີ ແລະ ສິ່ງເສດເຫລືອທາງດ້ານເຄມີ,ຂຶ້ນໃນວັນທີ 23-28 ກັນຍານີ້ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ແລະ ທ່ານ Andrew Proudlove, ຫົວໜ້າໂຄງການທີ 61 ຈາກສະຫະພາບເອີຣົບ ພ້ອມນັກສຳມະນາກອນກ່ຽວຂ້ອງຈາກກະຊວງຕ່າງໆເຂົ້າຮ່ວມນໍາດ້ວຍ.
ການຝຶກອົບຮົມຄັ້ງນີ້ ແມ່ນຈະເນັ້ນການສ້າງຄວາມຮັບຮູ້ກ່ຽວກັບຄວາມສ່ຽງຈາກວັດຖຸເຄມີໃຫ້ແກ່ນັກສຳມະນາກອນ ທີ່ເປັນພະນັກງານຜູ້ຮັບຜິດຊອບການຄຸ້ມຄອງເຄມີ ແລະ ສິ່ງເສດເຫລືອ,ພ້ອມທັງເປັນການເພີ່ມທະວີຄວາມອາດສາມາດສຳລັບການປ້ອງກັນ, ການຄົ້ນຫາ, ການກຽມຄວາມພ້ອມແລະການໂຕ້ຕອບຕໍ່ກັບເຫດການທາງເຄມີ ແລະ ບົດຮຽນອຶ່ນໆຈາກຊ່ຽວຊານ ທີ່ມາຈາກສະຫະພາບເອີຣົບ. ພ້ອມຍັງຈະເປັນໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນປະສົບການ ຫລື ເຫດການເຄມີຕ່າງໆ ໃນໄລຍະຜ່ານມາ ໂດຍສະເພາະແມ່ນບັນຫາ ແລະ ຂໍ້ຫຍຸ້ງຍາກທີ່ໄດ້ພົບເຫັນເພື່ອຊອກຫາວິທີການແກ້ໄຂ. ນອກນັ້ນ, ຍັງເປັນການເພີ່ມທະວີການປະສານງານລະຫວ່າງໜ່ວຍງານຂອງລັດ ແລະເອກະຊົນເພື່ອແນ່ໃສ່ການຄຸ້ມຄອງສິ່ງເສດເຫລືອ ທາງດ້ານເຄມີ, ເພື່ອການເຝົ້າລະວັງໄພແລະການກຽມຄວາມພ້ອມຮັບມືໃນການຕອບໂຕ້ເຫດການສຸກເສີນທາງດ້ານ CBRN ໃຫ້ສອດຄ່ອງກັບລະບຽບຫຼັກການຂອງສາກົນ.
ໃນໂອກາດນີ້, ທ່ານຄຳເພັດ ວົງດາລາ ມີຄໍາເຫັນວ່າ: ປັດຈຸບັນສະພາບເສດຖະກິດ-ສັງຄົມຂອງລາວເຮົາຢູ່ໃນຊ່ວງກຳລັງເຕີບໂຕຢ່າງຕໍ່ເນື່ອງ; ການນຳໃຊ້ວັດຖຸເຄມີໄດ້ມີບົດບາດສຳຄັນແລະຖືກນຳໃຊ້ເຂົ້າໃນຫລາຍຂະແໜງການເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ຂະຫຍາຍຕົວເປັນຕົ້ນແມ່ນ: ຂະແໜງສາທາລະນະສຸກ, ກະສິກຳແລະອຸດສະຫະກຳການຄ້າ ແລະ ອື່ນໆ. ເຊິ່ງວັດຖຸເຄມີຈະມີຜົນດີຫລາຍດ້ານຕໍ່ກັບການພັດທະນາປະເທດໂດຍລວມ,ແຕ່ກໍປາສະຈາກແນວໂນ້ມທີ່ຈະປະເຊີນກັບຄວາມສ່ຽງຈາກເຫດການ ແລະ ຜົນກະທົບດ້ານລົບຈາກທາດເຄມີຕໍ່ກັບຄວາມປອດໄພຂອງຄົນພາຍໃນຊາດ. ສະນັ້ນ, ຈຶ່ງຈຳເປັນຕ້ອງມີວິທີການ ແລະ ລະບຽບການຄຸ້ມຄອງ-ຕິດຕາມກວດກາທີ່ມີປະສິດທິພາບ ແລະ ຮັດກຸມຕໍ່ກັບຄວາມປອດໄພໃນການນຳໃຊ້ວັດຖຸດັ່ງກ່າວ.ໄລຍະຜ່ານມາວຽກງານການຫລຸດຜ່ອນຄວາມສ່ຽງທາງດ້ານເຄມີ ແລະ ສິ່ງເສດເຫລືອທາງດ້ານເຄມີຂອງລາວແມ່ນຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ຍັງຂາດການສົ່ງເສີ່ມຄວາມຮູ້, ຄວາມຊຳນິຊຳນານສະເພາະດ້ານ, ລະບົບການຄຸ້ມຄອງ, ຕິດຕາມກວດກາກໍ່ຍັງບໍ່ທັນເປັນລະບົບຄົບຊຸດ, ເຄື່ອງມືອຸປະກອນກໍ່ຍັງຂາດແຄນ, ພະນັກງານວິຊາການຍັງບໍ່ມີປະສົບການໃນການໃຫ້ຄໍາແນະນໍາໃຫ້ແກ່ປະຊາຊົນ ເພື່ອໃຫ້ເຂົ້າເຖິງຄວາມໝາຍຄວາມສຳຄັນ ແລະ ຄຳນຶງເຖິງຄວາມປອດໄພກ່ຽວກັບການນຳໃຊ້ສານເຄມີຕ່າງໆໃນແຕ່ລະຂົງເຂດ.