ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ

ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ - 22 6 - ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ
ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ - kitchen vibe - ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ

ເນື່ອງ​ຈາກ​ອິດ​ທິພົນ​ຂອງ​ລົມ​ພະຍຸໝູນ​ເຂດ​ຮ້ອນ​ໂພ​ດູ ​ແລະ ລົມ​ພະຍຸ​ດີ​ເປຣຊັນ​ທີ່​ພັດ​ຜ່ານ​ເຂົ້າ​ມາລາ​ວ​ໃນ​ຊ່ວງ​ທ້າຍ​ເດືອນ​ສິງຫາ ຫາ​ຕົ້ນ​ເດືອນ ກັນຍາ​ນີ້​ເຮັດ​ໃຫ້​ມີ​ຝົນຕົກໝັກ ​ແລະ ​ເກີດ​ນໍ້າ​ຖ້ວຍ​ຢູ່ 6 ​ແຂວງ​ຄື: ຄໍາ​ມ່ວນ, ສະຫວັນ​ນະ​ເຂດ, ອັດ​ຕະປື, ສາລະ​ວັນ, ​ຈໍາປາ​ສັກ ​ແລະ ​ເຊ​ກອງ. ​ໄດ້​ສົ່ງ​ຜົນ​ກະທົບ​ໂດຍ​ກົງຕໍ່ປະຊາຊົນ 37 ​ເມືອງ, 788 ບ້ານ, 54.207 ຄອບຄົວ ​ແລະ ​ມີ​ຜູ້ເສຍ​ຊີວິດ​ແລ້ວ 2 ຄົນ (ສະຫວັນ​ນະ​ເຂດ ​ແລະ ຈໍາປາ​ສັກ ​ແຂວງ​ລະຄົນ), ສູນຫາຍ 2 ຄົນ ຢູ່​ຈໍາປາ​ສັກ, ປະຊາຊົນ​ 3.400 ກວ່າຄອບຄົວຕ້ອງ​ໄດ້​ຍົກຍ້າຍ, ​ເນື້ອ​ທີ່​ນາ​ຖືກ​ນໍ້າ​ຖ້ວມ 130.569 ກວ່າ​ເຮັກຕາ, ສ່ວນ 251 ​ເຮັກຕາ, ໜອງປາ 953 ໜອງ, ຊົນລະປະທານ 26 ​ແຫ່ງ, ​ເສັ້ນທາງ 139 ກິ​ໂລ​ແມັກ, ຂົວ 6 ​ແຫ່ງ, ​ໂຮງຮຽນ 45 ​ແຫ່ງ, ສຸກສາລາ 2 ​ແຫ່ງ ​ແລະ ສັດລ້ຽງຈໍານວນຫລາຍ​.

ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ - 69490390 1104865609712389 4939842032605593600 n - ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ
ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ - 69586652 1104865686379048 403400993640808448 n - ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ
ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ - 70119818 1104865733045710 8257205799156187136 n - ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ

​ໃນ​ການ​ຊ່ວຍ​ເຫລືອ​​ແກ້​ໄຂສຸກ​ເສີນເບື້ອງ​ຕົ້ນສໍາລັບ ແຂວງ ຄໍາມ່ວນ: ທາງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຂວງ ໄດ້ກຽມຄວາມພ້ອມເພື່ອຮັບມືກັບໄພພິບັດດັ່ງກ່າວ​ເຊັ່ນ: ກໍາລັງພົນ, ພາຫະນະ, ເຄື່ອງຊ່ວຍເຫລືອ​ ​ແລະ ອື່ນໆ. ແຂວງ ສະຫວັນນະເຂດ: ໄດ້ນໍາໃຊ້ກໍາລັງທະຫານ, ຕໍາຫລວດ ເຂົ້າໃນການປ້ານຄູກັນນໍ້າ ແລະ ກັນເຈື່ອນຕາມເສັ້ນທາງ.

ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ - Visit Laos Visit SALANA BOUTIQUE HOTEL - ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ

ແຂວງ ອັດຕະປື: ​ມີ​ເຮືອ​ແຮ​ໄວ້ 10 ​ລໍາ ແລະ ລົດກະບະ 2 ຄັນ ​ເພື່ອ​ກຽມການ​ຂົນ​ເຄື່ອງຮັບ​ໃຊ້​ທີ່​ຈໍາ​ເປັນ, ເຂົ້າສານ ຈໍານວນ 20 ໂຕນ, ສາດ; ມຸ້ງ; ໝອນ; ເຊື່ອ ແລະ ເຄື່ອງໃຊ້ຄົວເຮືອນ, ເຕັ້ນຄອບຄົວ, ກໍາລັງທະຫານ ມີລົດ 10 ຄັນ ແລະ ເຮືອ 2 ລໍາ, ກາແດງ ມີເຮືອ 2 ລໍາ, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ມີເຮືອ 1 ລໍາ; ແຂວງໄດ້ຈັດຊື້ປ໋ອງປາ 100 ແກັດເພື່ອແຈກຢາຍ​ໃຫ້​ປະຊາຊົນ​ໃນ​ເຂດ​ປະສົບ​ໄພ. ນອກນີ້ຍັງໄດ້ປະສານສົມ ທົບກັບບັນດາພະແນກການຕ່າງໆ​ເພື່ອເຝົ້າລະວັງ ແລະ ລາຍງານສະພາບການ ຕະຫລອດ 24 ຊົ່ວ​ໂມງ ​ແລະ ກຽມກໍາລັງຍົກຍ້າຍວັດຖຸສິ່ງ​ຂອງ ແລະ ຊັບສິນຂອງປະຊາຊົນໄປໄວບ່ອນທີ່ປອດໄພໃນເວລາເກີດ​ເຫດສຸກເສີນ.

ແຂວງ ສາລະວັນ: ກໍ​ໄດ້ຈັດຕັ້ງກໍາລັງເຂົ້າໃຫ້ການຊ່ວຍ​ເຫລືອປະຊາຊົນທີ່ຕີດຢູ່ເຮືອນໄປສູ່ບ່ອນປອດໄພ ແຕ່ຍັງພົບຄວາມຫຍຸ້ງຍາກ ເນື່ອງຈາກນໍ້າໄດ້ເຂົ້າຖ້ວມເປັນບໍລິເວນກວ້າງເຊິ່ງຖ້ວມທັງຕົວເມືອງສາລະວັນ;

ສໍາລັບເມືອງຄົງເຊໂດນ ​ໄດ້​ຍົກຍ້າຍປະຊາຊົນ​ໄປອາໄສຢູ່ສະໂມສອນ​ເປັນ​ຊົ່ວຄາວ. ແຂວງ ເຊກອງ: ກໍໄດ້ເຂົ້າຊ່ວຍກອບກູ້ເອົາປະຊາຊົນທີ່ຕົກຄ້າງຢູ່ຕາມບ້ານ, ເຮືອນ ແລະ ຖຽງນາ ພ້ອມທັງນໍາໃຊ້ກົນຈັກ ເຂົ້າຊ່ວຍໃນການຊວານດິນອອກຈາກເສັ້ນທາງ, ທໍ່ນໍ້າອຸດຕັນ.

ແຂວງ ຈໍາປາສັກ: ປັດຈຸບັນໄດ້ລະດົມກໍາລັງຊາວໜຸ່ມ, ທະຫານ, ຕໍາຫລວດ ນໍາໃຊ້ເຮືອໄປຍົກຍ້າຍ ແລະ ກອບກູ້ເອົາປະຊາຊົນທີ່ຄ້າງຢູ່ຕາມເຮືອນອອກມາຢູ່ບ່ອນປອດໄພ​ແລ້ວ.

ພ້ອມນີ້, ກົມສັງຄົມສົງເຄາະ ກໍກໍາລັງຈັດສົ່ງເຄື່ອງຊ່ວຍເຫລືອໃຫ້ 6 ແຂວງທີ່ໄດ້ຮັບຜົນກທົບດັ່ງກ່າວ​ໃນ​ເບື້ອງ​ງົບສຸກເສີນແຂວງລະ 50 ລ້ານກີບ.

ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ - 4 - ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເລັ່ງຊ່ວຍ​ເຫລືອຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ບັນດາ​ແຂວງພາກກາງ ​ແລະ ​ໃຕ້ຢ່າງ​ຮີບ​ດ່ວນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!