ເດັກທີ່ຂາດສານອາຫານຊໍາເຮື້ອແບບເຕ້ຍຢູ່ ລາວ ຍັງມີເຖິງ 33%
ບົດລາຍງານການວິໄຈຄວາມຂາດເຂີນແບບທັບຊ້ອນ ກ່ຽວກັນການຂາດສານອາຫານ ຊໍາເຮື້ອແບບເຕ້ຍຂອງເດັກອາຍຸຕ່ຳກວ່າ 5 ປີ ຢູ່ ສປປ ລາວ ຂອງກະຊວງແຜນການ ແລະ ການລົງ ທຶນ ຮ່ວມກັບ ອົງການອຸຍນີເຊັບ ແລະ ສະຫະພາບເອີລົບ ໄດ້ຊີ້ໃຫ້ເຫັນວ່າ: ເດັກທີ່ຂາດສານອາຫານຊໍາເຮື້ອແບບເຕ້ຍຢູ່ ສປປ ລາວ 32% ໃນຈໍານວນທັງໝົດແມ່ນ 33% ສະຖິຕິປີ 2017 ແມ່ນຂາດສານອາຫານຊໍາເຮື້ອແບບເຕ້ຍ ຄຽງຄູ່ກັບຂາດເຂີນດ້ານໂພຊະນາການ, ສຸຂະພາບ, ເຮືອນຢູ່ອາໃສ, ນ້ຳ, ສຸຂະອະນາໄມ, ການຫລີ້ນ, ເຄື່ອງມືກະຕຸ້ນໃນການຮຽນຮູ້ ແລະ ອື່ນໆ.
ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ຜົນການວິໄຈ ແລະ ຂໍ້ແນະນຳຈາກລາຍງານສະບັບນີ້, ມີຄວາມສໍາຄັນເປັນຢ່າງຍິ່ງສໍາລັບລັດຖະບານ, ເພື່ອມີຄວາມເຂົ້າໃຈກ່ຽວກັບຜົນກະທົບຈາກພາວະການຂາດສານອາຫານຊຳເຮື້ອແບບເຕ້ຍ ແລະ ສາມາດຊອກວິທີທາງແກ້ໄຂຢ່າງມີປະສິດທິພາບ. ເຖິງວ່າສປປ ລາວ ຈະມີຄວາມກ້າວໜ້າໃນການຫລຸດຜ່ອນອັດຕາສ່ວນ ຈຳນວນເດັກທີ່ຂາດສານອາຫານຊຳເຮື້ອແບບເຕ້ຍຈາກ 44% ໃນປີ 2011 ມາເປັນ 33% ໃນປີ 2017, ຕາມຜົນການສຳຫລວດດັດຊະນີ ໝາຍສັງຄົມລາວ ແມ່ນຍັງມີ 11 ແຂວງ ທີ່ຍັງມີອັດຕາສ່ວນ ຈຳນວນເດັກທີ່ຂາດສານອາຫານຊຳເຮື້ອແບບເຕ້ຍທີ່ໜ້າເປັນຫ່ວງ ແລະ ສູງກວ່າລະດັບ ທີ່ອົງການອະນາໄມໂລກກຳນົດເກີນກວ່າ 30%.
ທ່ານ ລີໂອ ຟາເບີ ເອກອັກຄະລັດຖະທູດສະຫະພາບເອີລົບ ປະຈຳລາວ
ກ່າວວ່າ:
ການຂາດສານອາຫານຊຳເຮື້ອແບບເຕ້ຍໃນໄວເດັກນັ້ນ,
ແມ່ນມີການກ່ຽວພັນກັນກັບລະດັບຜົນສໍາເລັດ ທາງດ້ານການສຶກສາທີ່ຕ່ຳກວ່າ ແລະ
ຜະລິດຕະພາບທີ່ຫລຸດລົງ ໃນບັ້ນຕໍ່ໆໄປຂອງຊີວິດ. ການປິດຊ່ອງວ່າງດ້ານຊັບພະຍາກອນ ລະຫວ່າງເດັກທີ່ຂາດສານອາຫານຊຳເຮື້ອແບບເຕ້ຍ ແລະ
ເດັກທີ່ບໍ່ຂາດສານອາຫານຊຳເຮື້ອແບບເຕ້ຍໃນ ສປປ ລາວ ຈຶ່ງແມ່ນສິ່ງສຳຄັນອັນຮີບດ່ວນ ຂອງລັດຖະບານ
ແລະ ຄູ່ຮ່ວມພັດທະນາ ຕ້ອງທົບທວນຄືນບັນດານະໂຍບາຍ ແລະ ຍຸດທະສາດດ້ານໂພຊະນາການທີ່ມີຢູ່
ເພື່ອຮັບປະກັນການແກ້ໄຂການຂາດເຂີນທາງດ້ານສຸຂະພາບ ແລະ ໂພຊະນາການທີ່ເດັກຢູ່ ສປປ ລາວ
ກຳລັງຜະເຊີນຢູ່.
ທ່ານ ເອຍຟານ ອັກຕາ
ຮັກສາການແທນຜູ້ຕາງໜ້າອົງການສະຫະປະຊາຊາດສຳລັບເດັກ ປະຈຳລາວ ກ່າວວ່າ: ເພື່ອແກ້ໄຂບັນຫາຄວາມທຸກຍາກ ແລະ ການຂາດສານອາຫານຊຳເຮື້ອແບບເຕ້ຍ
ມີຄວາມຈຳເປັນຈະຕ້ອງໄດ້ລົງທຶນໃສ່ເດັກ ແລະ ຄົນໜຸ່ມ. ການລົງທຶນໃສ່ດ້ານມະນຸດ ຫລື ດ້ານສະຕິປັນຍາ ແມ່ນການລົງທຶນໃນນະໂຍບາຍໄລຍະຍາວ ເພື່ອແກ້ໄຂບັນຫາຄວາມບໍ່ເທົ່າທຽມ, ການຂາດເຂີດ
ແລະ ເສດຖະກິດທີ່ບໍ່ມີການເໜັງຕີງ. ການໃຫ້ບູລິມະສິດໃນວຽກງານດ້ານການສຶກສາ, ການປົກປ້ອງ, ສຸຂະພາບ, ໂພຊະນາການ
ແລະ ການປັບປຸງຊີວິດການເປັນຢູ່ທີ່ດີຂອງເດັກ ແມ່ນການປະກອບສ່ວນໃນການລົງທຶນແບບດີທີ່ສຸດ
ທີ່ພວກເຮົາສາມາດເຮັດໄດ້ໃນສອງທົດສະຕະວັດທຳອິດຂອງຊີວິດ ເພື່ອໃຫ້ບັນລຸວາລະ 2030 ທີ່ພວກເຮົາສັນຍາໄວ້.