ຍ້ອນຫຍັງ ລາວຕ້ອງຫລຸດໂກຕາລັດຖະກອນ
ລັດຖະບານຍັງສືບຕໍ່ດັດສົມອັດຕາລັດຖະກອນໃຫ້ຢູ່ໃນຕົວເລກທີ່ເໝາະສົມ, ພາຍຫລັງເຫັນວ່າປະເທດເຮົາຍັງມີອັດຕາລັດຖະກອນຕໍ່ພົນລະເມືອງສູງຫລາຍ.
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຊີ້ແຈງບັນຫາການຫລຸດໂກຕາລັດຖະກອນຈາກ 3.000 ຄົນ ໃນປີ 2018 ລົງມາເປັນ 1.500 ຄົນ ຕໍ່ກອງປະຊຸມສະພາແຫ່ງຊາດທີ່ພວມດຳເນີນຢູ່ໃນປັດຈຸບັນນີ້ວ່າ: ໃນຕົວຈິງແລ້ວ ເຊິ່ງຜ່ານມາ ລັດຖະບານຮັບຮູ້ຄວາມຕ້ອງການໂກຕາລັດຖະກອນ ເພື່ອບັນຈຸ ເຂົ້າໃນຂະແໜງການຕ່າງໆ ນັບທັງສູນກາງ ແລະ ທ້ອງຖິ່ນແມ່ນມີຫລາຍ, ແຕ່ຜ່ານການຄົ້ນຄວ້າ-ວິໄຈ ແລະ ປຽບທຽບກັບປະເທດໃນພາກພື້ນດຽວກັນ, ປະເທດເຮົາແມ່ນມີອັດຕາລັດຖະກອນຕໍ່ພົນລະເມືອງສູງຫລາຍ ຈັດຢູ່ອັນດັບ 3 ໃນອາຊຽນ. ຂະນະດຽວກັນ, ງົບປະມານສຳລັບເງິນເດືອນ-ພະນັກງານລັດຖະກອນໃນ 2 ປີຜ່ານມາ ກໍກວມເຖິງ 50% ຂອງລາຍຮັບປົກກະຕິ ເຊິ່ງຖືວ່າເປັນອັດຕາສູງສົມຄວນ ໂດຍທົ່ວໄປແລ້ວຈະຢູ່ໃນລະດັບ 35% ຂອງລາຍຮັບ. ສະນັ້ນ ໃນສົກປີ 2019 ຈະມາເຖິງນີ້ ລັດຖະບານຈຶ່ງມີຄວາມຈຳເປັນຈັດສັນໂກຕາລັດຖະກອນລົງໃຫ້ເຫລືອພຽງ 1.500 ຄົນ ໂດຍຈະເນັ້ນໃຫ້ບູລິມະສິດແກ່ແພດໝໍ, ຄູ-ອາຈານ, ວິຊາການສົ່ງເສີມການຜະລິດ ແລະ ອື່ນໆ, ພ້ອມທັງຈະເອົາໃຈໃສ່ຕິດຕາມກວດກາບັນດາປາກົດການຫຍໍ້ທໍ້ໃນການຈັດແບ່ງໂກຕາທີ່ມີຈຳກັດນີ້ໃຫ້ໄປເຖິງເປົ້າໝາຍທີ່ຈຳເປັນແທ້. ພ້ອມນີ້ ລັດຖະບານຈະຫັນພະນັກງານ-ລັດຖະກອນຈາກສູນກາງລົງຊ່ວຍທ້ອງຖິ່ນໃຫ້ຫລາຍຂຶ້ນ ເພື່ອຍົກສູງຄຸນນະພາບ ແລະ ປະສິດທິພາບຂອງພະນັກງານລັດຖະກອນ ແນໃສ່ສ້າງເຂົາເຈົ້າເຫລົ່ານັ້ນໃຫ້ມີປະສົບການຕົວຈິງ ແລະ ເຕີບໃຫຍ່ຈາກວຽກງານຮາກຖານ, ກາຍເປັນພະນັກງານທີ່ມີຄຸນນະພາບ ແລະ ສາມາດເຮັດວຽກຮັບໃຊ້ປະຊາຊົນຢ່າງແທ້ຈິງ. ພ້ອມນີ້ ກໍຈະສ້າງເງື່ອນໄຂໃຫ້ຜູ້ຈົບການສຶກສາໃໝ່ໄດ້ປະກອບອາຊີບດ້ວຍຕົນເອງເຊັ່ນ: ການຄ້າຂາຍ, ການຜະລິດທຸລະກິດ ແລະ ວິຊາຊີບອື່ນໆໃຫ້ຫລາຍຂຶ້ນ.