ຊາຍໜຸ່ມຫວຽດນາມແຕ່ງງານກັບຊາກສົບແຟນສາວ

ຊາຍໜຸ່ມຫວຽດນາມແຕ່ງງານກັບຊາກສົບແຟນສາວ - 1246987 - ຊາຍໜຸ່ມຫວຽດນາມແຕ່ງງານກັບຊາກສົບແຟນສາວ
ຊາຍໜຸ່ມຫວຽດນາມແຕ່ງງານກັບຊາກສົບແຟນສາວ - kitchen vibe - ຊາຍໜຸ່ມຫວຽດນາມແຕ່ງງານກັບຊາກສົບແຟນສາວ

ຮຽບຮຽງໂດຍ: ລູກເມືອງພວນ

ຊາຍໜຸ່ມຫວຽດນາມແຕ່ງງານກັບຊາກສົບແຟນສາວ - 1246987 - ຊາຍໜຸ່ມຫວຽດນາມແຕ່ງງານກັບຊາກສົບແຟນສາວ

    ທຽນແອັງ, ຊາຍໜຸ່ມຫວຽດນາມ ທີ່ກຳລັງອອກ ແຮງງານຢູ່ຍີ່ປຸ່ນ, ບັງເອີນ ເຫັນວີດິໂອສິ້ນໜຶ່ງກ່ຽວກັບອຸປະຕິເຫດຢູ່ນະຄອນ ໂຮ່ຈິມິນ. ເບິ່ງຄັກໆແລ້ວ ເຫັນຜູ້ທີ່ ຖືກອຸປະຕິເຫດເສຍຊີວິດນັ້ນ ແມ່ນແຟນສາວຂອງຕົນເອງທີ່ປະສົບອຸປະຕິເຫດໃນວັນທີ 25 ສິງຫາ ຢູ່ເຂດ ຟູຮົວດົງ ນະຄອນໂຮ່ຈິມິນຖືກເຜີຍແຜ່ ລົງໃນຄິບວີດິໂອສີ້ນໜຶ່ງຂອງສື່ສັງຄົມອອນລາຍ. ທຽນແອັງ, ຊາຍໜຸ່ມໄວ 26 ປີ ເປັນນັກວິສາວະກອນຢູ່ໃນ ບໍລິສັດບຳລຸງຮັກສາເຄື່ອງຈັກກໍ່ສ້າງ ຢູ່ກຽວໂຕ ປະເທດ ຍີ່ປຸ່ນ, ບັງເອີນພົບເຫັນຜູ້ທີ່ຖືກອຸປະຕິເຫດເສຍຊີວິດ ໃນວີດິໂອສິ້ນນັ້ນແມ່ນແຟນສາວ ຂອງຕົນໃນທ່າມກາງ ຍາດຕິພີ່ນ້ອງຮ້ອງໄຫ້ອ້ອມ ສົບ ຂອງລາວ. ເຂົາ ແລະ ນາງ ສາວ ຄົນນັ້ນຈະຈັດຕັ້ງພິທີແຕ່ງກັນໃນວັນທີ 29 ກັນຍາທີ່ຈະມາເຖິງນີ້, ພວກ ເຂົາທັງສອງກໍໄດ້ກະຽມທຸກສິ່ງພ້ອມແລ້ວ.

ຊາຍໜຸ່ມຫວຽດນາມແຕ່ງງານກັບຊາກສົບແຟນສາວ - Visit Laos Visit SALANA BOUTIQUE HOTEL - ຊາຍໜຸ່ມຫວຽດນາມແຕ່ງງານກັບຊາກສົບແຟນສາວ

ເມື່ອເຫັນເຊັ່ນນັ້ນ, ຕີນມື ຂອງເຂົາກໍອ່ອນເພຍເປ້ຍ ລ່ອຍໄປໝົດ, ເຂົາຕັ້ງສະຕິຄືນມາ ແລ້ວໂທສອບຖາມ ທາງບ້ານກໍແມ່ນຄວາມຈິງແທ້. ເຂົາຈຶ່ງໄດ້ຊື້ປີ້ເຮືອບິນ, ບິນກັບຫວຽດນາມໂດຍ ດ່ວນ. ເມືອມາເຖິງບ້ານເຂົາ ໄດ້ປຶກສາຫາລືກັບຄອບຄົວ ຂອງ ຜູ້ສາວເພື່ອຂໍອະນຸຍາດ ໄດ້ແຕ່ງງານກັບຊາກສົບ ຂອງນາງ.

ວັນທີ 25 ສິງຫານີ້, ທຽນແອັງ ໄດ້ໄປເຮືອນເມຍ ບໍ່ທັນແຕ່ງຂອງຕົນຢູ່ທີ່ຄຸ້ມ ຟູເລີຍ, ຕາແສງ ຟູຮົວດົງ ເມືອງ ກູຈີ ນະຄອນໂຮ່ຈິມິນ . ເຂົາຢືນຢູ່ຕໍ່ໜ້າຮູບພາບຂອງ ແຟນສາວ, ແລ້ວເຂົາ ກໍ ມອບຊໍ່ດອກໄມ້, ແຫວນແຕ່ງໃຫ້ແຟນສາວ ແລະ ຮ້ອງ  ບົດເພງທີ່ແຟນສາວມັກທີ່ສຸດໃຫ້ແກ່ເຂົາ.

ເລຈິແທັງ, ອາຍຸ 38 ປີ, ຜູ້ເປັນອ້າຍຂອງເຈົ້າບ່າວໃຫ້ຮູ້ວ່າ: “ທຽນແອັງເຮັດແບບນີ້ ກໍເພື່ອວ່າໃຫ້ຄວາມຮັກຂອງເຂົາໄດ້ສົມຫວັງ  ແລະ ບອກໃຫ້ນາງຮູ້ວ່າ ໄດ້ເປັນຜົວເມຍກັນແລ້ວ ”

ທຽນແອັງ ແລະ ແຟນສາວຜູ້ໂຊກຮ້າຍ ຈົບມະຫາວິທະຍາໄລຊັບພະວິຊານະຄອນໂຮ່ຈິມິນພ້ອມກັນ, ຫຼັງຈາກນັ້ນເຂົາໄດ້ໄປຍີ່ປຸ່ນອອກແຮງງານ. ຢູ່ຍີ່ປຸ່ນ ທຽນແອັງຖືກເລືອກໃຫ້ເປັນຜູ້ບໍລິຫານໃນບໍລິສັດ, ສ່ວນເມຍຂອງເຂົາຍັງຢູ່ໄລຍະທົດສອບວຽກ ເພາະເຂົາຫາກໍໝົດກຳນົດ ເຮັດວຽກຢູ່ຍີ່ປຸ່ນກັບມາ, ເຂົາເປັນຜູ້ແປພາສາໃຫ້ບໍລິສັດ ຢູ່ບິງເຢືອງ. ເຂົາໄດ້ກະກຽມ ສິ່ງຂອງຈຳນວນໜຶ່ງເພື່ອ ກະກຽມຈະໄດ້ຢູ່ກັບຜົວໃນອະນາຄົດ. ເມື່ອຮູ້ຂ່າວນີ້, ຫຼາຍຄົນຕ່າງກໍໄດ້ພ້ອມພາກັນໄປໄວ້ອາໄລສົບຂອງ ນາງສາວດັ່ງກ່າວດ້ວຍ ຄວາມອາໄລຮັກ./.

ຊາຍໜຸ່ມຫວຽດນາມແຕ່ງງານກັບຊາກສົບແຟນສາວ - 4 - ຊາຍໜຸ່ມຫວຽດນາມແຕ່ງງານກັບຊາກສົບແຟນສາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!