ຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ແອັກແມັກ ສະໄໝພິເສດ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ການເງິນ ແອັກແມັກ, ທີ່ບາງກອກ


ໃນວັນທີ 29-30 ພະຈິກຜ່ານມານີ້, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ສົງການ ຫລວງມຸນິນທອນ, ຫົວຫນ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ແອັກແມັກ (ACMECS) ຂອງປະເທດເຮົາພ້ອມດ້ວຍຄະນະຜູ້ແທນ ຈາກກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ, ທະນາຄານ ແຫ່ງ ສປປ ລາວ ແລະ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ລວມທັງ ຜູ້ຕາງໜ້າຈາກ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກໄທ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສ ແອັກແມັກ ສະໄຫມພິເສດ ທີ່ ບາງກອກ, ປະເທດໄທ ແລະ ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ການເງິນແອັກແມັກ ຄັ້ງທຳອິດ ເພື່ອປຶກສາຫາລື ກ່ຽວກັບ ກົນໄກການລະດົມທຶນ ໃນຂອບການຮ່ວມມືດັ່ງກ່າວ ເພື່ອຮອງຮັບການຈັດຕັ້ງປະຕິບັດ ບັນດາໂຄງການບຸລິມະສິດ ແລະ ໂຄງການຕ່າງໆ ຢູ່ໃນແຜນປະຕິບັດງານ ຂອງ ແຜນແມ່ບົດແອັກແມັກ 2019-2023 ທີ່ບັນດາຜູ້ນຳ ໄດ້ຮັບຮອງເອົາຢູ່ໃນກອງປະຊຸມສຸດຍອດ ແອັກແມັກ ຄັ້ງທີ 8 ໃນເດືອນມິຖຸນາ 2018 ທີ່ ບາງກອກ ຜ່ານມາ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແອັກແມັກ ສະໄໝພິເສດໄດ້ ພ້ອມກັນປືກສາຫາລື ກ່ຽວກັບ ການມີສ່ວນຮ່ວມຂອງບັນດາຄູ່ຮ່ວມ ພັດທະນາ ເຂົ້າໃນຂອບການ ຮ່ວມມື ແອັກແມັກ, ຊຶ່ງກອງປະຊຸມ ໄດ້ຮັບຮອງເອົາ ເອກະສານແນວຄວາມຄິດ ວ່າດ້ວຍ ຄູ່ຮ່ວມພັດທະນາຂອງແອັກແມັກ (Concept Paper on ACMECS Development Partner) ແລະ ເຫັນດີເປັນເອກະພາບ ຕໍ່ ບັນດາແຜນວຽກຂອງ ຄະນະກໍາມະ ການປະສານງານ ແອັກແມັກ ສຳລັບ 3 ເສົ້າຄ້ຳ ຂອງແຜນແມ່ບົດ ແອັກແມັກ 2019-2023 ຄື:1). ການເຊຶ່ອມຈອດ ແອັກແມັກທີ່ໂລ່ງລ່ຽນ, 2). ການສ້າງເສດຖະກິດ ແອັກແມັກ ທີ່ມີການ ປະສານສົມທົບກັນ ແລະ 3). ການພັດທະນາ ທີ່ຍືນຍົງ ແລະ ທັນສະໄຫມ ໂດຍເນັ້ນໃສ່ການພັດທະນາຊັບພະ ຍາກອນມະ ນຸດ ແລະ ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄຫມ.
ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ການເງິນແອັກແມັກ ໄດ້ປືກສາຫາລື ກ່ຽວກັບ ແນວຄວາມຄິດໂດຍລວມ ໃນການສ້າງ ຕັ້ງກອງທຶນແອັກແມັກ ແລະ ກົນໄກການລະດົມທຶນ ທີ່ມີນະວັດຕະກຳ ສຳລັບ ຂອບການຮ່ວມມືແອັກແມັກ ແລະ ໄດ້ເຫັນດີເປັນເອກະພາບຕໍ່ ແຜນວຽກໃນຕໍ່ໜ້າ ເພື່ອສືບຕໍ່ປຶກສາຫາລືກັນ ເພື່ອຄວາມເປັນເອກະພາບລະຫວ່າງບັນດາປະເທດສະມາຊິກ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແອັກແມັກ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ການເງິນ ແອັກແມັກ ແລະ ກອງປະຊຸມ ຄະນະກຳມະການປະສານງານ 3 ສຳເຄົ້າ ຂອງ ແຜນແມ່ບົດແອັກແມັກ ຄັ້ງຕໍ່ໄປຈະຈັດຂຶ້ນໃນເດືອນມີນາ 2019 ທີ່ ສຽມລຽບ, ກຳປຸເຈຍ.