ກອງຄຸ້ມຄອງພາສີ I ແຈ້ງໃຫ້ເຈົ້າຂອງລົດຖືກຢຶດຮີບຮ້ອນແກ້ໄຂຄະດີ

- 2233 5 - ກອງຄຸ້ມຄອງພາສີ I ແຈ້ງໃຫ້ເຈົ້າຂອງລົດຖືກຢຶດຮີບຮ້ອນແກ້ໄຂຄະດີ
- kitchen vibe - ກອງຄຸ້ມຄອງພາສີ I ແຈ້ງໃຫ້ເຈົ້າຂອງລົດຖືກຢຶດຮີບຮ້ອນແກ້ໄຂຄະດີ

ກອງຄຸ້ມຄອງພາສີ I (ແຂວງຫລວງນໍ້າທາ ແລະ ແຂວງບໍ່ແກ້ວ) ໄດ້ອອກປະກາດແຈ້ງການເລກທີ 0247/ກຄ.ພສ I, ລົງວັນທີ 21 ສິງຫາ 2019 ເຖິງບັນດາເຈົ້າຂອງພາຫະນະທີ່ຖືກຢຶດໃຫ້ເຂົ້າມາພົວພັນແກ້ໄຂຄະດີກັບຂະແໜງສະກັດກັ້ນການລັກລອບໜີພາສີ ແລະ ກວດຄືນ ການແຈ້ງ (ກອງຄຸ້ມຄອງພາສີ I) ນາເຕີຍ ເມືອງ ​ແລະ ແຂວງຫລວງນໍ້າທາ, ພາຍໃນກຳນົດເວລາ 21 ວັນທາງລັດຖະການ ນັບແຕ່ມື້ໄດ້ປະກາດແຈ້ງການເປັນຕົ້ນໄປ, ຖ້າຫາກກາຍກຳນົດເວລາດັ່ງກ່າວພາຫະນະຈະຕົກເປັນຂອງລັດ ແລະ ຖືກດຳເນີນຕາມລະບຽບກົດໝາຍ.

ໂດຍອີງກົດໝາຍວ່າດ້ວຍພາສີ ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011, ອີງຕາມ ຂໍ້ຕົກລົງກະຊວງການເງິນ ສະບັບເລກທີ 2826/ກງ, ລົງວັນທີ 22 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ ແລະ ອີງໃສ່ ບົດບັນທຶກການຢຶດສິນຄ້າ. ດັ່ງນັ້ນ, ຈຶ່ງແຈ້ງໃຫ້ເຈົ້າຂອງພາຫະນະໄດ້ຮັບຊາບ ແລະ ຈັດຕັ້ງປະຕິບັດ,ໃຫ້ຮີບຮ້ອນເຂົ້າມາພົວພັນແກ້ໄຂຄະດີພາຍໃນກຳນົດເວລາ 21 ວັນທາງລັດຖະການ, ຖ້າຫາກກາຍກໍານົດເວລາດັ່ງກ່າວພາຫະນະດັ່ງກ່າວຈະຕົກເປັນຂອງລັດ ແລະ ຖືກດຳເນີນຕາມລະບຽບກົດໝາຍຢ່າງເຂັ້ມງວດ.

- Visit Laos Visit SALANA BOUTIQUE HOTEL - ກອງຄຸ້ມຄອງພາສີ I ແຈ້ງໃຫ້ເຈົ້າຂອງລົດຖືກຢຶດຮີບຮ້ອນແກ້ໄຂຄະດີ
- 3 - ກອງຄຸ້ມຄອງພາສີ I ແຈ້ງໃຫ້ເຈົ້າຂອງລົດຖືກຢຶດຮີບຮ້ອນແກ້ໄຂຄະດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!