ບຸນປີ​ໃໝ່​ລາວ​ກັບ​ຕຳນານ​ທີ່​ສືບ​ທອດ​ກັນ​ມາ

- 5287 - ບຸນປີ​ໃໝ່​ລາວ​ກັບ​ຕຳນານ​ທີ່​ສືບ​ທອດ​ກັນ​ມາ
- kitchen vibe - ບຸນປີ​ໃໝ່​ລາວ​ກັບ​ຕຳນານ​ທີ່​ສືບ​ທອດ​ກັນ​ມາ

ໂດຍ: ທິດ​ກ່ຳ

ປະຫວັດເລື່ອງລາວ ແລະ ຄວາມເປັນມາຂອງບຸນປີໃໝ່ລາວ ກໍຄືຊາວພຸດ ແລະ ບັນດາປະເທດທີ່ນັບຖືສາດສະໜາພຸດໂດຍລວມໄດ້ມີຕຳ ນານກ່າວຂານສືບຕໍ່ກັນມາ ເປັນເວລາຫລາຍພັນປີ ໄດ້ມີກະສັດອົງໜຶ່ງຊື່ພະຍາກະບິນລະພົມ ເປັນອົງກະສັດປົກ ຄອງເມືອງກະບິນລະພັດໄດ້ ມີ ການທຳປະລອງວິຊາຄວາມຮູ້ຄວາມສະຫລາດແຫລມ ຄົມກັບທ້າວທຳມະບານກຸມ ມານ, ໂດຍພະຍາກະບິນລະ ພົມເປັນຜູ້ຕັ້ງບັນຫາຖາມ   ທ້າວ ທຳມະບານກຸມມານ ຖ້າ ວ່າທ້າວທຳມະບານກຸມມານຕອບບໍ່ໄດ້ແມ່ນຈະຖືກຕັດຄໍ ແຕ່ໃນເມື່ອທ້າວທຳມະບານກຸມມານຕອບໄດ້ພະຍາກະ ບິນລະພົມກໍຕ້ອງຖືກຕັດຄໍ ເໝືອນກັນ. ເນື້ອໃນຖາມ- ຕອບກໍມີຢູ່ວ່າ: ຣາສີສາມຍາມຂອງຄົນເຮົາຕອນເຊົ້າ, ຕອນສວາຍ ແລະ ຕອນຄ່ຳ ຢູ່ໃສ? ຈາກນັ້ນກໍນັດໝາຍໃນວັນຖ້ວນເຈັດ(ນັດມື້ທີເຈັດໃຫ້ມາຕອບ) ຝ່າຍທ້າວ ທຳມະບານກຸມພາ ກໍຍິນດີຮັບ ແຕ່ກໍຍັງມືດແປດດ້ານບໍ່ຮູ້ວ່າຈະໄປຊອກຄົ້ນຄວ້າຫາຄຳ ຕອບຢູ່ໃນຕຳລາແຫ່ງຫົນຕຳບົນໃດຕົນຈຶ່ງຈະບໍ່ຖືກຕັດຄໍ.

- Visit Laos Visit SALANA BOUTIQUE HOTEL - ບຸນປີ​ໃໝ່​ລາວ​ກັບ​ຕຳນານ​ທີ່​ສືບ​ທອດ​ກັນ​ມາ
- 5877 - ບຸນປີ​ໃໝ່​ລາວ​ກັບ​ຕຳນານ​ທີ່​ສືບ​ທອດ​ກັນ​ມາ

ທ້າວທຳມະບານກຸມມານ ໄດ້ຊັດເຊພະເນຈອນໄປ ຫລາຍວັນໃກ້ຈະຮອດວັນ ຖ້ວນເຈັດດ້ວຍອາການອິດ ເມື່ອຍຫິວໂຫຍ ຈຶ່ງໄປນອນພັກ ຢູ່ຮົ່ມກົກຕານໃຫຍ່ແຫ່ງ ໜຶ່ງບັງເອີນໄດ້ຍິນສຽງຜົວເມຍແຮ້ງເຖົ້າລົມກັນ, ຜູ້ເປັນ ເມຍໄດ້ເອີ່ຍປາກຖາມຜົວວ່າ ມື້ອື່ນພວກເຮົາຈະໄປກິນ ຊາກຄົນຕາຍຢູ່ໃສ? ທາງຝ່າຍຜົວ ກໍຕອບວ່າກິນຢູ່ໃນ ເມືອງເຮົານີ້ລະ! ແມ່ນໃຜຈະຕາຍເມຍຖາມຍ້ຳ? ເອີບໍ່ມີຜູ້ ໜຶ່ງກໍຕ້ອງມີຜູ້ໜຶ່ງຕາຍຜົວຕອບ! ຈາກນັ້ນຜົວກໍເລົ່າ ວ່າມີພະຍາກະບິນລະພົມກັບທ້າວທຳມະບານກຸມມານ ທ້າປະລອງວິຊາຄວາມຮູ້ກັນ, ໂດຍພະຍາກະບິນລະ ພົມໄດ້ຕັ້ງບັນຫາຖາມທ້າວ ທຳມະບານກຸມມານວ່າ ຣາສີ ສາມຍາມຂອງຄົນຢູ່ໃສ?   ຖ້າທ້າວທຳມະບານກຸມມານ ຕອບບໍ່ໄດ້ກໍຈະຕ້ອງຖືກຕັດຄໍ ເໝືອນກັນ.

- 75674 - ບຸນປີ​ໃໝ່​ລາວ​ກັບ​ຕຳນານ​ທີ່​ສືບ​ທອດ​ກັນ​ມາ

ເມື່ອເມຍແຮ້ງເຖົ້າໄດ້ຍິນ ຜົວເລົ່າສູ່ຟັງໂດຍລະອຽດຈຶ່ງຖາມຜົວຕໍ່ໄປວ່າ ລາສີສາມ ຍາມຂອງຄົນຢູ່ໃສ? ຜົວແຮ້ງ ເຖົ້າກໍເລີຍບອກວ່າ: ຣາສີ ສາມຍາມຂອງຄົນຍາມເຊົ້າຢູ່ທີ່ ໃບໜ້າ, ເພາະສະນັ້ນຕື່ນເຊົ້າ ມາຄົນເຮົາຈຶ່ງລ້າງໜ້າໃຫ້ສະອາດເສາະໃສ, ຕອນສວາຍແມ່ນຢູ່ໜ້າເອີກ ຈະສັງເກດໄດ້ ວ່າເມື່ອຕອນສວາຍມາຄົນ ເຮົາມັກເອົານ້ຳລູບໜ້າເອີກ ຫລື ອາບນ້ຳໃຫ້ຮ່າງຄິງສະອາດ, ສ່ວນຕອນຄ່ຳນັ້ນ ແມ່ນ ຢູ່ທີ່ຕີນ ເພາະສະນັ້ນຄົນເຮົາ ຈຶ່ງມັກລ້າງຕີນໃຫ້ສະອາດ ກ່ອນເຂົ້ານອນ.

ເມື່ອທ້າວທຳບານກຸມມານ ໄດ້ຍິນກໍເຕັ້ນເດາະເຕັ້ນ ດ່ອງກູບໍ່ຖືກຕັດຄໍແລ້ວບາດນີ້, ຮອດມື້ທີເຈັດລາວກໍໄປກາບທູນພະຍາກະບິນລະພົມແລ້ວຕອບບັນຫາຖືກຕ້ອງຄົບ ຖ້ວນ. ເມື່ອພະຍາກະບິນລະພົມໄດ້ຮັບຟັງຄຳຕອບຈາກ ທ້າວທຳມະບານກຸມມານ ຢ່າງຖືກຕ້ອງແມ່ນຍຳພະອົງກໍບໍ່ເວົ້າຫລາຍເລື່ອງໄປຈັບເອົາດາບມາຕັດຄໍຕົນເອງ ຕາມຄຳສາບານ.

ກ່ອນຕັດຄໍຕົນເອງກໍໄດ້ ສັ່ງເມຍ ແລະ ລູກສາວທັງເຈັດຄົນວ່າໃຫ້ເອົາຫົວຂອງ ພໍ່ໄປມ້ຽນໄວ້ຢູ່ຖ້ຳພູເຂົາໄກ ລາດ ເພາະຫົວຂອງພໍ່ມີລິດ ເດດຖິ້ມລົງມະຫາສະໜຸດນ້ຳກໍຈະບົກແຫ້ງ, ຖິ້ມໃສ່ດິນ ກໍຈະເກີດໄຟໄໝ້ໂລກ, ພໍເຖິງ ເດືອນຫ້າແຕ່ລະປີໃຫ້ພວກ ລູກທັງເຈັດເອົານ້ຳອົບນ້ຳ ຫອມໄປຫົດສົງ, ນັບແຕ່ປີນັ້ນມາພວກລູກທັງເຈັດກໍໄດ້ປະຕິບັດຕາມບໍ່ໄດ້ຂາດ.

ພວກລູກທັງເຈັດພາຍ ຫລັງຫົດສົງຫົວພໍ່ແລ້ວກໍຫົດ ສົງດ້ວຍກັນກັບມາບ້ານມາ ເຮືອນກໍຫົດສົງໄທບ້ານໄທ ເມືອງ, ຄູບາອາຈານຕາມວັດ ວາອາຮາມແຕ່ລະປີປະຕິບັດກັນມາຈົນກາຍເປັນປະເພນີ ສືບທອດຫລາຍພັນປີ.

ຈາກເລື່ອງລາວພຶດຕິກຳ ທີ່ປະຕິບັດກັນມາຫລາຍພັນ ປີບັນດານັກປາດອາຈານກໍ ໄດ້ປັບປຸງປ່ຽນແປງເຮັດໃຫ້ ເຫດການດັ່ງກ່າວກາຍເປັນ ບຸນປາງໃຫຍ່ເອີ້ນວ່າບຸນຫົດນ້ຳ ຫລື ວ່າບຸນເດືອນຫ້າ.

ຕົກມາຍຸກ ນີ້ພັດວ່າບຸນ ປີໃໝ່ຕາມໂຫລາສາດແຕ່ລະປີ ຕາມທິດກ່ຳວ່າ, ຕຳນານ ເລື່ອງນີ້ສອນໃຫ້ຄົນເຮົາຮູ້ ກະຕັນຍູກະຕະເວທີຕໍ່ພໍ່ແມ່ຜູ້ເຖົ້າຜູ້ແກ່ອາວຸໂສນັບໄປ ຮອດການນຳທີ່ປົກຄອງ ບ້ານເມືອງ. ອັນສອງມາແມ່ນ ສ່ອງແສງໃຫ້ເຫັນຄົນສະໄໝກ່ອນເປັນຄົນສັດຊື່ເວົ້າ ແນວໃດກໍຕ້ອງເຮັດໄດ້ແນວນັ້ນ. ອັນທີ່ພິເສດຄົນສະໄໝ ກ່ອນຮູ້ຮອດພາສາສັດ, ສັດ ກໍຮູ້ພາສາຄົນສາມາດສື່ສານ ກັນໄດ້.

ທິດກ່ຳຢາກໃຫ້ຄົນສະ ໄໝນີ້ສັດຊື່ເໝືອນຄົນສະໄໝກ່ອນ ຈຶ່ງບໍ່ມີການສໍ້ລາດບັງຫລວງ ຜູ້ໃດບໍ່ສັດຊື່ຕໍ່ປະເທດຊາດບ້ານເມືອງຫາກອບໂກຍເອົາແຕ່ຜົນປະໂຫຍດໃຫ້ຖືກຕັດຄໍຄືພະຍາກະບິນລະພົມ.

- 96 - ບຸນປີ​ໃໝ່​ລາວ​ກັບ​ຕຳນານ​ທີ່​ສືບ​ທອດ​ກັນ​ມາ

- 5287 - ບຸນປີ​ໃໝ່​ລາວ​ກັບ​ຕຳນານ​ທີ່​ສືບ​ທອດ​ກັນ​ມາ

- 5 - ບຸນປີ​ໃໝ່​ລາວ​ກັບ​ຕຳນານ​ທີ່​ສືບ​ທອດ​ກັນ​ມາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!