ທ່ານ ພົນເອກ ປາຢຸດ ຈັນໂອຊາ ໄດ້ເປັນນາຍົກອີກຄັ້ງ


ຮຽບຮຽງໂດຍ:
ລູກເມືອງພວນ
ທ່ານ ພົນເອກ ປາຢຸດ ຈັນໂອຊາ, ຕາງໜ້າໃຫ້ຝ່າຍພັນທະມິດຂອງພັກ ພະລັງປະຊາລັດ, ໄດ້ຮັບໄຊຊະນະຈາກຄູ່ແຂ່ງທ່ານ ທະນາທອນ ຈິງຣຸ່ງເຣື່ອງກິດ ຕົວແທນຂອງພັນທະມິດ ພັກເພື່ອໄທ, ດ້ວຍຄະແນນສຽງຕາມລຳດັບ 500 ຕໍ່ 244. ອີງຕາມລະບຽບການ, ຜູ້ທີ່ຈະເປັນນາຍົກຕ້ອງໄດ້ຄະແນນສຽງຈາກລັດຖະສະພາ 376 ສຽງຂື້ນເມືອ.
ກ່ອນໜ້ານີ້, ພັກ ພະລັງປະຊາລັດ ໄດ້ດຳເນີນການທາບທາມຢັ່ງຫາງສຽງ (vote) ເອົາ 19 ພັກເຂົ້າຮ່ວມ ເພື່ອເພີ່ມຈຳນວນທີ່ນັ່ງໃນສະພາຕໍ່າຂຶ້ນ. ມາເຖິງວັນທີ 4 ມິຖຸນານີ້, ພັນທະມິດຂອງພັກດັ່ງກ່າວໄດ້ເພີ່ມທີ່ນັ່ງໃນສະພາຕໍ່າຂຶ້ນຕື່ມອີກ 53 ທີ່ນັ່ງ, ໃນທີ່ສຸດເຮັດໃຫ້ທ່ານ ປາຢຸດ ມີຄວາມໝັ້ນໃຈ ໃນການຈະໄດ້ຮັບໄຊຊະນະຢູ່ໃນກຳມື.
ທ່ານ ປາຢຸດ ຈັນໂອຊາ, ອາຍຸ 65 ປີ, ໄດ້ເຮັດລັດຖະປະຫານໂຄ່ນລົ້ມອຳນາດການປົກຄອງຂອງນາຍົກລັດຖະມົນຕີນາງ ຍິ່ງລັກ ຊິນະວັດ ໃນວັນທີ 22 ພຶດສະພາປີ 2014. ຕໍ່ຈາກນັ້ນ ໜຶ່ງວັນ, ທ່ານ ປາຢຸດ ໄດ້ປະກາດ ຮັກສາການນາຍົກລັດຖະມົນຕີຂອງໄທ ແລະ ສະພາທີ່ຢູ່ພາຍໃຕ້ການຄວບຄຸມໂດຍກົງຂອງທະຫານໄດ້ແຕ່ງຕັ້ງໃຫ້ ປາຢຸດເປັນນາຍົກລັດຖະມົນຕີໄທ ໃນເດືອນ ສິງຫາ ປີ 2014.
ກໍຣະນິດ ງາມສຸຄອນລັດຕະນາ ເວົ້າວ່າ: “ ທ່ານ ປາຢຸດ ໄດ້ຊ່ວຍກອບກູ້ເອົາພວກເຮົາພົ້ນອອກຈາກຄວາມຫຍຸ້ງຍາກ ແລະ ທັງເຮັດໄດ້ດີອີກດ້ວຍ ຊຶ່ງບໍ່ມີຜູ້ນຳຄົນໃດເຮັດໄດ້ຄືລາວ ” . ຜູ້ທີ່ໃຫ້ການສະໜັບສະໜູນທະຫານ ລ້ວນແຕ່ເວົ້າວ່າ: ທ່ານ ປາຢຸດ ໄດ້ນຳເອົາຄວາມສະຫງົບມາໃຫ້ແກ່ບ້ານເມືອງ, ໃນຂະນະທີ່ພັກຝ່າຍຄ້ານປະກາດວ່າ: ການກຳອຳນາດຂອງ ປາຢຸດ ແມ່ນແນໃສ່ປັບປຸງອຳນາດຂອງທະຫານເທົ່ານັ້ນ.

