ລັດຖະບານກຽມຈັດສັນງົບປະມານຫລາຍກວ່າ 2.500 ຕື້ກີບ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ


ລັດຖະບານ ໄດ້ວາງຄາດໝາຍແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນປີ 2019 ໂດຍຈະມີການຈັດສັນງົບປະມານການລົງທຶນ ຈຳນວນ 2.548 ຕື້ກວ່າກີບ ເພື່ອສູ້ຊົນສ້າງຄອບຄົວໃຫ້ມີເງື່ອນໄຂບັນລຸມາດ ຖານພົ້ນທຸກໃຫ້ໄດ້ 4.649 ຄອບຄົວ, ສ້າງບ້ານໃຫ້ມີເງື່ອນໄຂບັນລຸມາດຖານພົ້ນທຸກ 220 ບ້ານ, ສ້າງບ້ານພັດທະນາໃຫ້ໄດ້ 100 ບ້ານ. ພ້ອມກັນນີ້, ຈະສ້າງຕົວແບບບ້ານໃຫຍ່ມີລັກສະນະຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ແຂວງລະ 1-2 ບ້ານ. ນີ້ແມ່ນຄຳລາຍງານຂອງທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 29 ພະຈິກຜ່ານມາ ໂດຍໄດ້ລະບຸວ່າ: ໃນໄລຍະເຄິ່ງສະໄໝທີ່ຜ່ານມາ ລັດຖະບານໄດ້ຈັດສັນ ແລະ ລະດົມທຶນຮອນເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີມູນຄ່າລວມປະມານ 3.373 ຕື້ກີບ, ມີ 2.000 ກວ່າກິດຈະກຳ ແລະ ໂຄງການຍ່ອຍ (ບໍ່ນັບທຶນຂອງບັນດາຂະແໜງການທີ່ປະຕິບັດຢູ່ຊົນນະບົດຂອງທ້ອງຖິ່ນຕ່າງໆ) ເຊິ່ງເປັນງົບປະມານຂອງລັດ 546 ຕື້ກວ່າກີບ. ນອກນັ້ນ ຍັງມີທຶນຊ່ວຍເຫລືອລ້າ ຫລື ກູ້ຢືມຈາກຕ່າງປະເທດ, ສະຖາບັນການເງິນ, ສິນເຊື່ອຈາກທະນາຄານນະໂຍ ບາຍ ແລະ ກອງທຶນພັດທະນາປະເພດຕ່າງໆຕື່ມອີກ.
ປັດຈຸບັນ ສາມາດລຶບລ້າງຄອບຄົວທຸກຍາກໄດ້ 5.179 ຄອບຄົວ ລື່ນຄາດໝາຍທີ່ວາງໄວ້ 346 ຄອບຄົວ, ຍັງເຫລືອ 64.593 ຄອບຄົວ; ສາມາດລຶບລ້າງບ້ານທຸກຍາກໄດ້ 153 ບ້ານ, ຍັງເຫລືອ 1.536 ບ້ານ; ສ້າງບ້ານພັດທະ ນາໄດ້ 253 ບ້ານ, ເມືອງທຸກຍາກຍັງເຫລືອ 23 ເມືອງ ແລະ ສ້າງບ້ານໃຫຍ່ທີ່ມີລັກສະນະຕົວເມືອງນ້ອຍໃນຊົນນະບົດໄດ້ 28 ບ້ານ.