ຢ່າໃຫ້ເຫດຜົນຕື້ນໆ ຟືນນະໂຍບາຍປະຢັດ
ຫລັງຈາກອ່ານໜັງສືພິມວຽງຈັນທາມ (Vientiane Times) ສະບັບວັນທີ 14 ເດືອນນີ້ ກ່ຽວກັບແຜນໂຈະຊື້ລົດໃໝ່ມາຮັບໃຊ້ວຽກລັດຖະການແລ້ວ ກໍເລີຍປວດຢາກເວົ້າເລື່ອງນະໂຍບາຍປະຢັດຮັດສາຍແອວ, ອັດຮູຮົ່ວ ກໍຄືການໃຊ້ຈ່າຍງົບປະມານຂອງລັດຢ່າງຟຸມເຟືອຍແບບບໍ່ອັ້ນ. ເນື້ອໃນຂອງບົດທີ່ອ່ານພໍ້ໃນ Vientiane Times ທີ່ເອີ່ຍເຖິງນັ້ນ ບໍ່ໄດ້ເວົ້າສະເພາະແຕ່ເລື່ອງແຜນໂຈະຊື້ລົດໃໝ່ມາຮັບໃຊ້ເທົ່ານັ້ນ, ແຕ່ຍັງລວມໄປເຖິງການປະຢັດໃນຂະແໜງການອື່ນໆທີ່ເຄີຍມີການໃຊ້ຈ່າຍງົບປະມານຂອງລັດແບບຟຸມເຟືອຍມາກ່ອນແລ້ວ. ຈຸດທີ່ຈານແຫຍ່ຊົມເຊີຍ ແລະ ກິນໃຈແຮງແມ່ນກ່ຽວກັບການຫ້າມເຊົ່າສະຖານທີ່ຕາມໂຮງແຮມ ຫລື ນອກສຳນັກງານອົງການທີ່ກ່ຽວຂ້ອງ ເພື່ອຈັດກອງປະຊຸມລະດັບຕ່າງໆ ແຕ່ໃຫ້ນຳໃຊ້ສະຖານທີ່ຢູ່ພາຍໃນສຳນັກງານກ່ຽວຂ້ອງເອງ. ບັນຫານີ້ ຢູ່ ສປ ຈີນ ເຂົາໄດ້ຫ້າມກັນມາເມື່ອ 3 ປີກ່ອນໜ້າພຸ້ນ. ຢູ່ບ້ານເຮົາ ພະຍາດນິຍົມເຊົ່າສະຖານທີ່ທາງນອກ ເພື່ອຈັດກອງປະຊຸມ, ຈັດງານລ້ຽງໄດ້ລະບາດມາຫລາຍປີແລ້ວ ດ້ວຍຂໍ້ອ້າງຕື້ນໆວ່າ: “ເພື່ອຄວາມສະດວກສະບາຍ, ເພື່ອການບໍລິການລະດັບມືອາຊີບ” ບວກກັບຂໍ້ອ້າງອື່ນໆວ່າ: “ເພື່ອປ່ຽນບັນຍາກາດ” ໃຫ້ພະນັກງານໄດ້ເຫັນຫລາຍບ່ອນຫລາຍທີ່. ນອກຈາກການເຊົ່າສະຖານທີ່ທາງນອກ ເພື່ອຈັດກອງປະຊຸມແລ້ວ ກໍຍັງມີທ່າອ່ຽງນິຍົມໄປຈັດກອງປະຊຸມຢູ່ຕ່າງແຂວງເຂດຫ່າງໄກຕື່ມ. ເລື່ອງນີ້ຖ້າເປັນກອງປະຊຸມທີ່ພົວພັນກັບຫົວຂໍ້ທີ່ຕ້ອງຊອກຮູ້ບັນຫາໃນແຂວງບ່ອນຈັດປະຊຸມ ຫລື ກອງປະຊຸມທີ່ຈັດເປັນເຂດໃຫ້ຜູ້ແທນໃນແຂວງໃກ້ຄຽງໄດ້ມາເຕົ້າໂຮມກັນຢູ່ບ່ອນດຽວ ເພື່ອປະຢັດງົບໃນການເດີນທາງນັ້ນຍ່ອມເປັນເລື່ອງດີ, ແຕ່ຖ້າການໄປຈັດກອງປະຊຸມຢູ່ຕ່າງແຂວງໂດຍອ້າງວ່າ “ເພື່ອໃຊ້ງົບໃຫ້ໝົດ, ບໍ່ຊັ້ນມັນຕົກໄປ” ຫລື “ເພື່ອປ່ຽນບັນຍາກາດ” ໃຫ້ອ້າຍເອື້ອຍນ້ອງພະນັກງານແລ້ວ, ແນ່ນອນກໍຄົງເປັນເຫດຜົນເສຍຫຍ້າປົກຂີ້ໝາຊື່ໆ.
ຈານແຫຍ່ວ່າເລື່ອງນີ້ຄວນເບິ່ງຄືນຮອດການຈັດກອງປະຊຸມທີ່ໃຊ້ງົບປະມານໂຄງການຊ່ວຍເຫລືອຂອງຕ່າງປະເທດຕື່ມ ເພາະຖ້າອ້າງແຕ່ວ່າເປັນຖົງເງິນໂອດີເອ (ODA) ແລ້ວກໍຢ່າເຢີ້… ມັນກໍສ້າງຄ່ານິຍົມບໍ່ດີໃຫ້ສັງຄົມພວກເຮົາ. ນອກນັ້ນກໍຍັງຈະເກີດມີການຍາດແຍ່ງກັນໄປຮ່ວມກອງປະຊຸມທີ່ໃຊ້ພື້ນໂຄງການ ເພາະຈະໄດ້ເພີດຽມ (Perdiem-ເງິນເບ້ຍລ້ຽງປະຈຳວັນ) ບໍ່ນັບເງິນ “ຄອມມີຊັນ” (ເງິນເປີເຊັນ) ຄ່າເຊົ່າສະຖານທີ່ ກໍຄືຄ່າອາຫານຕື່ມ. ເລື່ອງຄຳສັ່ງໃຫ້ນຳໃຊ້ຂອງຂວັນ-ສິ່ງລະນຶກທີ່ຜະລິດຢູ່ພາຍໃນ ເພື່ອຕ້ອນແຂກຕ່າງປະເທດນັ້ນແມ່ນຈຸດຫັນປ່ຽນທີ່ຖືກຕ້ອງທີ່ສຸດ ເພາະຜ່ານມາລັດພວກເຮົາສິ້ນເປືອງງົບປະມານເລື່ອງຂອງຂວັນບໍ່ແມ່ນຂອງໜ້ອຍ. ຄຳວ່າ “ຜະລິດຕະພັນພາຍໃນ” ນີ້ກໍຄວນເວົ້າລະອຽດ, ບໍ່ຊັ້ນກໍອາດມີຜູ້ສວຍໂອກາດຊ່ອງໂວ່, ດີທີ່ສຸດຄວນມີການກຳນົດເພດານລາຄາຂອງຂວັນຄັກແນ່ (ແຕ່ກໍເຊື່ອວ່າຄົງມີແຜນລະອຽດແລ້ວ) ເພາະຜ່ານມາພວກເຮົາກໍເຄີຍຫ້າມກັນມາຈົນນ້ຳລາຍແຫ້ງ ແຕ່ກໍເປິ… ຈົນຊິບໍ່ມີເງິນສົດສຳລັບເອົາໄວ້ຕີຂັນອີກຕໍ່ໄປແລ້ວ. ເລື່ອງການຫ້າມຊື້ເຫລົ້າລາຄາແພງມາເກືອກັນຢູ່ງານລ້ຽງນັ້ນ ທຸກໆຄົນຄົງຍໍມືສາທຸນຳ.
ສຸດທ້າຍແມ່ນການເຂົ້າຮ່ວມກອງປະຊຸມຢູ່ຕ່າງປະເທດ ຄືໃຫ້ເລື່ອງເຂົ້າຮ່ວມກອງປະຊຸມທີ່ລົງເລິກເນື້ອໃນທີ່ເປັນປະໂຫຍດສຳລັບປະເທດເຮົາເປັນຕົ້ນຕໍ ພ້ອມທັງຈຳກັດຈຳນວນຜູ້ແທນທີ່ເຂົ້າຮ່ວມ, ຫ້າມແຫ່ແຫນກັນໄປ “ເປີດຫູໄຂຕາ” ຫລື ໄປປະຊຸມແບບ “ປ່ຽນຖ້ຽວ” ກັນ. ແນ່ນອນບັນຫານີ້ຄົງແກ້ບໍ່ງ່າຍປານໃດ ເພາະບາງອົງການຈັດຕັ້ງຕ່າງປະເທດນັ້ນ ມີການກຳນົດຈຳນວນຜູ້ແທນໃຫ້ແບບຕາຍຕົວ ເພື່ອເຂົ້າຮ່ວມຄົບກອງປະຊຸມໜ່ວຍງານຍ່ອຍຕ່າງໆຂອງອົງການ. ຈານແຫຍ່ວ່າວິທີແກ້ບັນຫານີ້ຄວນພິຈາລະນາໃຫ້ຄັກໆກ່ອນຈະເຂົ້າເປັນສະມາຊິກຂອງອົງການສາກົນ ແລະ ພາກພື້ນຕ່າງໆ ຄືຕ້ອງເບິ່ງວ່າເນື້ອໃນ-ເປົ້າໝາຍຂອງອົງການນັ້ນໆມັນຊ້ຳຊ້ອນກັບອົງການອື່ນໆທີ່ລາວເຮົາເປັນສະມາຊິກແລ້ວບໍ່ ? ແລະ ອີກຄຳຖາມທີ່ຕ້ອງຕັ້ງຂຶ້ນຄື: ລາວເຮົາຈະໄດ້ຜົນປະໂຫຍດໃດແດ່ຈາກການເປັນສະມາຊິກຂອງອົງການນີ້ ? ພວກເຮົາມີຄວາມສາມາດພຽບພ້ອມເພື່ອເຄື່ອນໄຫວກັບອົງການນີ້ແລ້ວ ຫລື ບໍ່ ? ແລະ ສຸດທ້າຍກໍຄື ພວກເຮົາມີງົບປະມານພຽງພໍ ຫລື ບໍ່ ເພື່ອຈ່າຍເປັນຄ່າບຳລຸງປະຈຳປີໃຫ້ອົງການດັ່ງກ່າວ ?. ນີ້ຄືບັ້ງໂຈດທີ່ຈະຕ້ອງແກ້ໃຫ້ໄດ້ກ່ຽວກັບບັນຫານີ້.