ຈາກນັກລ່າ ມາເປັນຜູ້ອະນຸລັກ
ໂດຍ : ມຶກບໍ່ແຫ້ງ
ໃນຄວາມພະຍາຍາມຂອງພວກເຮົາ ເພື່ອຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນຜູ້ອີງໃສ່ທຳມະຊາດ ໂດຍສະເພາະ ການລ່າສັດ ເພື່ອຄອງຊີບນັ້ນ, ການທ່ອງທ່ຽວ ແບບອະນຸລັກ ອາດກາຍເປັນທາງ ເລືອກໜຶ່ງທີ່ດີ.
ວ່າງບໍ່ດົນມານີ້ ຜູ້ຂຽນໄດ້ສົນທະນາກັບພະນັກງານທ່ານໜຶ່ງ ຂອງໂຄງການ ການທ່ອງທ່ຽວ ແບບອະນຸລັກ ຢູ່ປ່າສະຫງວນນໍ້າແອດ-ພູເລີຍ ເຊິ່ງເປັນໂຄງການ ທີ່ໜ້າສົນໃຈ ບໍ່ສະເພາະແຕ່ແບບແຜນການພັດທະນາ ການທ່ອງທ່ຽວເທົ່ານັ້ນ ແຕ່ຍັງເຂົ້າໃຈວ່າຈະຊ່ວຍໃຫ້ປະຊາຊົນຫຼຸກພົ້ນຈາກຄວາມທຸກຍາກແນວໃດ.
ປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍ ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງປະເທດ, ມີເນື້ອທີ 410,720 ເຮັກຕາ ກວມເອົາ 3 ແຂວງ ຄື ຫົວພັນ, ຫຼວງພະບາງ ແລະຊຽງຂວາງ ເຊິ່ງເປັນປ່າສະຫງວນທີ່ ມີຂະໜາດໃຫຍ່ ແລະອຸດົມສົມບູນໄປດ້ວຍຊີວະນາໆພັນ, ເປັນບ່ອນຢູ່ອາໄສຂອງສັດປ່າທີ່ໃກ້ຈະສູນພັນ ເຊັ່ນ: ເສືອໂຄ່ງ, ເສືອດາວ, ເໝືອຍ, ທະນີແກ້ມຂາວນົກກົກຄຳ, ນາກນໍ້າ ແລະອື່ນໆ ທີ່ມີຄຸນຄ່າ ແລະຫາຍາກ.
ດ້ວຍວ່າປະຊາຊົນທີ່ອາໄສເຂດອ້ອມຂ້າງ ແລະໃນປ່າສະຫງວນແຫ່ງນີ້ມີ 98 ບ້ານ ເຊິ່ງມີປະຊາກອນປະມານ 30.000 ຄົນ, ໃນນັ້ນ ສ່ວນຫຼາຍແມ່ນຍັງທຸກຍາກ ແລະອາໄສການຫາເຄື່ອງປ່າຂອງດົງ, ລ່າສັດປ່າ ເປັນອາຊີບ ເຊິ່ງເປັນໄພຂົ່ມຂູ່ຂັນໜຶ່ງຕໍ່ປະຊາກອນສັດປ່າທີ່ຫາຍາກດັ່ງກ່າວ.
ເພື່ອຕອບໂຈດການຫຼຸດຜ່ອນຄວາມທຸກຍາກ ແລະການເພີ່ມທະວີການອະນຸລັກ, ປ່າສະຫງວນແຫ່ງຊາດ ນໍ້າແອດ-ພູເລີຍຈຶ່ງ ໄດ້ຮ່ວມມືກັບ ອົງການອະນຸລັກສັດປ່າ ນັບແຕ່ປີ 2003 ເປັນຕົ້ນມາ ໃນການສ້າງຕັ້ງ ແລະພັດທະນາການທ່ອງທ່ຽວແບບອະນຸລັກ ໃນເຂດປ່າສະຫງວນດັ່ງກ່າວ ໂດຍການຖືເອົາການມີສ່ວນຮ່ວມ ຂອງປະຊາຊົນເປັນບູລິມະສິດ ໂດຍສະເພາະແມ່ຍິງ ແລະຄອບຄົວທີ່ທຸກຍາກ.
ຈຸດປະສົງຕົ້ນຕໍຂອງໂຄງການດັ່ງກ່າວແມ່ນ ສ້າງລາຍຮັບເພີ່ມໃຫ້ຄົນໃນທ້ອງຖິ່ນ ມີສ່ວນຮ່ວມນໍາການອະນຸລັກ, ສ້າງກອງທຶນທີ່ຍືນຍົງ ເພື່ອການຄຸ້ມຄອງປ່າສະຫງວນ ແລະເພີ່ມທະວີຈິດສຳນຶກແກ່ຄົນທ້ອງຖິ່ນ ແລະນັກທ່ອງທ່ຽວ ກ່ຽວກັບການອະນຸລັກຫຼາຍຂຶ້ນ.
ໃນປັດຈຸບັນ ໂຄງການອະນຸລັກມີສອງກິດຈະກຳຕົ້ນຕໍ ເພື່ອບໍລິການແກ່ນັກທ່ອງທ່ຽວ ຄື ໜຶ່ງ ແມ່ນການ ທ່ອງທ່ຽວລ່ອງເຮືອເບິ່ງສັດປ່າຍາມກາງຄືນທີ່ສາຍນໍ້າເນີນ ໂດຍກິດຈະກຳນີ້ ແມ່ນເປີດໃຫ້ບໍລິການມາໄດ້ 9 ປີແລ້ວ ຄືແຕ່ປີ 2009, ຈຸດເດັ່ນ ແມ່ນການຂີ່ເຮືອຍາມກາງຄືນໂດຍໃຊ້ເຮືອຫາງຍາວ ຂີ່ ລ່ອງລົງຕາມສາຍນໍ້າເນີນ ເພື່ອເບີ່ງສັດປ່າທີ່ຫາຍາກ ແລະ ກິດຈະກຳທີສອງ ແມ່ນການທ່ອງທ່ຽວຍ່າງປ່າ ທີ່ເປີດໃຫ້ບໍລິການປີ 2016, ເຮັດໃຫ້ນັກທ່ອງທ່ຽວມີໂອກາດທີ່ຈະເຫັນແລະໄດ້ຕິດ ຕາມ ສັດປ່າທີ່ຫາຍາກເຊັ່ນ: ເສືອລາຍເມກ, ຫມີຄວາຍ,ເຫມືອຍ ແລະ ຫມາໄນ ຈາກກ້ອງດັກ ຖ່າຍ ທີ່ຕັ້ງຢູ່ຕາມເສັ້ນທາງຍ່າງຂອງແຫຼ່ງທ່ອງທ່ຽວດັ່ງກ່າວ.
ສຳລັບກິດຈະກຳທັງສອງ ແມ່ນມີຜູ້ນຳທ່ຽວທີ່ເປັນຄົນທ້ອງຖິ່ນ ເຊິ່ງທັງໝົດນັ້ນເຂົາເຈົ້າເຄີຍເປັນນັກລ່າ ບັນດາສັດທີ່ ເຂົາເຈົ້າພານັກທ່ອງທ່ຽວໄປເບິ່ງໃນປັດຈຸບັນ ເຊິ່ງໄດ້ສ້າງຄວາມພູມໃຈແກ່ເຂົາເຈົ້າ ບໍ່ສະເພາະແຕ່ເປັນການ ເອກອ້າງທະນົງໃຈ ຕໍ່ຊັບພະຍາກອນທີ່ເຂົາເຈົ້າມີເທົ່ານັ້ນ ແຕ່ໂຄງການນີ້ຍັງຊ່ວຍໃຫ້ເຂົາເຈົ້າມີຊີວິດທີ່ດີຂຶ້ນໄດ້ ໂດຍບໍ່ຈຳເປັນຕ້ອງໄປເປັນນັກລ່າສັດປ່າອີກ.
ໂຄງການແບບນີ້ ອາດສາມາດເປັນຕົວແບບທີ່ດີ ໃນການຜັນຂະຫຍາຍສູ່ບັນດາປ່າສະຫງວນອື່ນໆ ທີ່ອຸດົມສົມບູນຂອງລາວ ທີ່ເຊື່ອມຈອດກັນລະຫວ່າງ ການອະນຸລັກ ແລະການທ່ອງທ່ຽວ ທີ່ສ້າງລາຍຮັບເພີ່ມແກ່ປະຊາຊົນທ້ອງຖິ່ນໂດຍກົງ.