ປະທານ ໂຮ່ຈີມິງ ກັບວຽກງານສື່ມວນຊົນ I
ໃນພາລະກິດເຄື່ອນໄຫວປະຕິວັດ, ຍາມໃດປະທານ ໂຮ່ຈີມິງ ກໍໃຫ້ຄວາມສຳຄັນຕໍ່ນັກຂ່າວ ແລະ ສື່ມວນຊົນ ເພາະມັນເປັນສ່ວນໜຶ່ງຂອງພາລະກິດປະຕິວັດ, ແມ່ນອາວຸດອັນແຫລມຄົມໃນຂະບວນວິວັດແຫ່ງການຕໍ່ສູ້ຍາດເອົາຄວາມເປັນເອກະລາດແຫ່ງຊາດ ແລະ ການສ້າງສາຊີວິດໃໝ່ຂອງປະຊາຊົນ ແລະ ຕະຫລອດຊີວິດເຄື່ອນໄຫວປະຕິວັດຂອງເພິ່ນແມ່ນບໍ່ມີຍາມໃດແຍກຕົວອອກຈາກການເຄື່ອນໄຫວຂອງສື່ມວນຊົນ. ເພິ່ນເວົ້າວ່າ ຜູ້ເຮັດຂ່າວແມ່ນຜູ້ເຮັດການປະຕິວັດ ແລະ ການເຄື່ອນໄຫວຂອງສື່ມວນຊົນທາດແທ້ຂອງມັນແມ່ນການເຄື່ອນໄຫວການເມືອງ, ມັນແມ່ນອາວຸດຕໍ່ສູ້ປະຕິວັດ. ດັ່ງນັ້ນ ສື່ມວນຊົນປະຕິວັດ ກ່ອນອື່ນໝົດຕ້ອງມີລັກສະນະຕໍ່ສູ້, ລັກສະນະຊີ້ທິດ ແລະ ລັກສະນະມະຫາຊົນ ຮູ້ສ່ອງແສງອັນລວມໝູ່, ຮູ້ສຶກສາອົບຮົມ ແລະ ຮູ້ຈັດຕັ້ງນຳພາມະຫາຊົນກ້າວໄປສູ່ເປົ້າໝາຍລວມ ເຊິ່ງເວລານັ້ນແມ່ນການຕໍ່ສູ້ເພື່ອປົດປ່ອຍຊາດ ແລະ ກ້າວໄປເຖິງໄຊຊະນະ. ດັ່ງນັ້ນ ເຖິງວ່ານັກຂ່າວພວກເຮົາຈະຂຽນບົດໃດ, ເລື່ອງໃດ ແລະ ດ້ວຍຮູບແບບໃດກໍຕາມ ເຊິ່ງບັນດາບົດຂຽນນັ້ນລ້ວນແຕ່ແມ່ນອາວຸດອັນແຫລມຄົມ ເພື່ອເປີດໜ້າກາກ ແລະ ໂທດກຳຂອງພວກສັດຕູ ແລະ ແມ່ນເຄື່ອງມືຢ່າງມີປະສິດທິພາບ ເພື່ອສ້າງແປວໄຟປະຕິວັດໃຫ້ແກ່ມະຫາຊົນ ປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ຢ່າງອົງອາດກ້າຫານ.
+ ປະທານ ໂຮ່ຈີມິງ ກັບວຽກງານສື່ມວນຊົນ II ( ຕໍ່ຈາກຄັ້ງທີ່ແລ້ວ )
+ ປະທານ ໂຮ່ຈີມິງ ກັບວຽກງານສື່ມວນຊົນ III ( ຕໍ່ຈາກຄັ້ງທີ່ແລ້ວ )
ດັ່ງແນວຄິດປະທານ ໂຮ່ຈີມິງ ທີ່ມີຕໍ່ສື່ມວນຊົນຫວຽດນາມ, ຕໍ່ຜູ້ເຮັດຂ່າວສັ້ນໆວ່າ: ຂຽນໃຫ້ໃຜ ?, ຂຽນເພື່ອເຮັດຫຍັງ ?. ດັ່ງນັ້ນ ຄວນຂຽນອັນໃດ ? ແລະ ຂຽນຄືແນວໃດ ? ຂຽນແລ້ວຈະເປັນແນວໃດ ? ແຕ່ເວົ້າແນວນີ້ກໍບໍ່ງ່າຍວ່າໃຜໆກໍຈະເຮັດໄດ້. ດັ່ງນັ້ນ ຜູ້ເຮັດຂ່າວຕ້ອງກຳໃຫ້ແຈ້ງເປົ້າໝາຍລວມຂອງການເຮັດຂ່າວແມ່ນເປັນອາວຸດອັນແຫລມຄົມ ເພື່ອເຮັດສຳເລັດໜ້າທີ່ປະຕິວັດຂອງຕົນ ແລະ ແຕ່ລະບົດຂ່າວຕ້ອງເຂົ້າໃຈແຈ້ງວ່າບົດຂຽນນັ້ນແມ່ນຂຽນໃຫ້ໃຜ, ຂຽນເພື່ອຫຍັງ ? ແລະ ຈາກນັ້ນຈຶ່ງສາມາດຄັດເລືອກໄດ້ວ່າ ເຮົາຈະຂຽນອັນໃດ, ຂຽນຄືແນວໃດ ເພື່ອສາມາດສົ່ງຜົນກະທົບໃຫ້ຜູ້ອ່ານ, ຜູ້ຟັງເພື່ອຊ່ວຍເຂົາເຈົ້າສາມາດຫັນປ່ຽນຄວາມຮັບຮູ້, ແນວຄິດຈິດໃຈ ແລະ ການປະພຶດຂອງເຂົາເຈົ້າ ແລະ ສາມາດນຳພາແນວຄິດຂອງເຂົາເຈົ້າໄປສູ່ຄວາມຮັບຮູ້ ແລະ ການປະພຶດໃໝ່ໄດ້. ປະທານ ໂຮ່ຈີມິງ ລະບຸແຈ້ງວ່າ: ຜູ້ຂຽນຂ່າວຕ້ອງຂຽນໃຫ້ແທດເໝາະກັບລະດັບຄວາມຮັບຮູ້ຂອງຜູ້ອ່ານຜູ້ຟັງ, ຂຽນໃຫ້ຈະແຈ້ງ ແລະ ສັ້ນກະທັດຮັດ. ກໍດັ່ງຜູ້ເປັນອາຈານສອນຕ້ອງຮຽນວິທີເວົ້າ ແລະ ສຽງເວົ້າຂອງມະຫາຊົນໃຫ້ລະອຽດຈະແຈ້ງ, ຢ່າຟ້າວຟັ່ງນຳໃຊ້ປະໂຫຍກຄຳເວົ້າທີ່ຜູ້ຂຽນເອງກໍຍັງບໍ່ທັນເຂົ້າໃຈແຈ້ງ, ສັບໃດ, ຄຳເວົ້າໃດເປັນຂອງຊາດຕົນເອງກໍໃຫ້ໃຊ້ສັບ ແລະ ຄຳເວົ້ານັ້ນ. ຖ້າຫຍຸ້ງຍາກອີ່ຫລີກໍໃຫ້ໃຊ້ສັບໃດທີ່ມະຫາຊົນລ້ວນແຕ່ເຂົ້າໃຈ ແລະ ເຊື່ອໝັ້ນປະຕິບັດຕາມຄຳຮຽກຮ້ອງຕ້ອງການຂອງຜູ້ຂຽນ, ການຂຽນກໍຕ້ອງຖືກຕ້ອງທ່ຽງທຳ ແລະ ວ່ອງໄວທັນການ, ຂຽນຢ່າງມີເຫດ, ມີຜົນ ແລະ ຕົວຈິງ. ໝາຍວ່າຂຽນ ແລະ ເວົ້າວຽກນັ້ນຢູ່ໃສ, ເປັນແນວໃດ, ວັນເວລາໃດ, ເກີດຂຶ້ນຄືແນວໃດ, ຂະຫຍາຍຕົວແນວໃດ ແລະ ໝາກຜົນຂອງມັນເປັນແນວໃດ ?.