ເທຄວັນໂດແຕ່ງຕັ້ງຄະນະບໍລິຫານຊຸດໃໝ່
October 15, 2018 - 5:26 PM


ກະຊວງສຶກສາທິການ ແລະ ກິລາ ປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາເທຄວັນໂດແຫ່ງຊາດຊຸດໃໝ່ ຢ່າງເປັນທາງການ ໃນທ້າຍອາທິດຜ່ານມາ ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດ, ໂດຍມີທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາດສະພັງທອງ ສີພັນດອນ ປະທານສະຫະພັນກິລາເທຄວັນໂດແຫ່ງຊາດຊຸດໃໝ່ ພ້ອມດ້ວຍຄະນະບໍລິຫານງານ, ຄູຝຶກ, ນັກກິລາ ແລະ ສື່ມວນຊົນເຂົ້າຮ່ວມ.
ສຳລັບຄະນະບໍລິຫານງານສະຫະພັນກິລາເທຄວັນໂດແຫ່ງຊຸດໃໝ່ ມີທັງໝົດ 18 ທ່ານ ໂດຍແມ່ນທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ເປັນປະທານ, ທ່ານ ອຸໄດ ສຸວັນນາລີ, ທ່ານ ຢູຮາວ ອາຍຊິນເຈຍໂລ, ທ່ານ ສີວັນນະກອນ ມະລີວັນ ແລະ ທ່ານ NAM DONGSIK ເປັນຮອງປະທານ ແລະ ທ່ານ ຈັນທະວົງ ປັນຍາສີລິ ເປັນເລຂາທິການ. ສ່ວນອີກ 12 ທ່ານ ເປັນກຳມະການ.