ສຳເລັດການຍົກລະດັບວິທີຂຽນຂ່າວອອນລາຍ​ໃຫ້​ສື່​ມວນ​ຊົນ​ລາວ

ສຳເລັດການຍົກລະດັບວິທີຂຽນຂ່າວອອນລາຍ​ໃຫ້​ສື່​ມວນ​ຊົນ​ລາວ - Media - ສຳເລັດການຍົກລະດັບວິທີຂຽນຂ່າວອອນລາຍ​ໃຫ້​ສື່​ມວນ​ຊົນ​ລາວ
ສຳເລັດການຍົກລະດັບວິທີຂຽນຂ່າວອອນລາຍ​ໃຫ້​ສື່​ມວນ​ຊົນ​ລາວ - kitchen vibe - ສຳເລັດການຍົກລະດັບວິທີຂຽນຂ່າວອອນລາຍ​ໃຫ້​ສື່​ມວນ​ຊົນ​ລາວ

ຊຸດ​ອົບຮົມການຂຽນຂ່າວທາງອອນລາຍ ​ເພື່ອ​ສ້າງ​ຄວາມເຂົ້າໃຈໃນການນຳໃຊ້ສື່ອອນລາຍ ໂດຍສະເພາະແມ່ນຄວາມຈຳເປັນ ​ແລະ ເຄັດລັບການນໍາໃຊ້ສື່ສັງຄົມອອນລາຍ,  ທັກສະໃນການວາງຮູບແບບ, ການເລົ່າເລື່ອງ, ທັກສະການສຳພາດ ດ້ວຍການນຳໃຊ້ໂທລະສັບມືຖື  ເພື່ອເຮັດວິດີໂອ, ພາບສະໄລໂຊແລະ ອື່ນໆ ​ເຊິ່ງເປັນວຽກ​ງານ​​ໜຶ່ງທີ່​ສຳຄັນ, ​ແຕ່​ການນຳໃຊ້ສື່ອອນລາຍນີ້ ເໝືອນດັ່ງມີດສອງຄົມ ມີທັງຂໍ້ດີ ແລະ ຂໍ້ເສຍ, ຂໍ້ດີ ມີຄວາມສະດວກໃນການເຜີຍແຜ່, ການເຂົ້າເຖິງຂໍ້ມູນຂ່າວສານທີ່ເປັນປະໂຫຍດ, ຂະນະດຽວກັນກໍງ່າຍທີ່ຈະເຜີຍແຜ່ບາງຂໍ້ມູນທີ່ມີລັກສະນະຫລອກລວງ ແລະ ອື່ນໆ.

ຊຸດຝຶກອົບຮົມດັ່ງກ່າວ​ໄດ້​ສຳ​ເລັດ​ລົງ​ໃນ​ບ່າຍ​ວັນ​ທີ 30 ພະຈິກ​ນີ້ ພາຍຫລັງ​ດຳ​ເນີນ​ມາ​ເປັນ​ເວລາ 4 ວັນ ​ໂດຍສະຖາບັນສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມ​ກັບ ສະຖາບັນສື່ມວນຊົນໂຟໂຈ ​ໂດຍການສະໜັບສະໜູນຈາກສະຖານທູດສະວີເດັນ ປະຈຳບາງກອກ.

ຂ່າວ​ໃຫ້​ຮູ້​ອີກ​ວ່າ: ​ໃນ​ວັນ​ທີ 29-30 ພະຈິກ​ນີ້, ອົງການ​ກາ​ແດ​ງລາວ ກໍ​ໄດ້​ຈັດ​ຊຸດ​ອົບຮົມ​ວຽກ​ງານ​ຂ່າວສານ ​ແລະ ວິທີ​ຖ່າຍຮູບ​ໃຫ້​ພະນັກງານ​ອົງການ​ຂອງ​ຕົນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຂຶ້ນທີ່​ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ຂຽນ​ບົດ, ຂຽນ​ຂ່າວ ​ແລະ ວິທີ​ການ​ຖ່າຍຮູບ​ໃຫ້​ມີ​ຄວາມ​ຖືກຕ້ອງ ​ແລະ ​ແມ້ນ​ຢຳ ​ໂດຍ​ການ​ສະໜັບສະໜູນ​ຈາກ​ອົງການ​ກາ​ແດງ​ສາກົນ.

ສຳເລັດການຍົກລະດັບວິທີຂຽນຂ່າວອອນລາຍ​ໃຫ້​ສື່​ມວນ​ຊົນ​ລາວ - 5 - ສຳເລັດການຍົກລະດັບວິທີຂຽນຂ່າວອອນລາຍ​ໃຫ້​ສື່​ມວນ​ຊົນ​ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!