ເບຣຊິນຈະຍ້າຍສະຖານທູດປະຈຳ ອິດສະລາແອນໄປນະຄອນເຢລູຊາເລມ

ເບຣຊິນຈະຍ້າຍສະຖານທູດປະຈຳ ອິດສະລາແອນໄປນະຄອນເຢລູຊາເລມ - 1541126191935 960x0 - ເບຣຊິນຈະຍ້າຍສະຖານທູດປະຈຳ ອິດສະລາແອນໄປນະຄອນເຢລູຊາເລມ
ເບຣຊິນຈະຍ້າຍສະຖານທູດປະຈຳ ອິດສະລາແອນໄປນະຄອນເຢລູຊາເລມ - kitchen vibe - ເບຣຊິນຈະຍ້າຍສະຖານທູດປະຈຳ ອິດສະລາແອນໄປນະຄອນເຢລູຊາເລມ

ທ່ານ ຊາອີ ໂບລໂຊນາໂຣ ວ່າທີ່ປະທານາທິບໍດີເບຣຊິນ ກ່າວໃນວັນທີ 1 ພະຈິກວ່າ: ເບຣຊິນຈະຍ້າຍສະຖານທູດປະຈຳອິດສະລາແອນ ຈາກນະຄອນຫລວງເທລອາວີຟ ໄປນະຄອນເຢລູຊາເລມ.

ທ່ານ ໂບລໂຊນາໂຣ ກ່າວວ່າ: ເບຣຊິນມີຈຸດປະສົງຈະຍ້າຍສະຖານທູດເບຣຊິນຈາກນະຄອນຫລວງເທລອາວີຟໄປນະຄອນເຢລູຊາເລມ ຕາມທີ່ທ່ານເຄີຍປະກາດໄວ້ໃນລະຫວ່າງການຫາສຽງເລືອກຕັ້ງ. ທ່ານກ່າວອີກວ່າ: ອິດສະລາແອນເປັນປະເທດເອກະລາດ ແລະ ເບຣຊິນຈະໃຫ້ຄວາມເຄົາລົບຕາມນັ້ນ.

ເບຣຊິນຈະຍ້າຍສະຖານທູດປະຈຳ ອິດສະລາແອນໄປນະຄອນເຢລູຊາເລມ - Visit Laos Visit SALANA BOUTIQUE HOTEL - ເບຣຊິນຈະຍ້າຍສະຖານທູດປະຈຳ ອິດສະລາແອນໄປນະຄອນເຢລູຊາເລມ

ທ່ານ ໂບລໂຊນາໂຣ ໃຫ້ສຳພາດກ່ອນໜ້ານີ້ຫລາຍເທື່ອວ່າ: ອິດສະລາແອນຄວນຈະມີສິດໃນການຕັດສິນໃຈວ່າ: ເມືອງຫລວງຈະເປັນບ່ອນໃດ ແບບເບຣຊິນເຄີຍປ່ຽນນະຄອນຫລວງຈາກຣິໂອເດຈາເນໂຣ ໄປເປັນບຣາຊິລີ ໃນປີ 1960.

ທັງນີ້, ອິດສະລາແອນ ລະບຸວ່າ: ເມືອງເຢລູຊາເລມທັງໝົດເປັນເມືອງຫລວງ. ຂະນະທີ່ປາແລັສຕິນເຫັນວ່າ: ບໍລິເວນດິນແດນເບື້ອງຕາເວັນອອກຂອງເມືອງເຢລູຊາເລມເປັນເມືອງຫລວງຂອງດິນແດນທີ່ຈະເປັນປະເທດປາແລັສຕິນໃນອະນາຄົດ. ຂະນະທີ່ບັນດາປະເທດມີຄວາມເຫັນວ່າ: ທັງສອງຝ່າຍຈະຕ້ອງເຈລະຈາກັນເພື່ອຕົກລົງເລື່ອງສະຖານະຂອງເມືອງເຢລູຊາເລມ.

ເບຣຊິນຈະຍ້າຍສະຖານທູດປະຈຳ ອິດສະລາແອນໄປນະຄອນເຢລູຊາເລມ - 3 - ເບຣຊິນຈະຍ້າຍສະຖານທູດປະຈຳ ອິດສະລາແອນໄປນະຄອນເຢລູຊາເລມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!