ເວເນເຊເອລາເຄື່ອນລູກສອນໄຟໄປປະສິດກັບຊາຍແດນໂກລົມເບຍ


ຮຽບຮຽງໂດຍ: ລູກເມືອງພວນ
Maduro ອອກຄຳສັ່ງ ໃຫ້ທະຫານເຄື່ອນລະບົບ ລູກສອນໄຟປ້ອງກັນໄປຍັງ ຊາຍແດນ ໂກລົມເບຍ ໃນ ວັນທີ 10-24 ກັນຍານີ້, ເພື່ອ ປ້ອງກັນການໂຈມຕີຈາກ ເພື່ອນບ້ານ.
ປະທານາທິບໍດີ ເວເນ ຊູເອລາ Nicolas Maduro ມີຄຳເຫັນໃນ ໂທລະພາບແຫ່ງຊາດ, ວັນທີ 4 ກັນຍານີ້ ວ່າ: “ປະທານາທິບໍດີ ໂກລົມເບຍ Ivan Duque ບໍ່ສະ ເພາະແຕ່ນຳເອົາປະເທດຊາດຂອງຕົນເຂົ້າສູ້ສົງຄາມທີ່ ຊົ່ວຮ້າຍແຕ່ຫາກຍັງມີເລ ຫຼ່ຽມກົນອຸບາຍສ້າງຂໍ້ອ້າງ ເພື່ອໂຈມຕີ ເວເນຊູເອລາ ອີກດ້ວຍ”
ຜູ້ນຳ ເວເນຊູເອລາ ຍັງກ່າວຫາ ທ່ານ Duque ວ່າ: ມີຄວາມພະຍາຍາມສ້າງ“ເວທີສະແດງການເມືອງ ດ້ວຍລາຄາຕໍ່າທີ່ສຸດ” ເພື່ອປົກປິດສົງຄາມພາຍໃນເພື່ອ ດຶງດູດການສະໜັບສະໜູນຈາກສາກົນ.
ກ່ອນໜ້ານັ້ນ, Maduro ກໍໄດ້ອອກຄຳສັ່ງໃຫ້ກອງທັບຊາຍແດນ ຢູ່ໃນພາວະ ຕຽມພ້ອມສູ້ຮົບເພື່ອຕ້ານ ກັບການຂົ່ມຂູ່ທີ່ເປັນອາຄາດຈາກ ໂກລົມເບຍ.
ເຫດການດັ່ງກ່າວມີ ຄວາມເຄັ່ງຕຶງຂຶ້ນເນື່ອງມາ ຈາກທະຫານກອງຫຼອນ ຂອງ ໂກລົມເບຍ(FARC) ລົງວີດິໂອສິ້ນໜຶ່ງກ່ຽວກັບ ການຂົນອາວຸດຂອງຝ່າຍ ເວເນຊູເອລາ ຢູ່ໃກ້ກັບ ຊາຍ ແດນ. ລັດຖະບານ ໂກລົມເບຍ ຖືວ່າວີດິໂອສິ້ນດັ່ງກ່າວຂອງ FARC ນັ້ນ ແມ່ນຖືກບັນທຶກ ໄດ້ໃນດິນແດນຂອງ ເວເນ ຊູ ເອລາແທ້, ຈິ່ງມີຄວາມເປັນ ຫ່ວງເກີດສົງຄາມຂຶ້ນກັບປະ ເທດເພື່ອນບ້ານ.
ກະຊວງການຕ່າງປະເທດຂອງ ໂກລົມເບຍ ປະຕິເສດບັນຫາດັ່ງກ່າວ, ໃນຂະນະດຽວກັນ ບັນດາເຈົ້າໜ້າ ທີ່ໃນລັດຖະບານ ໂກລົມເບຍ ກໍປະຕິເສດຄວາມອາດສາມາດຈະເກີດສົງຄາມກັບ ເວເນຊູເອລາ.
ເວເນຊູເອລາ ແລະ ໂກລົມເບຍ ເຄີຍຍົກກຳລັງໃສ່ ກັນ ຢູ່ຕາມຊາຍແດນຫຼາຍເທື່ອແລ້ວ, ເພື່ອແນໃສ່ຈຸດປະສົງທາງການເມືອງ.
FARC ເປັນກຸ່ມຕິດອາວຸດມາແຕ່ປີ 1970 ແລະ ໄດ້ ເຄື່ອນໄຫວຢູ່ເຂດພູສູງທາງທິດໃຕ້ຂອງ ໂກລົມເບຍ ແລະ ຫຼາຍປະເທດຖືກຸ່ມນີ້ເປັນກຸ່ມ ກໍ່ການຮ້າຍ ແລະ ໄດ້ຢຸດຕິ ການເຄື່ອນໄຫວທາງການທະຫານ ແລະ ມອບອາວຸດ ໃຫ້ສະຫະປະຊາຊາດແຕ່ປີ 2017ເປັນຕົ້ນມາ.

