ອຸຕຸເຕືອນກຽມຮັບມືພະຍຸໝູນເຂດຮ້ອນຈະຜ່ານປະເທດລາວທ້າຍເດືອນນີ້


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ເຕືອນໃຫ້ປະຊາຊົນມີສະຕິລະວັງຕົວຕໍ່ສະພາບອາກາດທີ່ມີການປ່ຽນແປງ, ໂດຍສະເພາະຜູ້ທີ່ອາໃສຢູ່ລຽບແຄມແມ່ນໍ້າຕ່າງໆໃຫ້ເກັບມ້ຽນວັດຖຸສິ່ງຂອງ ແລະ ສັດລ້ຽງຂອງຕົນໄປໄວ້ບ່ອນປອດໄພ, ເນື່ອງຈາກໃນໄລຍະທ້າຍເດືອນສິງຫາຫາຕົ້ນເດືອນກັນຍານີ້ ຝົນຈະຕົກໃນລະດັບຄ່ອຍຫາປານກາງ ແລະ ອາດຈະຕົກໜັກຢູ່ຫລາຍທ້ອງຖິ່ນ, ເຊິ່ງຈະເຮັດໃຫ້ລະດັບນໍ້າສາຍຕ່າງໆສູງຂຶ້ນ ແລະ ເກີດມີນໍ້າປ່າໄຫລຊຸແຮງ, ນໍ້າຖ້ວມເປັນບໍລິເວນກວ້າງຢູ່ຫລາຍທ້ອງຖິ່ນ ຍ້ອນຮ່ອງຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ມີກໍາລັງປານກາງຫາແຮງຈະພັດຜ່ານແຂວງພາກເໜືອຫາພາກກາງຂອງປະເທດເຮົາ, ພ້ອມດຽວກັນນັ້ນ ລົມມໍລະສຸມຕາເວັນຕົກສຽງໃຕ້ ທີ່ີມີກໍາລັງປານກາງຈະພັດປົກຄຸມເປັນສ່ວນໃຫຍ່ ຈາກນັ້ນວັນທີ 29 ສິງຫາ ຫາ 1 ກັນຍາ ລົມມໍລະສຸມຕາເວັນຕົກສຽງໃຕ້ຈະມີກໍາລັງແຮງເພີ່ມຂຶ້ນກາຍເປັນພາຍຸໝູນເຂດຮ້ອນຢູ່ປະເທດຟີລິບປີນ ແລະ ສືບຕໍ່ເຄື່ອນທີ່ຜ່ານທະເລຈີນໃຕ້ຕອນກາງ ແລະ ຈະມີທ່າອ່ຽງເຄື່ອນທີ່ເຂົ້າພາກກາງປະເທດຫວຽດນາມ ແລະ ສືບຕໍ່ເຄື່ອນຜ່ານພາກກາງຫາພາກເໜືອປະເທດລາວ.
ສໍາລັບສະພາບອາກາດແຕ່ລະພາກ: ພາກເໜືອດ້ານຕາເວັນອອກ ຈະມີຝົນ
ຕົກປານກາງຫາຕົກໜັກຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມແຕ່ 19-30 ອົງສາ. ພາກກາງ: ຈະມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມແຕ່ 22-34 ອົງສາ. ພາກໃຕ້: ຈະມີຝົນຕົກໃນລະດັບປານກາງຫາຕົກໜັກ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 22-32 ອົງສາ.