ທູດ ສປປ ເກົາຫລີ ສະຫລອງ ວັນຊາດຄົບຮອບ 70 ປີ


ຂປລ. ໃນວັນທີ 6 ກັນ ຍານີ້, ສະຖານທູດ ສປປ ເກົາ ຫລີ ປະຈຳ ສປປ ລາວ, ໄດ້ ຈັດງານລ້ຽງ ເພື່ອສະເຫລີມ ສະຫລອງວັນຊາດ ຂອງຕົນ ຄົບຮອບ 70 ປີ ຂຶ້ນທີ່ນະຄອນ ຫລວງວຽງຈັນໂດຍການ ໃຫ້ກຽດເຂົ້າຮ່ວມ ທ່ານ ໄຊ ສົມພອນ ພົມວິຫານ ປະທານ ສູນກາງແນວລາວສ້າງຊາດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການ ຕ່າງປະເທດ, ມີ ທູຕານຸທຸດ ແລະ ຜູ້ຕາງໜ້າອົງການ ຈັດຕັ້ງສາກົນຕ່າງໆປະຈຳ ລາວເຂົ້າຮ່ວມນຳດ້ວຍ.


+ ສະຖານທູດຫວຽດນາມສະຫລອງວັນຊາດ 2 ກັນຍາ ຄົບຮອບ 73 ປີ
+ ທູດມາເລເຊຍສະຫລອງວັນຊາດຄົບຮອບ 60 ປີ
ໂອກາດດັ່ງກ່າວ, ທ່ານ ລີ ຢົງຊົນ ເອກອັກຄະ ລັດ ຖະທູດ ສປປ ເກົາຫລີ ປະຈຳ ລາວ, ໄດ້ຍົກໃຫ້ເຫັນມູນ ເຊື້ອ ແຫ່ງການເຕີບໃຫຍ່ຂະ ຫຍາຍຕົວຂອງ ສປປ ເກົາ ຫລີ ໂດຍຜ່ານຜ່າອຸປະສັກ ນາໆປະການເພື່ອຕໍ່ສູ້ຕ້ານ ການຮຸກຮານຂອງພວກ ຈັກກະພັດ ຈົນສາມາດຍາດ ໄດ້ໄຊຊະນະ ແລະ ປະກາດ ສະຖາປະນາ ສປປ ເກົາ ຫລີ ໃນວັນທີ 9 ກັນຍາ 1948. ນັບແຕ່ນັ້ນມາ ສປປ ເກົາຫລີ ໄດ້ກາຍເປັນປະເທດທີ່ເຂັ້ມ ແຂງທາງດ້ານການເມືອງ, ການທະຫານ ແລະ ຢຶດໝັ້ນ ນະໂຍບາຍຍຸດທະສາດເສີມ ສ້າງຄວາມເຂັ້ມແຂງທາງ ເສດຖະກິດ-ສັງຄົມ. ພ້ອມ ນັ້ນ, ທ່ານທູດຍັງໄດ້ຍົກໃຫ້ ເຫັນເຖິງຄຸນ ງາມຄວາມ ດີ ຂອງບັນດາຜູ້ນໍາຂອງ ຕົນທີ່ໄດ້ປະກອບສ່ວນເຂົ້າ ໃນການສ້າງສາພັດທະ ນາປະເທດຊາດ, ເສດຖະ ກິດ-ສົງຄົມ, ສ້າງຄວາມ ເຂັ້ມແຂງທາງດ້ານວຽກ ງານປ້ອງກັນຊາດ, ຢຶດໜັ້ນ ແນວທາງເອກະລາດ ແລະ ປະຊາທິປະໄຕ.
ທ່ານ ທູດ ຍັງໄດ້ຍົກ ເນັ້ນວ່າ: ສາຍພົວພັນມິດ ຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ສປປ ເກົາຫລີ ແລະ ສປປ ລາວ ເຊິ່ງຍາມໃດກໍໄດ້ໃຫ້ ການສະໜັບສະໜູນຊ່ວຍ ເຫລືອ ເຊິ່ງກັນ ແລະ ກັນຕະ ຫລອດມາ./.