ສສຊ ສະເໜີໄອຍະການເພີ່ມທະວີວຽກງານກວດກາການປະຕິບັດກົດໝາຍໃຫ້ເຂັ້ມງວດ


ໃນລະຫວ່າງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 30 ພະຈິກແລ້ວນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເນັ້ນໜັກຫລາຍບັນຫາສໍາຄັນ ເປັນຕົ້ນການປະຕິບັດພາລະບົດບາດໃນການຕິດຕາມກວດກາຂອງອົງການໄອຍະການຕໍ່ການເຄົາລົບ ແລະ ປະຕິບັດກົດໝາຍໃນຂົງເຂດພະນັກງານ, ທະຫານ, ຕຳຫລວດ ເຫັນວ່າຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ເຊິ່ງພາໃຫ້ເກີດມີປາກົດການຫຍໍ້ທໍ້ເກີດຂຶ້ນຫລາຍ ເຮັດໃຫ້ສັງຄົມຈົ່ມວ່າ ພະນັກງານສະມາຊິກພັກລະເມີດລະບຽບກົດໝາຍ ແຕ່ວ່າການດຳເນີນຄະດີຕໍ່ຜູ້ລະເມີດນັ້ນພັດມີຈຳນວນໜ້ອຍ, ການລົງວິໄນຍັງບໍ່ເດັດຂາດ. ຕໍ່ບັນຫາດັ່ງກ່າວ, ສສຊ ໄດ້ສະເໜີໃຫ້ອົງການໄອຍະການເພີ່ມທະວີໃນການຕິດຕາມກວດກາ ເພື່ອເຮັດໃຫ້ປາກົດການຫຍໍ້ທໍ້ ແລະ ສຽງສັງຄົມຈົ່ມວ່າໃຫ້ຫລຸດໜ້ອຍຖອຍລົງ; ບັນຫາຜູ້ຖືກຫາບໍ່ໄດ້ຮັບຄວາມເປັນທຳ, ຖືກກັກຂັງກາຍກຳນົດ ເນື່ອງຈາກການສືບສວນ-ສອບສວນມີຄວາມຊັກຊ້າ; ການແກ້ໄຂຄະດີອຸປະຕິເຫດໄລຍະຜ່ານມາແມ່ນໄດ້ແກ້ໄຂແຕ່ຄະດີທາງອາຍາເກືອບ 90% ສ່ວນຄະດີທາງແພ່ງແມ່ນບໍ່ໄດ້ຖືກແກ້ໄຂຫລາຍປານໃດ; ການຕິດຕາມການດຳເນີນຄະດີຂອງອົງການສືບສວນ-ສອບສວນບາງຄະດີຍັງບໍ່ເຮັດໄດ້ດີເທົ່າທີ່ຄວນ; ສະເໜີໃຫ້ກວດກາຄືນບັນຊີນັກໂທດ ທັງໝົດທີ່ໄດ້ອະນຸຍາດອອກໄປປິ່ນປົວນັ້ນມີເທົ່າໃດ, ການອະນຸຍາດນີ້ຖືກຕ້ອງເໝາະສົມແລ້ວ ຫລື ບໍ່, ເຈັບເປັນແທ້ ຫລື ບໍ່, ປິ່ນປົວແລ້ວປານໃດຈຶ່ງຊິເອົາກັັບເຂົ້າມາ.
ໂອກາດດຽວກັນນີ້, ສສຊ ຍັງໄດ້ສະເໜີໃຫ້ອົງການໄອຍະການປະຊາຊົນຕິດຕາມກວດກາ ການປະຕິບັດຕາມຄຳສັ່ງກ່ຽວກັບການຊັດມ້ຽນຄະດີຂອງເຈົ້າໜ້າທີ່, ການຕິດຕາມການອອກນິຕິກຳຢູ່ຂັ້ນທ້ອງຖິ່ນຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ສະເໜີໃຫ້ລົງໃກ້ຊິດຕິດແທດກັບທ້ອງຖິ່ນ ເພື່ອຊີ້ນຳ-ນຳພາການເຄື່ອນໄຫວປະຕິບັດໜ້າທີ່ຢ່າງມີປະສິດທິຜົນ ແລະ ສະເໜີໃຫ້ເອົາໃຈໃສ່ຝຶກອົບຮົມຄວາມຮູ້, ຄວາມສາມາດ, ຈັນຍາບັນ, ຈັນຍາທຳ ໃຫ້ພະນັກງານຢູ່ຂັ້ນຮາກຖານດີຂຶ້ນກວ່າເກົ່າ.