ອາທິດນີ້ຝົນຈະສືບຕໍ່ຕົກເປັນບໍລິເວນກວ້າງຢູ່ຫລາຍທ້ອງຖິ່ນ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ແຕ່ວັນທີ 20-23 ສິງຫານີ້, ຮ່ອງຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະພັດຜ່ານແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ ດ້ວຍກໍາລັງປານກາງ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂຶ້ນພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຫາປານກາງຢູ່ແຕ່ລະພາກ ແລະ ຕົກໜັກ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນວັນທີ 24-25 ສິງຫາ, ຮ່ອງຄວາມກົດດັນຕໍ່າຂອງອາກາດຈະອ່ອນກໍາລັງລົງ ແລະ ລົມຕາເວັນຕົກສຽງໃຕ້ຍັງຈະພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ສໍາລັບສະພາບອາກາດແຕ່ລະພາບອາກາດມີດັ່ງນີ້: ພາກເໜືອດ້ານຕາເວັນອອກ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຢູ່ຕື່ມອີກ, ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມແຕ່ 20-32 ອົງສາ. ພາກເໜືອດ້ານຕາເວັນຕົກ ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍ ແລະ ຕົກປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 22-34 ອົງສາ. ພາກກາງ ສະພາບຝົນຈະເບົາບາງລົງ ອຸນຫະພູມແຕ່ 22-33 ອົງສາ. ພາກໃຕ້ ຈະມີຝົນຕົກໃນລະດັບຄ່ອຍ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 22-34 ອົງສາ.