ປາບການສໍ້ລາດບັງຫລວງ ແມ່ນພາລະກິດອັນຈຳເປັນ
ໂດຍ: ທິດກ່ຳ
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ມີຄຳເຫັນ ສະເໜີຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາ ແຫ່ງຊາດຊຸດທີ VIII ໃນອາທິດ ຜ່ານມາວ່າ: ບັນຫາການປາບ ປາມການສໍ້ລາດບັງຫລວງ ແມ່ນພາລະກິດອັນຈຳເປັນ ຂອງພັກ ແລະ ລັດຖະບານ ຍ້ອນວ່າເພື່ອຮັກສາບົດບາດ ຂອງພັກ, ເພື່ອຄວາມຍືນຍົງ ຄົງຕົວຂອງພັກ ແລະ ຂອງ ປະເທດຊາດ. ເພາະໃນ ສະພາບປັດຈຸບັນປະຊາຊົນ ເຂົາພວມເບິ່ງ ແລະ ສາກົນ ເຂົາ ກໍຕິດຕາມບັນຫາການ ສ້າງສາພັດທະນາປະເທດ ຊາດຂອງພວກເຮົາຢ່າງຈົດ ຈໍ່ວ່າມີຄວາມປອດໄສ, ໃນ ທິດທາງໃດ.
ອັນສຳຄັນທີ່ສຸດກ່ອນອື່ນໝົດ ແມ່ນໃຫ້ພວກເຮົາຕ້ອງ ເອກະພາບພ້ອມກັນເຫັນ ແລະ ຮັບຮູ້ວ່າ: ການສໍ້ລາດບັງ ຫລວງມັນບໍ່ຕ່າງຫຍັງກັບ ປວກເຈາະບ້ານມອດເຈາະ ເຮືອນ ຖ້າປະປ່ອຍແກ່ຍາວ ໄປເປັນເວລາດົນນານເທົ່າ ໃດ ບໍ່ໄວກໍຊ້າເຮືອນກໍຈະຍຸບ ເພພັງ, ປະເທດຊາດກໍຈະຫລົ້ມ ຈົມຍ້ອນຜົນເສຍຫາຍຈາກ ການສໍ້ລາດບັງຫລວງ. ທຸກ ສິ່ງທຸກຢ່າງເງິນຄຳ, ຊັບສິນ ທີ່ຫາມາໄດ້ມັນເຮ່ຍຮວາຍໄປຫລາຍບ່ອນຫລາຍທີ່ປານ ຖອກນ້ຳໃສ່ຫົວເປັດເພາະມັນໄປຢູ່ນຳບຸກຄົນ ແຕ່ບໍ່ໄດ້ສ້າງຮັ່ງຄູນມີໃຫ້ປະເທດຊາດ. ເວລານັ້ນລະຈຶ່ງຮູ້ ແລະ ເຫັນ ວ່າບົດບາດຂອງພັກຖືກເຊື່ອມ ຖອຍ, ສັດທາຂອງປະຊາຊົນ ທີ່ມີຕໍ່ພັກ ແລະ ລັດຖະບານ ກໍຖືກຕີຖອຍ, ຄວາມສັບສົນ ອົນລະເວງພາຍໃນເກີດມີ ຄວາມວຸ້ນວາຍ ເປັນໂອກາດ ໃຫ້ອິດ ທິກຳລັງຂອງຝ່າຍໜຶ່ງ ເຂົ້າມາແຊກຊຶມຢຶດອຳນາດ ເໝືອນດັ່ງປະຫວັດສາດ ທີ່ເຄີຍເປັນມາໃນຍຸກສາມສີ່ ຮ້ອຍປີ ດັ່ງສຸພາສິດເຂົາເວົ້າ ວ່າ: ການຍາດເອົາແຊ້ມນັ້ນ ມັນບໍ່ງ່າຍ, ແຕ່ການຮັກສາ ແຊ້ມຍິ່ງຍາກກວ່າເປັນຮ້ອຍ ເປັນພັນເທົ່າ ຫລື ບໍ່ຕ່າງຫຍັງ ກັບຄຳທີ່ວ່າເຮັດນາໝົດປີ ໄຟໄໝ້ເລົ້າເຂົ້າ.
ໃນໄລຍະການຕໍ່ສູ້ເພື່ອ ປົດປ່ອຍປະເທດຊາດອອກ ຈາກແອກຄອບຄອງຂອງ ສັກດີນາ ແລະ ຈັກກະພັດຜູ້ ຮຸກຮານ ພວກເຮົາໄດ້ພ້ອມ ກັນເສຍສະຫລະ, ບັນດາວິ ລະກະສັດ, ທ່ານຜູ້ນຳ, ບັນດາສະຫາຍພະນັກງານ, ທະ ຫານ ແລະ ນັກຮົບປະຕິວັດ ໄດ້ເສຍສະຫລະເອົາຊີວິດ ເລືອດເນື້ອເພື່ອແລກເອົາ ຄວາມ ເປັນເອກະລາດ, ອະທິ ປະໄຕມາໃຫ້ປະເທດຊາດ ໄດ້ ດັ່ງສົມປາດຖະໜາ.
ຕະຫລອດ 40 ກວ່າປີໃນ ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດບົນ ເສັ້ນທາງສັງຄົມນິຍົມ ອັນ ມີພັກປະຊາຊົນປະຕິວັດລາວ ເປັນແກນນຳ ໄດ້ເຮັດໃຫ້ປະ ເທດ ຊາດມີຄວາມຈະເລີນ ກວ່າລະບອບເກົ່າທີ່ມີພວກ ຈັງໄຮໄດ້ປົກຄອງບ້ານເມືອງມາຫລາຍສັດຕະວັດ. ສິ່ງທີ່ບົ່ງ ບອກໃຫ້ເຫັນຢ່າງຈະແຈ້ງ ທາດແທ້ຂອງລະບອບສັກດີນາອັນເກົ່າແກ່ລ້າຫລັງຂອງຊາດລາວຄົນລາວນັບແຕ່ ສົ່ງຄາມໂລກຄັ້ງທີໜຶ່ງ, ຄັ້ງ ທີສອງ ແລະ ກ້າວສູ່ຍຸກສົງ ຄາມເຢັນ ແມ່ນຊາດລາວ ເສຍດິນແດນ, ເສຍພົນລະ ເມືອງໄປກາຍເຄິ່ງ, ຊ້ຳບໍ່ໜຳ ປະເທດຊາດ ແລະ ປະຊາຊົນ ຕົກທຸກໄດ້ຍາກ ເປັນຂ້ອຍຂ້າ ຮັບໃຊ້ຊາດອື່ນ, ຊັບໃນດິນ ສິນໃນນ້ຳ, ເງິນຄຳ, ສິ່ງສັກສິດ, ຂອງມີຄ່າຖືກກວາດ ລ້າງ, ບ້ານເມືອງຖືກທຳລາຍ ເຜົາຜານຮາບກ້ຽງຍັງເຫລືອ ພຽງເຖົ່າຖ່ານ ນັ້ນຄື ບົດຮຽນ ປະຫວັດສາດທີ່ໄດ້ສອນໃຫ້ ຄົນຍຸກໃໝ່ຖືເອົາມາເປັນບົດຮຽນ.
ນັບແຕ່ປະເທດຊາດ ຂອງພວກເຮົາມີການປ່ຽນ ແປງໃໝ່ເປັນຕົ້ນມາ ປະເທດ ຊາດໄດ້ມີຄວາມຈະເລີນຮຸ່ງ ເຮືອງເດີນໜ້າ, ການສ້າງສາ ພັດທະນາໄດ້ເຕີບໃຫຍ່ຂະ ຫຍາຍຕົວໄປຄຽງຄູ່ກັບໂລກ ອັນໄດ້ເຮັດໃຫ້ພາກພື້ນ ແລະ ສາກົນຍອມຮັບ ແລະ ໃຫ້ການ ຮ່ວມມືຊ່ວຍເຫລືອເກືອບ ທຸກດ້ານ.
ແຕ່ໄປຄຽງຄູ່ກັບ ສິ່ງທີ່ດີ ງາມນັ້ນ, ຄຸນທາດຂອງພະນັກງານ-ສະມາຊິກພັກໄດ້ ປ່ຽນຈາກໜ້າມືເປັນຫລັງມື ເຊັ່ນ: ພາກັນສໍ້ລາດບັງຫລວງ ຢ່າງເປັນຂະບວນ, ຮ່ວມຫົວ ກັບກຸ່ມແກ້ງພາກັນຄ້າຂາຍ ຢາເສບຕິດ, ສວຍໃຊ້ສິດອຳນາດຂອງພັກ, ໜ້າທີ່ຕຳ ແໜ່ງເປັນຊ່ອງຫວ່າງສວຍ ໂອກາດສະແຫວງຫາຄວາມສຸກສ່ວນຕົວ, ຫາວິທີກອບ ໂກຍ ເອົາເງິນຄຳ, ສັບສິນ ຂອງລັດຂອງຊາດ ແລະ ຂອງ ປະຊາຊົນໄປຄູນຮັ່ງຄູນ ມີຢ່າງບໍ່ມີເມືອງພໍ.
ນີ້ຄືສັນຍານບອກ ເຕືອນ ຂອງຄວາມຫາຍຍານະລົ້ມ ເຫລວເຊື່ອມຖອຍຂອງສະ ມາຊິກພັກ-ພະນັກງານ ທີ່ປະ ຊາຊົນເຂົາພວມມີສັດທາ ແລະ ສິ່ງຊອມຄວາມເປັນ ແບບຢ່າງນຳໜ້າຂອງຜູ້ບໍ ລິຫານປົກຄອງບ້ານເມືອງ ນັບແຕ່ຂັ້ນສູນກາງລົງຮອດ ທ້ອງຖິ່ນ.
ຂໍໃຫ້ພາລະກິດປາບ ການສໍ້ລາດບັງຫລວງຂອງ ພັກ ແລະ ລັດຖະບານຊຸດນີ້ ແລະ ຊຸດຕໍ່ໆໄປຈົ່ງປະສົບ ຜົນສຳເລັດ ເພື່ອຄວາມຍືນຍົງຄົງຕົວຂອງພັກ ແລະ ເພື່ອ ຄວາມຈະເລີນຮັ່ງມີຂອງ ຊາດໃນອະນາຄົດ. ສະມາຊິກ ພັກ-ພະນັກງານຄົນໃດບໍ່ສັດຊື່ຕໍ່ໜ້າທີ່, ຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນໃຫ້ຂ້ຽວກຳຈັດ, ຢ່າໃຫ້ປະຫວັດສາດອັນ ເກົ່າໆເຕົ່າລ້ານປີຫວນມາ ຊ້ຳຮອຍອີກ.