ສວນກ້ວຍ ທີຊ່ວຍຮັກສາ ຊີວະນາໆພັນ
ໂດຍ: ມຶກບໍ່ແຫ້ງ
ທ່າມກາງ ກະແສຟອງຂອງສັງຄົມ ຕໍ່ຕ້ານການປູກກ້ວຍທີ່ ຂາດຄວາມຮັບຜິດຊອບ ເຊິ່ງ ບໍ່ເປັນທີ່ຕ້ອງການນັ້ນ, ຜູ້ຂຽນ ຂໍແລກປ່ຽນແບບຢ່າງທີ່ດີ ໃນການປູກກ້ວຍ ທີ່ຊ່ວຍໃຫ້ລະບົບນິເວດຍືນຍົງໄດ້ ໃນປະເທດ ທີ່ສົ່ງກ້ວຍຂາຍຫຼາຍທີ່ສຸດປະເທດໜຶ່ງໃນໂລກ.
ເມື່ອໄດ້ຍິນຂ່າວ ການປູກກ້ວຍທີ່ເປັນພິດຢູ່ລາວເທື່ອໃດ ຜູ້ຂຽນຍັງຄິດຮອດ ສວນກ້ວຍຊື່ວ່າ ປຣາຕາເນຣາ ຣີໂອ ຊີຊາໂອລາ (Platanera Río Sixaola), ແຂວງ ຣີມອງ (Limon) ທາງພາກໃຕ້ ປະເທດ ຄອສຕາ ຣີກາ ປະເທດທີ່ສົ່ງ ໝາກກ້ວຍຂາຍລຳດັບທີ 4 ຂອໂລກ (ອົງການອາຫານ ແລະກະສິກຳສາກົນ, 2018) ທີ່ຜູ້ຂຽນໄດ້ໄປທັດສະນະສຶກສາ. ຢູ່ສວນນີ້ ເພິ່ນໄດ້ຜະລິດໝາກກ້ວຍສົ່ງອອກຂາຍມາໄດ້ 32 ປີແລ້ວ ເຊິ່ງມີເນື້ອທີ່ສວນທັງໝົດ 275 ເຮັກຕາ, ນອກຈາກໝາກກ້ວຍ ຢູ່ສວນຂອງເພິ່ນຍັງມີ ສັດສາວາສິ່ງ, ເຄື່ອງປ່າຂອງດົງຫຼາຍໄດ໋ ເພິ່ນເຮັດແນວໃດ?
ເພິ່ນບໍ່ໄດ້ໃຊ້ຢາຂ້າຫຍ້າ ແຕ່ເພິ່ນໃຊ້ວິທີການເສຍຫຍ້າທີ່ໃຊ້ແຮງງານຄົນ ແລະກົນຈັກຂະໜາດນ້ອຍ, ເພິ່ນຜະລິດ ປຸ໋ຍຊີວະພາບເອງ ແລະ ນຳໃຊ້ການປົກຄຸມໜ້າດິນດ້ວຍຫຍ້າແຫ້ງ, ເສດກົກກ້ວຍ, ເສດໄມ້ນ້ອຍໆ ແລະແນວຍ່ອຍສະຫລາຍອື່ນໆ, ຖົງທີ່ເອົາຫຸ້ມເຄືອກ້ວຍກໍ່ຍ່ອຍສະຫລາຍໄດ້, ຕິດຕັ້ງພະລັງງານແສງອາທິດ ນຳໃຊ້ໃນສວນກ້ວຍເອງ, ສ້າງຄອງນ້ຳ ທີ່ອ້ອມຮອບສວນກ້ວຍ ເຮັດໃຫ້ຕົ້ນກ້ວຍໄດ້ຮັບນ້ຳພຽງພໍ ຕະຫຼອດເວລາ.
ອ້ອມຮອບ ສວນດັ່ງກ່າວແມ່ນປ່າໄມ້ແກ່ ທີ່ເປັນປ່າສະຫງວນຂອງປະເທດ ທີ່ທາງສວນກ້ວຍໄດ້ປະກອບສ່ວນສົມທົບທຶນ ກັບລັດຖະບານ ເພື່ອປົກປັກຮັກສາ, ພ້ອມນັ້ນ ສວນກ້ວຍຍັງໄດ້ ສ້າງກິດຈະກຳ ປູກຈິດສຳນຶກ ແກ່ນັກຮຽນ ຢູ່ບ້ານອ້ອມແອ້ມນຳອີກ. ປະຊາຊົນ ບ້ານໃກ້ກັບ ສວນກ້ວຍກໍມາເຮັດວຽກ ທີ່ມີລາຍຮັບດີ ມີໂມງ ເວລາເຮັດວຽກ ຄືກັນກັບພະນັກງານທົ່ວໄປ ຕາມກົດໝາຍແຮງງານຂອງປະເທດ.
ຈາກສິ່ງດັ່ງກ່າວ ເຮັດໃຫ້ ຄຸນະພາບຂອງດິນ ແລະສາຍນ້ຳ ບໍລິເວນພາຍໃນ ແລະອ້ອມແອ້ມສວນກ້ວຍປາສະຈາກທາດເຄມີຮ້າຍແຮງ, ບໍ່ມີກອງຂີ້ເຫຍື້ອ ຖົງປຣາສຕິກ ຢາຍຊະຊາຍ.
ສວນກ້ວຍດັ່ງກ່າວເລີ່ມປູກມາແຕ່ ປີ 1987 ໂດຍ ທ່ານ ປອ ໂວນເກີ ຣີບນີເຈີ (Dr. Volker Ribniger) ຄົນເຊື້ອສາຍດັດຈ໌ ແລະມາຮອດດຽວນີ້ ສວນດັ່ງກ່າວຍັງສືບຕໍ່ຜະລິດໄດ້ໝາກຜົນທີ່ດີ, ສ້າງວຽກເຮັດງານທຳໃຫ້ຄົນເຂດນັ້ນ, ເປັນບ່ອນ ສຶກສາຮຽນຮູ້ ແກ່ນັກຮຽນ-ນັກສຶກສາ, ປະຊາຊົນ ແລະປັນຍາຊົນທົ່ວໄປ. ສວນດັ່ງກ່າວ ມີຊື່ສຽງໄປທົ່ວປະເທດ, ພາກພື້ນ ແລະໃນໂລກ ຍ້ອນການເອົາໃສ່ສັງຄົມ, ເອົາໃຈໃສ່ສິ່ງແວດລ້ອມ, ທັງມີຄວາມຍືນຍົງ ແລະມີຊື່ສຽງ, ສະນັ້ນ ໝາກກ້ວຍເຂົາເຈົ້າ ກໍໄດ້ລາຄາດີນຳ.
ແລ້ວເຮົາເດ ຖ້າຢາກປູກໝາກກ້ວຍຂາຍແທ້ໆ ກໍຄວນຄຳນຶງເຖິງຄົນ ແລະສະພາບແວດລ້ອມໄປນຳແດ່ບໍ່?
ພວກເຮົາຮັບຮູ້ວ່າ ໃນປັດຈຸບັນ ໝາກກ້ວຍ ແມ່ນຜະລິດຕະພັນ ກະສິກຳ ທີ່ສາມາດສ້າງລາຍຮັບແກ່ ສປປລາວຫຼາຍທີ່ສຸດ ທຽບໃສ່ຜະລິດຕະພັນກະສິກຳ ປະເພດອື່ນ ແຕ່ການປູກໝາກກ້ວຍ ໃນ ສປປລາວ ແມ່ນກຳລັງຖືກການຕໍ່ຕ້ານຢ່າງເດັດຂາດຂອງສັງຄົມ ຍ້ອນຂາດຄວາມຮັບຜິດຊອບ ຂອງຜູ້ລົງທຶນ ໂດຍເອົາໃສ່ໜ້ອຍ ຕໍ່ຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມ, ປະຊາຊົນ ບໍ່ຢາກເຫັນປາໃນແມ່ນ້ຳຂອງເຂົາເຈົ້າຕາຍ, ບໍ່ຢາກເຫັນ ດິນເສື່ອມຄຸນ ຍ້ອນສານເຄມີ ຈາກສວນກ້ວຍອີກຕໍ່ໄປແລ້ວ. ຄັນຊັ້ນພວກເຮົາ ຈະມີລາຍຮັບຈະພຶດຊະນິດນີ້ໄປຮອດມື້ໃດ?
ໃນໂລກນີ້ ພວກເຮົາສາມາດຊອກຕົວຢ່າງການປູກກ້ວຍແບບຍືນຍົງໄດ້ຢ່າງຫຼວງຫຼາຍ ແຕ່ເປັນຫຍັງພວກເຮົາຈຶ່ງເລືອກ ທີ່ຈະເຮັດການປູກກ້ວຍທີ່ເປັນພິດຄືແນວນີ້? ຄອສຕາ ຣີກາ ນ້ອຍກວ່າລາວ 3 ເທົ່າ ແຕ່ປູກໝາກກ້ວຍລ້ຽງປະຊາຊົນເຂົາເຈົ້າ ມາໄດ້ຫຼາຍກວ່າ 30 ກວ່າປີ ແລ້ວ.