ປະເພນີການໃຫ້ຂອງຂວັນມີມາແຕ່ໃສ?
ໂດຍ: ທິດກ່ຳ
ຄຳວ່າ “ຂວັນ” ໝາຍເຖິງ ສິ່ງໜຶ່ງທີ່ເປັນນາມທຳບໍ່ມີ ຕົວຕົນແຕ່ມີຢູ່ໃນຕົວຄົນ, ສັດ, ວັດຖຸສິ່ງຂອງຕ່າງໆ ໂດຍຖ້າທຽບໃສ່ສັບພາສາບາລີ ແມ່ນກົງກັບຄຳວ່າ “ຈິດ” ເພາະ ນິຍາມທັງສອງຢ່າງນີ້ຄືສິ່ງ ທີ່ເປັນນາມທຳອາໄສຢູ່ໃນ ຕົວຂອງຄົນເຮົາ. ຄຳສູ່ຂວັນ ມັກກ່າວເຖິງຄື “ສາມສິບສອງ ຂວັນແລ່ນມາເຕົ້າ, ເກົ້າສິບຂວັນ ແລ່ນມາໂຮມ, ມີທັງ ຂວັນຕາ ແລະ ຂວັນຄິ້ວ, ຂວັນ ແອວກິ່ວ ແລະ ຂວັນແຂນ…” ເມື່ອສັງ ລວມ ແລ້ວຂວັນຄືຈິດໃຈຄວາມ ຮູ້ສຶກນຶກຄິດ ແລະ ຄວາມຮັບຮູ້ ຫຼື ປະສາດສຳຜັດ ຂອງຄົນເຮົາ, ບູຮານເຊື່ອວ່າ ຖ້າຂວັນສ່ວນ ໃດສ່ວນໜຶ່ງຂາດໄປ ຫຼື ມີຄວາມ ສັບສົນເຊັ່ນ: ເກີດອຸບັດເຫດ, ຢ້ານກົວ, ຕົກໃຈກໍຈະເຮັດໃຫ້ ບໍ່ສະບາຍ ສິ່ງທີ່ເຮັດໃຫ້ກັບ ຄືນມາໄດ້ກໍຄືການເອີ້ນຂວັນ. ແຕ່ຖ້າຄົນທີ່ມີສຸຂະພາບ ແຂງແຮງເປັນປົກກະຕິກໍບໍ່ ໄດ້ເຮັດພິທີເອີ້ນຂວັນແຕ່ ເພື່ອເຮັດໃຫ້ຂວັນໄດ້ມີກຳລັງ ຢູ່ກັບເນື້ອກັບຕົວ ແລະ ເປັນການຮັກສາຂວັນໄວ້ຄົນລາວເຮົາມັກມີປະເພນີການ ໃຫ້ “ຂອງຂວັນ” ເຊິ່ງກັນ ແລະ ກັນ.
ໃນຄວາມໝາຍຂອງ ຄຳວ່າ “ຂອງຂວັນ” ກໍໝາຍ ເຖິງສິ່ງໃດໜຶ່ງທີ່ມີຄ່າທາງ ຈິດໃຈ, ຈະມີລາຄາຖືກ ຫຼື ແພງກໍໄດ້ ສາມາດບົ່ງບອກ ເຖິງ ຂອງທີ່ລະນຶກເນື່ອງໃນ ໂອກາດວັນສຳຄັນຕ່າງໆ ເພື່ອເປັນການຖະໜອມນໍ້າ ໃຈ, ສ້າງສາຍສຳພັນອັນດີ ງາມແກ່ກັນ. ການໃຫ້ຂອງ ຂວັນເປັນປະເພນີອັນດີງາມ ທີ່ໄດ້ຮັບການສືບທອດມາ ແຕ່ບູຮານນະການ ເຊິ່ງມັນ ສະແດງອອກໃນນິທານ ແລະ ວັນນະຄະດີຕ່າງໆເຊັ່ນ: ເລື່ອງ ໝາກນໍ້າເຕົ້າປຸງພະຍາແຖນ ໄດ້ມອບຄວາຍໃຫ້ກັບສາມ ຂຸນ ເພື່ອໃຊ້ໃນການເຮັດນາ, ພະລືສີ ຫຼື ພະອິນມັກໃຫ້ຂອງ ຂວັນວິເສດໃຫ້ກັບຕົວລະ ຄອນເອກເປັນຕົ້ນແມ່ນ ຢາ ວິເສດ, ດາບວິເສດ, ທະນູວິ ເສດ, ແກ້ວວິເສດ, ມ້າວິເສດ ແລະ ອື່ນໆ, ນອກຈາກນີ້ຕົວ ລະຄອນກໍ່າພ້າຍັງມັກໄດ້ ຂອງຂວັນວິເສດອີກ ເຊັ່ນ: ແຮ້ວວິເສດ, ຄ້ອນວິເສດ, ຄ້ອງວິເສດ, ໝາກໄມ້ວິເສດ ເພື່ອໃຊ້ ເຂົ້າໃນການດຳລົງ ຊີວິດດັ່ງນີ້ເປັນຕົ້ນ.
ໃນໄລຍະຕໍ່ມາ “ຂອງ ຂວັນ” ຖືກໃຊ້ໃນຮູບແບບ ການມອບບັນນາການແກ່ ເຈົ້າຜູ້ປົກຄອງກັບຜູ້ປົກ ຄອງທີ່ມີຫົວເມືອງຂຶ້ນ ແກ່ກັນເຊິ່ງມີທັງສົ່ງດ້ວຍ ຄວາມອ່ອນນ້ອມ ແລະ ສົ່ງ ດ້ວຍຄວາມຈຳເປັນຕາມ ໂອກາດເຊັ່ນ: ໂອກາດວັນ ຂຶ້ນຄອງລາດ, ເຈົ້າຊາຍສົ່ງ ໃຫ້ກັບເຈົ້າສາວ, ສົ່ງຍິນດີໃນ ວັນອະພິເສກສົມລົດຂອງ ເຈົ້າຊີວິດ, ໂອກາດວັນເກີດ ຂອງລູກຊາຍເຈົ້າພະຍາ ແລະອື່ນໆ, ອັນນີ້ກໍເປັນໜຶ່ງ ໃນຮູບແບບການໃຫ້ຂອງ ຂວັນໃນແຕ່ລະຍຸກສະໄໝ ໂດຍ ມີຈຸດປະສົງແຕກຕ່າງ ກັນໄປເຊັ່ນ: ບາງຄົນກໍໃຫ້ ຈາກໃຈ, ບາງຄົນກໍໃຫ້ດ້ວຍ ຄວາມຈຳເປັນ ແລະ ບາງ ຄົນກໍໃຫ້ເພື່ອເອົາອົກເອົາ ໃຈຫວັງຜົນປະໂຫຍດໃດ ໜຶ່ງ ຈຶ່ງເຂົ້າກັບລັກສະນະ ທີ່ວ່າ “ໄປຫາພະໃຫ້ເອົາ ຂອງຖວາຍເຂົ້າຫານາຍໃຫ້ ມີຂອງໄປຕ້ອນ”.
ປັດຈຸບັນ ຍ້ອນສະພາບ ຄວາມເປັນຈິງຂອງສັງຄົມ ມີການປ່ຽນແປງໄປ ດັ່ງນັ້ນ, ການໃຫ້ຂອງຂວັນ ຈຶ່ງມີ ຫຼາຍລັກສະນະ, ມີຫຼາຍຮູບ ການ ແລະ ຫຼາຍໂອກາດ ເຊັ່ນ ໃຫ້ຂອງຂວັນ ເນື່ອງໃນ ວັນສຳຄັນຕ່າງໆ, ໃຫ້ຂອງ ຂວັນເນື່ອງການປະຕິບັດ ໜ້າທີ່, ຂອງຂວັນປີໃໝ່, ຂອງ ຂວັນວັນແຫ່ງຄວາມຮັກ, ຂອງຂວັນວັນເກີດ, ຂອງ ຂວັນວັນຮັບປະລິນຍາ, ຂອງຂວັນໄດ້ຮັບໜ້າທີ່ຕຳ ແໜ່ງ ນອກຈາກນີ້ຍັງມີ ການໃຫ້ຂອງຕ້ອນຂອງ ຝາກຈາກທ້ອງຖິ່ນຕ່າງໆ ເມື່ອໄປຢ້ຽມຢາມກັນຢ່າງ ຫຼວງຫຼາຍ.
ການໃຫ້ຂອງຂວັນ ບໍ່ສະ ເພາະແຕ່ເປັນປະເພນີຂອງ ຄົນລາວເຮົາເທົ່ານັ້ນ ແຕ່ຍັງ ລວມໄປເຖິງທຸກໆປະເທດ ໃນໂລກ ເພາະຂອງຂວັນເປັນ ພື້ນຖານທີ່ບຳລຸງຈິດໃຈ ຂອງມວນມະນຸດ. ດັ່ງທີ່ເຮົາ ທັງຫຼາຍມັກ ໄດ້ຍິນເລື່ອງ ການແຈກຂອງຂວັນໃນວັນ ຄຣິດສະມາດ, ເພື່ອເປັນການ ສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່, ໃນຄວາມເຊື່ອຂອງ ສາສະໜາຄຣິດ. ປັດຈຸບັນ ນີ້ໄວໜຸ່ມລາວກໍໄດ້ຮັບເອົາ ປະເພນີນີ້ມານຳໃຊ້ຢູ່ບ້ານ ເຮົາ ຢ່າງແພ່ຫຼາຍ ໂດຍມີ ກິດຈະກຳແຈກຂອງຂວັນ ແລກຂອງຂວັນຢ່າງຄຶກຄື້ນ ນອກຈາກປະຊາຊົນທົ່ວໄປ ແລ້ວຍັງແພ່ຫຼາຍໃນບັນ ດາພະນັກງານລັດຖະກອນ ຕ່າງໆອີກດ້ວຍ.
ການໃຫ້ຂອງຂວັນ ທີ່ ລະນຶກໂອກາດຕ່າງໆນັ້ນ ເຮົາຄວນຄຳນຶງເຖິງຄວາມ ຈຳເປັນ ແລະ ສິ່ງຂອງທີ່ໃຫ້ ໄປຕ້ອງເປັນປະໂຫຍດແກ່ ຜູ້ຮັບຕາມສົມຄວນ ເພື່ອໃຫ້ ສົມກັບການມອບສິ່ງທີ່ດີ ງາມ ແລະ ມີຄຸນຄ່າທາງຈິດໃຈທັງຜູ້ໃຫ້-ຜູ້ຮັບ. ພ້ອມ ດຽວກັນນີ້ກໍບໍ່ຄວນເຮັດ ໂລດໂຜນຈົນເກີນຄວາມ ພໍດີ, ເກີນຖານະຂອງຕົນເອງຈົນເກີດມີບັນຫາຕາມມາພາຍຫຼັງ ທັງນີ້ກໍເພື່ອເປັນ ການປະຕິບັດຕໍ່ຄຳສັ່ງ ແລະ ນະໂຍບາຍວ່າດ້ວຍການປະຢັດ ແລະ ຕ້ານການຫຼິ້ນກິນ ຟຸມເຟືອຍທີ່ພັກລັດຖະບານ ເຮົາໄດ້ວາງອອກ./.