ຣັດເຊຍແຊງອັງກິດຂຶ້ນແທ່ນ ຜູ້ຜະລິດອາວຸດອັນດັບ 2 ຂອງໂລກ

- 091218 russia arms - ຣັດເຊຍແຊງອັງກິດຂຶ້ນແທ່ນ ຜູ້ຜະລິດອາວຸດອັນດັບ 2 ຂອງໂລກ
- kitchen vibe - ຣັດເຊຍແຊງອັງກິດຂຶ້ນແທ່ນ ຜູ້ຜະລິດອາວຸດອັນດັບ 2 ຂອງໂລກ

      ຣັດ​ເຊຍ​ແຊງ​ສະຫະຣາຊະ​ອານາຈັກ​ຂຶ້ນສູ່​ອັນ​ດັບ 2 ຂອງ​ປະ​ເທດ​ທີ່​ມີ​ປະສິດທິພາບ​ດ້ານ​ອາວຸດ​ສູງ​ທີ່​ສຸດ​ໃນ​ໂລກ​ໄດ້​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 15 ປີ, ສ່ວນ​ແຊ້ມຍັງ​ເປັນ​ອາ​ເມ​ລິ​ກາ.

       ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ສະ​ຖາ​ບັນ​ວິ​ໄຈ​ສັນຕິພາບ​ສາກົນ​ແຫ່ງ​ສະ​ຕອກ​ໂຮມ (SIPRI) ອອກ​ລາຍ​ງານ​ດ້ານ​ປ້ອງ​ກັນ​ປະ​ເທດ​ປະຈຳ​ປີ ​ໃນ​ວັນ​ທີ 10 ທັນວາ ​ໂດຍ​ເປັນ​ການຈັດ​ອັນ​ດັບ 100 ປະ​ເທດ​ທີ່​ມີ​ປະສິດທິພາບ​ດ້ານ​ອາວຸດ​ຍຸດທະ​ພັນ​ສູງ​ທີ່​ສຸດ​ໃນ​ໂລກ​ປະຈຳ​ປີ 2017 ​ໂດຍ​ຂໍ້​ມູນ​ທີ່​ໃຊ​້​ໃນ​ການ​ວິ​ເຄາະ ລວມທັງ​ການຈຳໜ່າຍ​ອາວຸດ​ທັງ​ພາຍ​ໃນ ​ແລະ ສາກົນ​ນຳ​ອີກ ​ໂດຍ​ອັນ​ດັບ 1 ຍັງ​ເປັນ​ອາ​ເມ​ລິ​ກາ ປັດຈຸບັນ​ມີ​ບໍລິສັດ​ດ້ານ​ອາວຸດ​ຍຸດທະ​ພັນ 42 ​ແຫ່ງ ​ແລະ ຍອດ​ຈຳໜ່າຍ​ສິນຄ້າ​ໃນ​ປີຜ່ານມາ​ເພີ່ມ​ຂຶ້ນ 2% ​ເປັນ 226.600 ລ້ານ​ໂດ​ລາ​ສະຫະລັດ ຄິດ​ເປັນ​ອັດຕາ​ສ່ວນ​ສູງ​ເຖິງ 57% ຂອງ​ກຸ່ມ​ປະ​ເທດ​ໃນ 100 ອັນ​ດັບ​ທຳ​ອິດ.

      ຂະນະ​ທີ່​ອັນ​ດັບ 2 ຄືຣັດ​ເຊຍ ຂໍ້​ມູນ​ຕາມ​ລາຍ​ງານ​ຂອງ SIPRI ລະບຸ​ວ່າ: ມີ​ບໍລິສັດ​ດ້ານ​ນີ້ 10 ​ແຫ່ງ ສ້າງ​ຍອດ​ຈຳໜ່າຍ​ໄດ້​ຮ່ວມ​ກັນ 37.700 ລ້ານ​ໂດ​ລາ​ສະຫະລັດ ຄອງ​ອັດຕາ​ສ່ວນ​ຕະຫລາດ 9,5% ຂອງ​ກຸ່ມ​ປະ​ເທດ 100 ອັນ​ດັບ​ທຳ​ອິດ ​ແລະ ສາມາດ​ແຊ​ງສະຫະຣາຊະ​ອານາຈັກ​ໄດ້​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ປີ 2002​ ​ໂດຍ​ຂໍ້​ມູນ​ຂອງ SIPRI ລະບຸມູນ​ຄ່າ​ການ​ຊື້ຂາຍ​ອາວຸດ​ຂອງ​ສະຫະຣາຊະ​ອານາຈັກ​ໃນ​ປີຜ່ານມາ​ບັນລຸ 35.700 ລ້ານ​ໂດ​ລາ​ສະຫະລັດ ຈັດ​ຢູ່​ອັນ​ດັບ 3 ຂອງ​ໂລກ, ​ແຕ່​ສະຫະຣາຊະ​ອານາຈັກ​ຍັງ​ຄອງ​ຕຳ​ແໜ່​ງປະ​ເທດ​ຜູ້​ຜະລິດ ​ແລະ ຈັດ​ຈຳໜ່າຍ​ອາວຸດ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ເອີຣົບ.

       ສ່ວນ​ບໍລິສັດ​ຜູ້​ຜະລິດ ​ແລະ ຈັດ​ຈຳໜ່າຍ​ອາວຸດ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ຍັງ​ເປັນ​ລ໊ອດຮິດ ມາຣຕິນ ຂອງ​ອາ​ເມ​ລິ​ກາ ດ້ວຍ​ຍອດ​ຈຳໜ່າຍ 44.900 ລ້ານ​ໂດ​ລາ​ສະຫະລັດ ສະ​ເພາະ​ປີ 2017 ​ເຊິ່ງ​ເປັນ​ປີ​ທີ່​ມູນ​ຄ່າ​ຕະຫລາດ​ອາວຸດ​ຂອງ​ໂລກ​ໂດຍ​ລວມມີ​ມູນ​ຄ່າ​ສູງ​ເຖິງ 398.200 ລ້ານ​ໂດ​ລາ​ສະຫະລັດ.

- 5 - ຣັດເຊຍແຊງອັງກິດຂຶ້ນແທ່ນ ຜູ້ຜະລິດອາວຸດອັນດັບ 2 ຂອງໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!