ຍີ່ປຸ່ນອະນຸຍາດໃຫ້ເດັກອະນຸບານຮຽນຟຣີ

ຍີ່ປຸ່ນອະນຸຍາດໃຫ້ເດັກອະນຸບານຮຽນຟຣີ - 750x422 822605 1546044266 - ຍີ່ປຸ່ນອະນຸຍາດໃຫ້ເດັກອະນຸບານຮຽນຟຣີ
ຍີ່ປຸ່ນອະນຸຍາດໃຫ້ເດັກອະນຸບານຮຽນຟຣີ - kitchen vibe - ຍີ່ປຸ່ນອະນຸຍາດໃຫ້ເດັກອະນຸບານຮຽນຟຣີ

      ລັດຖະບານ​ຍີ່ປຸ່ນ​ອະນຸມັດ​ໂຄງການ​ເພີ່ມ​ການ​ສະໜັບສະໜູນ​ດ້ານ​ການ​ສຶກສາ ​ແລະ ການ​ເບິ່ງ​ແຍງ​ເດັກ ​ເຊິ່ງລວມທັງ​ການ​ໃຫ້​ທຶນ​ຮຽນ​ລະດັບ​ຊັ້ນອະນຸບານ​ໃນ​ໂຮງຮຽນ​ລັດຖະບານ​ຟຣີສຳລັບ​ເດັກ​ທຸກ​ຄົນ​ທີ່​ມີ​ອາຍຸ​ລະຫວ່າງ 3-5 ປີ ​ໂດຍ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ເດືອນ​ຕຸລາ 2019.

     ນະ​ໂຍບາຍ​ດັ່ງກ່າວ ມີ​ຈຸດປະສົງ​ເພື່ອ​ແກ້​ໄຂ​ບັນຫາ​ອັດຕາ​ການ​ເກີດ​ທີ່​ຫລຸດ​ລົງ. ນອກຈາກ​ນີ້ ລັດຖະບານ​ຈະ​ມອບ​ສະຫວັດດີ​ການ​ເບິ່ງ​ແຍງ​ເດັກ​ເວລາ​ກາງ​ເວັນ​ຟຣີຈົນ​ເຖິງ​ອາຍຸ 2 ປີ​ສຳລັບ​ຄອບຄົວ​ທີ່​ມີ​ລາຍ​ຮັບ​ຕໍ່າ ​ໂດຍ​ຈະ​ເລີ່​ມມີ​ຜົນ​ແຕ່​ເດືອນ​ຕຸລາ 2019. ອີກ​ທັງ​ຍັງ​ມີ​ໂຄງການມອບ​ທຶນ​ການ​ສຶກສາ​ແກ່​ນັກ​ສຶກສາລະ​ດັບ​ມະຫາວິທະຍາ​ໄລ​ທີ່​ມາ​ຈາກ​ຄອບຄົວ​ທີ​່ມີ​ລາຍ​ຮັບ​ຕໍ່າ ​ເຊິ່ງຈະ​ເລີ່​ມຕົ້ນ​ໃນ​ເດືອນ​ເມສາ 2020.

ຍີ່ປຸ່ນອະນຸຍາດໃຫ້ເດັກອະນຸບານຮຽນຟຣີ - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນອະນຸຍາດໃຫ້ເດັກອະນຸບານຮຽນຟຣີ

      ສຳນັກ​ຂ່າວ​ກຽວ​ໂຕ​ລາຍ​ງານ​ວ່າ: ນະ​ໂຍບາຍ​ດັ່ງກ່າວ​ຈະ​ເລີ່​ມຕົ້ນຂຶ້ນ​ໃນ​ໄລຍະ​ທີ່​ລັດຖະບານ​ກຽມ​ປັບ​ເພີ່ມ​ພາສີ​ການ​ບໍລິ​ໂພ​ກຈາກ 8% ​ເປັນ 10% ​ໃນ​ເດືອນ​ຕຸລາ 2019 ​ໂດຍ​ມີ​ການຈັດ​ສັນ​ງົບ​ສ່ວນ​ໜຶ່ງ​​ໄປ​ໃຊ້​ກັບ​ນະ​ໂຍບາຍ​ດັ່ງກ່າວ.

       ທ່ານ ຊິນ​ໂຊ ອາ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນ ​ເປີດ​ເຜີຍ​ໃນ​ລະຫວ່າງ​ກອງ​ປະຊຸມ​ລັດຖະບານ​ວ່າ: “ຂ້າພະ​ເຈົ້າຈະ​ປ່ຽນ​ລະບົບ​ປະກັນ​ສັງຄົມ​ຂອງ​ປະ​ເທດ ​ເພື່ອ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້ປະຊາຊົນ​ທຸກ​ເພດ​ໄວ ນັບ​ແຕ່​ເຍົາວະ​ຊົນ​ໄປ​ຈົນ​ເຖິງ​ໄວ​ອາຍຸ​ສູງ,​ ​ໂຄງການ​ການ​ສຶກສາ​ຟຣີຖື​ເປັນ​ບາດກ້າວ​ທຳ​ອິດ​ທີ່​ສຳຄັນ”.

ຍີ່ປຸ່ນອະນຸຍາດໃຫ້ເດັກອະນຸບານຮຽນຟຣີ - 3 - ຍີ່ປຸ່ນອະນຸຍາດໃຫ້ເດັກອະນຸບານຮຽນຟຣີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!