40 ກວ່າປະເທດຫາລືແຜນພັດທະນາລະບົບຂົນສົ່ງແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ


ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ບຸນຈັນ ສີນທະວົງ ມີຄໍາເຫັນຕໍ່ກອງປະຊຸມວ່າ: ໃນບັນດາ 17 ເປົ້າໝາຍ, 169 ຈຸດສຸມຂອງວາລະປີ 2030 ສໍາລັບການພັດທະນາທີ່ຍືນຍົງໃນຂະແໜງຂົນສົ່ງ, ໂດຍສະເພາະແມ່ນການຂົນສົ່ງໃນເຂດຊົນນະບົດ ຄືກຸນແຈສຳຄັນຂອງການບັນລຸ ເປົ້າໝາຍແຫ່ງການພັດທະນາທີ່ຍືນຍົງ SDG2, 9 ແລະ 11. ມັນມີຄວາມສຳຄັນທີ່ຈະໄດ້ຍົກໃຫ້ເຫັນວ່າໃນໄລຍະທົດສະວັດຜ່ານມາ ສປປລາວ ໄດ້ຜະເຊີນກັບພະຍຸໃຕ້ຝຸ່ນ ແລະ ພະຍຸລະດູຮ້ອນຫລາຍຫົວຄື: ພະຍຸໃຕ້ຝຸ່ນເກດສະໜາໃນປີ 2009, ພະຍຸໃຕ້ຝຸ່ນໄຮມາ ແລະ ພະຍຸລະດູຮ້ອນນົກເຕນໃນປີ 2011 ແລະ ຍັງມີອີກຫລາຍໆພະຍຸໃນປີ 2013, ເຊິ່ງໄດ້ກໍໃຫ້ເກີດຄວາມເສຍຫາຍອັນໃຫຍ່ຫລວງເກືອບ 200 ລ້ານໂດລາສະຫະລັດ ແລະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຫລາຍກວ່າ 350 ພັນຄົນໃນ 12 ແຂວງ. ຍ້ອນເຫັນໄດ້ເຖິງຄວາມຈຳເປັນໃນການບັນເທົາ ແລະ ຫລຸດຜ່ອນ ຄວາມເສຍຫາຍທີ່ອາດຈະເກີດຂຶ້ນຈາກໄພພິບັດທາງທຳມະຊາດໃນອະນາຄົດ, ສປປ ລາວ ໂດຍການສະໜັບສະໜຸນຈາກບັນດາຄູ່ຮ່ວມພັດທະນາຍຸດທະສາດ ພວມຈັດຕັ້ງປະຕິບັດບັນດາໂຄງການຂົນສົ່ງແບບຍືນຍົງທີ່ໂດດເດັ່ນຈຳນວນໜຶ່ງເຊັ່ນ: ໂຄງການຄຸ້ມຄອງທາງຫລວງໃຫ້ສາມາດທົນທານຕໍ່ການປ່ຽນແປງດິນຟ້າອາກາດທີ່ກວມເອົາ 6 ແຂວງ, ໂຄງການລະບົບຂົນສົ່ງສາທາລະນະໃນນະຄອນຫລວງວຽງຈັນທີ່ຍືນຍົງ ແລະ ໂຄງການຄຸ້ມຄອງຄວາມສ່ຽງຈາກໄພພິບັດໃນອາຊີຕາເວັນອອກສຽງໃຕ້. ບົນພື້ນຖານຄວາມໝຸ້ງໝັ້ນ ແລະ ຄວາມທ້າທາຍຕ່າງໆທີ່ກ່າວມານັ້ນ, ກອງປະຊຸມຂົນສົ່ງແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມຄັ້ງນີ້, ໄດ້ຖືກຈັດຂຶ້ນໃນຊ່ວງເວລາທີ່ເໜາະສົມເພືອຄົ້ນຄ້ວາ ແລະ ປຶກສາຫາລືຊອກຫາຊ່ອງທາງຕ່າງໆໃນການບັນລຸວາລະປີ 2030 ແຫ່ງການພັດທະນາທີ່ຍືນຍົງໄດ້ຄືແນວໃດ, ໂດຍຜ່ານທາງອອກ ແລະ ການປະຕິບັດງານດ້ານການຂົນສົ່ງແບບຍືນຍົງຂອງແຕ່ລະປະເທດ.
ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ , ກະຊວງສິ່ງແວດລ້ອມແຫ່ງປະເທດຍີປຸ່ນ, ອົງການ SLoCaT, UNESCAP, UNOCD ແລະ UNCRD ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມຂອງທ່ານຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສົມດີ ດວງດີ.