ຕີຜ່າຍ ການໂຄສະນາກາຍເຫດ
ໂດຍ : ມຶກບໍ່ແຫ້ງ
ການໂຄສະນາສິນຄ້າທຸກມື້ນີ້ນັບມື້ນັບຮຸນແຮງ ແລະເຂັ້ມຂຸ້ນ, ນັບມື້ນັບ ແຜ່ຫຼາຍ ເພື່ອຈູງດັງພວກເຮົາ ເຂົ້າສູ່ສັງຄົມ ການບໍລິໂພກ ທີ່ເກີນຄວາມຈຳເປັນ.
ພວກເຮົາເລີ່ມສັງເກດເຫັນລະບໍ່ວ່າ ມາຮອດດຽວນີ້ ເຂົ້າຂອງເຄື່ອງໃຊ້ໃນເຮືອນຊານບ້ານຊ່ອງຂອງຕົນ ນັບມື້ນັບອັ່ງອໍ ແລະເກີນຄວາມຈຳເປັນ, ຫຼາຍຢ່າງທີ່ພວກເຮົາຊື້ມາ ແຕ່ພວກເຮົາບໍ່ໄດ້ໃຊ້ເປັນປະຈຳ ກາຍເປັນວ່າ ພວກເຮົາຈ່າຍເງິນໄປໃນທາງທີ່ບໍ່ຈຳເປັນ ໂດຍສະເພາະຄົນໃນເມືອງ ທ່າມກາງຄ່າຄອງຊີບຖີບສູງຂຶ້ນລິບລີ່.
ສະໄໝແຫ່ງການບໍລິໂພກນິຍົມ ໄດ້ເຮັດໃຫ້ພວກເຮົາຊ່ວງເສັງກັນ ຊື້ສິ່ງຂອງທີ່ບໍ່ຈຳເປັນຫຼາຍຂຶ້ນ ໂດຍສະເພາະ ທຸກມື້ນີ້ ການໂຄສະນາ ຜ່ານທາງສື່ອອນລາຍ ເຊັ່ນ ເຟສບຸກ ເຊິ່ງຢູ່ບ້ານເຮົາ ການຄຸ້ມຄອງ ໂດຍສະເພາະ ການເກັບພາສີການໂຄສະນາ ຜ່ານທາງສື່ອອນລາຍນັ້ນ ຍັງບໍ່ທັນໄດ້ຮັດກຸມ ເຮັດໃຫ້ ການໂຄສະນາ ສິນຄ້າ ນັ້ນເບິ່ງຄືວ່າ ອັນໃດກໍດີມີປະໂຫຍດ ຜ່ານການຖືກໂຄສະນາຢ່າງ ເຂັ້ມຂຸ້ນ ແລະແຜ່ຫຼາຍ.
ແນ່ນອນ ຄົນໃນເມືອງຜູ້ທີ່ມີກຳລັງຊື້ແດ່ ກໍພາກັນຕິດຕາມການໂຄສະນາ ແລະອົດໃຈບໍ່ໄດ້ທີ່ຈະຊື້ ເມື່ອຖືກຍົວະວ່າ ສິນຄ້ານັ້ນຫຼຸດລາຄາ ສິນຄ້ານີ້ ມີຄຸນນະພາບດີ (ຕໍ່ສຸຂະພາບ) ເປັນຕົ້ນ.
ເປັນເລື່ອງທີ່ໜ້າເສົ້າໃຈຢູ່ບ່ອນໜຶ່ງວ່າ ໂລກແຫ່ງການບໍລິໂພກນິຍົມ ເຊິ່ງມີຂະບວນການໂຄສະນາ ທີ່ໄຮ້ການຄວບຄຸມຢ່າງດີນີ້ ໄດ້ຄ່ອຍໆ ເຮັດໃຫ້ພວກເຮົາ ຕົກເປັນທາດຂອງການເຮັດວຽກ ເພື່ອວັດຖຸ ສິ່ງຂອງທີ່ບໍ່ຈຳເປັນຫຼາຍຂຶ້ນ, ທ່ານ ໂຮເຊ ໂມຮິກາ (Jose Mujica) ອາດີດປະທານາທິບໍດີ ປະເທດ ອູຣູກວາຍ ເວົ້າວ່າ “ເວລາພວກເຮົາເອົາເງິນໄປຊື້ ສິ່ງຂອງໃດໜຶ່ງ ໂດຍສະເພາະແນວບໍ່ຈຳເປັນນັ້ນ ບໍ່ແມ່ນວ່າເຮົາເສຍເງິນ ແຕ່ເຮົາເສຍເວລາ ເພື່ອເຮັດວຽກຫາເງິນເພື່ອຊື້ມັນມາ ແລ້ວຮູ້ບໍ່ວ່າ ພວກເຮົາບໍ່ສາມາດຊື້ ເວລາໄດ້ເລີຍ”
ພ້ອມນັ້ນ, ວັດທະນະທຳບໍລິໂພກ ກຳລັງເກີດຂຶ້ນແຜ່ຫຼາຍຢູ່ປະເທດກຳລັງ ພັດທະນາ ທີ່ມີອັດຕາ ຄວາມບໍ່ເທົ່າທຽມກັນສູງ, ອີງຕາມຂໍ້ມູນ ຂອງອົງການ ອ໊ອກສະຟາມ (Oxfam) ປີ 2019 ໃຫ້ຮູ້ວ່າ ໃນປີ 2018 ມີ 11% ຂອງຜູ້ທຸກຍາກໃນທົ່ວໂລກ ໄດ້ທຸກລົງຕຶ່ມ ແຕ່ຜູ້ຮັ່ງມີ ພັດເພີ່ມຂຶ້ນ 12% ເຊິ່ງໝາຍຄວາມວ່າ ຜູ້ຮັ່ງກໍຍິ່ງຮັ່ງຂຶ້ນ ສ່ວນຜູ້ທຸກກໍຍິ່ງທຸກລົງ ເຊິ່ງຫຼາຍກໍລະນີ ກໍຄືກັນກັບບ້ານເຮົານັ້ນລະ. ຜູ້ຮັ່ງມີ ຫຼື ຖານະປານ ກາງກໍຕາມ ຍິ່ງເພີ່ມທະວີການຊື້ສິ່ງທີ່ບໍ່ ຈຳເປັນຫຼາຍຂຶ້ນ ແຕ່ ຜູ້ທຸກຍາກ ຂອງພວກເຮົາຢູ່ຊົນນະບົດ ເຂົ້າຂອງເຄື່ອງໃຊ້ທີ່ເປັນພື້ນຖານ ກໍຍັງທັງຍາກ.
ການໂຄສະນາທີ່ໄຮ້ຂອບເຂດ ໄດ້ເກ່ຍກ່ອມຈິດໃຈທີ່ອ່ອນໄຫວຂອງ ພວກເຮົາຍອມຈົກຖົງຈ່າຍແນວທີ່ບໍ່ມີ ຄວາມຕ້ອງການຫຼາຍຄັ້ງ ແຕ່ພວກເຮົາບໍ່ສາມາດຢຸດຢ່ອນ ການໂຄສະນາໄດ້ງ່າຍໆດອກ ຖ້າບໍ່ເດັດຂາດອີຫຼີ ຂອງອຳນາດການປົກຄອງ ໂດຍສະເພາະ ການໂຄສະນາເກີນຂອບເຂດ ເຊັ່ນ ການໂຄສະນາຜະລິດຕະພັນ ເສີມຄວາມງາມ, ຢາບຳລຸງ ແລະອື່ນໆ.
ພວກເຮົາອາດບໍ່ໂທດການໂຄສະນາອ້ອຍຕ້ອຍ ແຕ່ພວກເຮົາກໍຄວນຄິດຄຳນຶງ ກ່ອນທີ່ການໂຄສະນາ ຈະພາພວກເຮົາ ກ້າວສູ່ ວັດທະນະທຳການບໍລິໂພກ ທີ່ເກີນຄວາມຈຳເປັນ, 1 ໃນ 10 ວິທີ ທີ່ທ່ານ ວິກກີ ໂຣບິນ ແລະ ທ່ານ ໂຈ ໂດມິງເກັສ ໄດ້ສະເໜີ ເພື່ອຂັດຂວາງການໃຊ້ຈ່າຍແບບບໍ່ເຕັມໃຈ ເວົ້າວ່າ “ຢ່າໄປໃສ່ໃຈກັບ ການໂຄສະນາຕາມສື່ຕ່າງໆ ເພາະມັນຈະເຮັດໃຫ້ພວກເຮົາຫຼົງໄຫຼຢາກໄດ້ສິ່ງທີ່ບໍ່ຈຳເປັນ” (ຄັດຈາກ ປຶ້ມ “ຄິດໄປໄກກວ່າ ວັດທະນະທຳບໍລິໂພກ”, ແປ ແລະຮຽບຮຽງໂດຍ: ບຸນທັນ ພົງພິຈິດ, 2013).