ທ່ານນາຍົກ ຊີ້ນຳໃຫ້ເລັ່ງຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນໍ້າຖ້ວມຢ່າງຮີບດ່ວນ

ທ່ານນາຍົກ ຊີ້ນຳໃຫ້ເລັ່ງຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນໍ້າຖ້ວມຢ່າງຮີບດ່ວນ - 33 5 - ທ່ານນາຍົກ ຊີ້ນຳໃຫ້ເລັ່ງຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນໍ້າຖ້ວມຢ່າງຮີບດ່ວນ
ທ່ານນາຍົກ ຊີ້ນຳໃຫ້ເລັ່ງຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນໍ້າຖ້ວມຢ່າງຮີບດ່ວນ - kitchen vibe - ທ່ານນາຍົກ ຊີ້ນຳໃຫ້ເລັ່ງຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນໍ້າຖ້ວມຢ່າງຮີບດ່ວນ

ເຊົ້າວັນທີ 5 ກັນຍານີ້, ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມດ່ວນເພື່ອປຶກສາຫາລືການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາແຂວງພາກໃຕ້ແລະພາກກາງຈຳນວນໜຶ່ງ, ໂດຍການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ເຂົ້າຮ່ວມ.

      ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບນໍ້າຖ້ວມເນື່ອງຈາກຝົນຕົກໜັກທີ່ໄດ້ຮັບອິດທິພົນຂອງລົມພະຍຸໜຸນເຂດຮ້ອນໂພດູ ແລະ ລົມພະຍຸດີເປຣຊັນ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນຊ່ວງທ້າຍເດືອນສິງຫາ ຫາ ຕົ້ນເດືອນ ກັນຍາ 2019, ແລະ ການຊ່ວຍເຫຼືອສຸກເສີນຢູ່6 ແຂວງທີ່ໄດ້ຮັບຜົນກະທົບຄື: ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງອັດຕະປື, ແຂວງສາລະວັນ, ແຂວງຈຳປາສັກ ແລະ ແຂວງເຊກອງ, ປະຈຸບັນໄດ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ ໃນ 37 ເມືອງ, 788 ບ້ານ, 54.207 ຄອບຄົວ, ເສຍຊີວິດ 2 ຄົນ, ສູນຫາຍ 2 ຄົນ, ປະຊາຊົນຍົກຍ້າຍ 3.400 ກວ່າຄອບຄົວ, ສ້າງຄວາມເສຍຫາຍຕໍ່ຊັບສິນແລະເນື້ອທີ່ທຳມາຫາກິນຂອງປະຊາຊົນ, ອາຄານສະຖານທີ່, ໂຮງຮຽນ, ສຸກສາລາ, ຊົນລະປະທານ, ຖະໜົນຫົນທາງແລະອື່ນໆເປັນຈຳນວນຫຼວງຫຼາຍ. ສຳລັບຄວາມຕ້ອງການຮີບດ່ວນ ລວມມີ ເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ອາຫານ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນອນ,ເຄື່ອງກອງນ້ຳ, ເຮືອ ແລະ ງົບປະມານຮັບໃຊ້ແລະອື່ນໆ.

      ກອງປະຊຸມໄດ້ລົງເລິກປຶກສາຫາລືມາດຕະການແກ້ໄຂສຸກເສີນໂດຍສະເພາະການຊ່ວຍເຫຼືອປະຊາຊົນທີ່ຍັງຕິດຄ້າງຢູ່ບ່ອນນ້ຳຖ້ວມແລະຄວາມຮັບຜິດຊອບຂອງແຕ່ລະຂະແໜງການກ່ຽວຂ້ອງ. ຫຼັງຈາກນັ້ນທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ຈັດສົ່ງເຮືອ, ເຄື່ອງອຸປະໂພກ-ບໍລິໂພກແລະງົບປະມານຈຳນວນໜຶ່ງໃຫ້ແກ່ບັນດາແຂວງທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ. ພ້ອມທັງໄດ້ຊີ້ນຳໃຫ້ບັນດາກະຊວງຮີບຮ້ອນຈັດຕັ້ງປະຕິບັດດັ່ງນີ້: ໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ຊີ້ນຳ, ຈັດຕັ້ງກຳລັງທະຫານ, ພາຫະນະ, ໜ່ວຍແພດສຸກເສີນເຂົ້າຊ່ວຍເຫຼືອປະຊາຊົນ ທີ່ກຳລັງປະສົບໄພນໍ້າຖ້ວມ ໃຫ້ທັນການແລະທົ່ວເຖິງ; ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວາງແຜນແກ້ໄຂ ແລະ ຊ່ວຍເຫຼືອ ໃຫ້ດີແລະແທດຕົວຈິງໂດຍມີການຈັດຕັ້ງແບ່ງງານກັນລະອຽດຈະແຈ້ງ;ໃຫ້ກະຊວງປ້ອງກັນຄວາມສະຫງົບ ເອົາໃຈໃສ່ ຕໍ່ວຽກງານປ້ອງກັນຄວາມສະຫງົບໃຫ້ດີ ໂດຍສະເພາະການປົກປັກຮັກສາວັດຖຸສິ່ງຂອງ ຂອງປະຊາຊົນ ໃນພາວະເກີດໄພພິບັດສຸກເສີນຄືປະຈຸບັນ ເພື່ອບໍ່ໃຫ້ມີການສວຍໂອກາດຂອງຄົນບໍ່ດີ; ໃຫ້ກະຊວງການເງິນ ແລະ ກະຊວງແຮງງານແລະສະຫວັດດີການສັງຄົມສົມທົບກັນ ຈັດສັນງົບປະມານ ເພື່ອແກ້ໄຂໄພພິບັດຄັ້ງນີ້ ໃຫ້ໄດ້ຮັບຜົນເປັນຢ່າງດີ; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເອົາໃຈໃສ່ເກັບກຳຂໍ້ມູນ ແລະ ເລັ່ງແກ້ໄຂບັນຫາເສັ້ນທາງ, ຂົວ ແລະ ອື່ນໆ ທີ່ເປ່ເພເສຍຫາຍແລະບາງເສັ້ນທາງທີ່ຖືກຕັດຂາດ ໃຫ້ສາມາດສັນຈອນໄປມາໄດ້, ພ້ອມກັນນັ້ນ ກໍ່ໃຫ້ຊ່ວຍເຫຼືອ ຜູ້ໂດຍສານ ທີ່ຍັງຄ້າງຢູ່ຕາມເຂດນ້ຳຖ້ວມໃຫ້ສາມາດໄປຮອດຈຸດໝາຍປາຍທາງ; ໃຫ້ກະຊວງສາທາລະນະສຸກ ສົມທົບກັບກະຊວງປ້ອງກັນປະເທດ ຈັດຕັ້ງພະນັກງານແພດ-ໝໍ, ອຸປະກອນການແພດທີ່ຈຳເປັນ, ຢາປ້ອງກັນ ແລະ ປິ່ນປົວພະຍາດ ໄປຊ່ວຍເຫຼືອປະຊາຊົນ ຕາມຈຸດເຕົ້າໂຮມຕ່າງໆຂອງແຂວງທີ່ໄດ້ຮັບຜົນກະທົບ; ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກຂ່າວແຈ້ງເຕືອນ, ແນະນຳ ແລະ ໃຫ້ຂໍ້ມູນຕ່າງໆ ແກ່ປະຊາຊົນ ຢ່າງເປັນປະຈຳ ແລະ ທັນການ, ພ້ອມກັນນັ້ນ ກໍ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂບັນຫາ ການອອກຂ່າວທີ່ບໍ່ມີມູນຄວາມຈິງ, ໃສ່ຮ້າຍປ້າຍສີ ແລະ ອື່ນໆ ຂອງສື່ສັງຄົມອອນລາຍຈຳນວນໜຶ່ງ ຢ່າງທັນການ; ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດ ແລະອອກຂ່າວໃຫ້ສັງຄົມຮັບຊາບຜ່ານສື່ຕ່າງໆ (ໂທລະພາບ, ວິທະຍຸ, ສື່ອອນລາຍແລະໜັງສືພິມ) ຢ່າງທັນການແລະເປັນປົກກະຕິເພື່ອໃຫ້ປະຊາຊົນມີສະຕິແລະກຽມພ້ອມຮັບມື. ພ້ອມກັນນີ້,ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ກ່ຽວກັບສະພາບດິນຟ້າອາກາດ ແລະການກະກຽມຮັບມືແລະແກ້ໄຂຜົນກະທົບຈາກໄພພິບັດເພື່ອໃຫ້ຂະແໜງການແລະທ້ອງຖິ່ນຮັບຊາບແລະຈັດຕັ້ງປະຕິບັດ; ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ຊີ້ນຳ ແລະ ຕິດຕາມ ກ່ຽວກັບການບໍລິຫານ ແລະ ຈັດການນ້ໍາ ຢູ່ເຂື່ອນຕ່າງໆ ໃຫ້ຮັບປະກັນຄວາມປອດໄພ ແລະ ແກ້ໄຂ ຢ່າງທັນການ; ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ກະກຽມແຜນດ້ານຕ່າງໆ ເປັນຕົ້ນ ແນວພັນພືດ-ສັດ, ຝຸ່ນ-ປຸ໋ຍ, ປັດໄຈການຜະລິດ ແລະ ອື່ນໆ ເພື່ອຊ່ວຍເຫຼືອປະຊາຊົນ ພາຍຫຼັງນໍ້າບົກແຫ້ງ​ໃຫ້​ທ່ວງທັນ​ເວລາ ​ແລະ ລະດູ​ການ.

ທ່ານນາຍົກ ຊີ້ນຳໃຫ້ເລັ່ງຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນໍ້າຖ້ວມຢ່າງຮີບດ່ວນ - 3 - ທ່ານນາຍົກ ຊີ້ນຳໃຫ້ເລັ່ງຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນໍ້າຖ້ວມຢ່າງຮີບດ່ວນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!