ສູນກາງກໍາມະບານລາວຢ້ຽມຢາມສູນເສຍອົງຄະພິເສດ 790 ແລະ 489 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ


ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ເພື່ອໃຫ້ກໍາລັງໃຈ ແລະ ຄວາມຮູ້ບຸນຄຸນຕໍ່ອ້າຍນ້ອງທະຫານຜູ້ເສຍອົງຄະໃນການປະຕິບັດພາລະໜ້າທີ່ການປະຕິບັດຊາດ ແລະ ເປັນການຢ້ຽມຢາມຖາມຂ່າວສ້າງຄວາມສາມະຄິຮັກແພງລະຫວ່າງອົງການຈັດຕັ້ງສັງຄົມ ກໍຄືປະຊາຊົນ ກັບກອງທັບ ປະຊາຊົນລາວ ຍາມໃດກໍ່ປຽບດັ່ງປາກັບນໍ້າ ບໍ່ສາມາດຕັດຂາດກັນໄດ້.
ໃນວັນທີ 27 ທັນວານີ້, ຄະນະຜູ້ແທນສູນກາງສະຫະພັນກໍາມະບານລາວ, ກໍາມະບານກະຊວງ ແລະ ຂະແໜງການຕ່າງໆ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນ, ນັກຮົບເກົ່າ ແລະ ບໍລິສັດຫ້າງຮ້ານຕ່າງໆ ນໍາໂດຍທ່ານ ປ້ານ ນ້ອຍມະນີ ກໍາມະການສູນກາງພັກ ເລຂາຄະນະພັກສູນກາງກໍາມະບານລາວ ໄດ້ລົງຢ້ຽມຢາມພະນັກງານອະວຸໂສບໍານານ, ພະນັກງານນັກຮົບຜູ້ເສຍອົງຄະ ຢູ່ສູນເສຍອົງຄະພິເສດ 790 ແລະ ສູນພັດທະນາຜູ້ເສຍອົງຄະ 489 ແລະ ໄດ້ຮັບຟັງລາຍງານຈາກຫົວໜ້າສູນ ເສຍອົງຄະພິເສດ 790 ວ່າ: ສູນດັ່ງກ່າວ, ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນກໍລະກົດ 1990 ໂດຍການຊີ້ນໍາ-ນໍາພາຂອງກະຊວງປ້ອງກັນປະເທດ, ເພື່ອເຕົ້າໂຮມເອົາພະນັກງານນັກຮົມທີ່ເສຍອົງຄະພິເສດ ຍ້ອນການສູ້ຮົບ ແລະ ເຄື່ອນໄຫວເຮັດການປະຕິວັດຊາດປະຊາທິປະໄຕໃນເມື່ອກ່ອນ ໂດຍມີຕົ້ນກໍາເນີດມາຈາກກອງ 18 ສູນກາງທີ່ເມືອງວຽງໄຊ ແຂວງຫົວພັນ, ປັດຈຸບັນ ສູນແຫ່ງນີ້ ມີຈໍານວນພົນທັງໝົດ 196 ຄົນ, ເປັນສູນຂອງພະນັກງານທີ່ເສຍກໍາລັງແຮງງານແຕ່ 81% ຫາ 100%.
ພ້ອມນີ້ທ່ານຫົວໜ້າສູນພັດທະນາຜູ້ເສຍອົງຄະ 489 ໃຫ້ຮູ້ວ່າ: ສູນດັ່ງກ່າວ ເປັນບ່ອນເຕົ້າໂຮມນາຍ ແລະ ພົນທະຫານ ອະດີດນັກຮົບທີ່ເສຍອົງຄະ ນັບແຕ່ປະເພດ 1-4, ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນ ກຸມພາ 1962, ປັດຈຸບັນມີ 248 ຄອບຄົວ, ໃນນີ້, ມີຄອບຄົວຜູ້ເສຍອົງຄະ 189 ຄອບຄົວ, ແບ່ງເປັນ 6 ກຸ່ມ ແລະ ມີຈໍານວນພົນທັງໝົດ 977 ຄົນ, ຍິງ 509 ຄົນ, ພະນັກງານເສຍອົງຄະມີ 138 ຄົນ, ຍິງ 75 ຄົນ. ການລົງຢ້ຽມຢາມຄັ້ງນີ້, ທາງຄະນະໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ມອບໃຫ້ແກ່ພະນັກງານບໍານານ ແລະ ພະນັກງານນັກຮົບຜູ້ເສຍອົງຄະທັງສອງສູນ ລວມມີມູນຄ່າ 61 ລ້ານກວ່າກີບ.