ນ້ຳໜັກຂຶ້ນ – ລົງໄວຜິດປົກກະຕິອັນຕະລາຍຕໍ່ຮ່າງກາຍແນວໃດ ?
September 7, 2018 - 11:24 AM


ຫາກທ່ານນຳ້ໜັກຫລຸດ ຫລື ເພີ່ມຂຶ້ນຫລາຍກ່ວາ 5 – 10% ຂອງນຳ້ໜັກເກົ່າຂອງເຮົາພາຍໃນໄລຍະເວລາບໍ່ເກີນ 6 ເດືອນ ໂດຍທີ່ບໍ່ໄດ້ຕັ້ງໃຈຈະຫລຸດ ຫລື ເພີ່ມນຳ້ໜັກເລີຍ ນັ້ນໝາຍເຖິງອາດມີຄວາມຜິດປົກກະຕິເກີດຂຶ້ນກັບຮ່າງກາຍຂອງທ່ານໄດ້ ເຊັ່ນ : ຫາກເຄີຍມີນຳ້ໜັກ 60 ກິໂລກຣາມ ເມື່ອທ່ານຫລຸດນຳ້ໜັກລົງໄປເຖິງ 54 – 57 ກິໂລກຣາມ ຫລື ນຳ້ໜັກເພີ່ມເຖິງ 63 – 66 ກິໂລກຣາມ ພາຍໃນ 6 ເດືອນ ຄວນປຶກສາແພດເພື່ອກວດຮ່າງກາຍໂດຍລະອຽດ ເພາະອາການນຳ້ໜັກຫລຸດ ຫລື ເພີ່ມຂຶ້ນຢ່າງໄວວາອາດມີຄວາມສ່ຽງໃນການເກີດພະຍາດອັນຕະລາຍຕ່າງໆ ເຊັ່ນ : ພະຍາດມະເຮັງ, ພະຍາດທີ່ກ່ຽວກັບຮໍໂມນ, ໄທຣອຍ, ຕ່ອມນຳ້ເຫລືອງ, ຕັບ, ໝາກໄຂ່ຫລັງ ເປັນຕົ້ນ.
ທັງນີ້ ຫາກເວົ້າເຖິງຄົນທີ່ກຳລັງພະຍາຍາມຫລຸດນຳ້ໜັກ ຫລື ເພີ່ມນຳ້ໜັກ ບໍ່ວ່າຈະໃຊ້ວິທີໃດ ນຳ້ໜັກກໍບໍ່ຄວນປ່ຽນແປງເກີນ 1 ກິໂລກຣາມ ຕໍ່ 2 ອາທິດ.
ຕໍ່ໄປນີ້ແມ່ນສາເຫດ :
- ອາຫານທີ່ກິນບໍ່ຄືເກົ່າ : ແນ່ນອນວ່ານຳ້ໜັກທີ່ເພີ່ມຂຶ້ນສ່ວນຫລາຍທີ່ຈະແຈ້ງມາຈາກອາຫານທີ່ກິນເຂົ້າໄປ ອາດຈະກິນໃນປະລິມານຫລາຍກ່ວາທີ່ເຮົາເຄີຍກິນ ຈຶ່ງເຮັດໃຫ້ໄດ້ຮັບພະລັງງານເພີ່ມຂຶ້ນເກີນຄວາມຈຳເປັນ ຈົນພະລັງງານທີ່ເຫລືອສະສົມເປັນໄຂມັນຢູ່ຕາມຊັ້ນຜິວໜັງດ້ານໃນ. ນອກຈາກນີ້ຍັງກ່ຽວກັບປະເພດຂອງອາຫານທີ່ກິນ ເຊັ່ນ : ອາຫານພະລັງງານສູງກິນຕິດຕໍ່ກັນດົນກ່ວາ 1 ອາທິດ. ສ່ວນໃຜທີ່ນຳ້ໜັກຫລຸດກໍອາດຈະເປັນໃນທາງທີ່ກົງກັນຂ້າມ ຄື ກິນອາຫານໜ້ອຍລົງ ຫລື ເລືອກກິນອາຫານທີ່ໃຫ້ພະລັງງານຕໍ່າ ເຊັ່ນ : ຫລຸດການກິນແປ້ງ, ນຳ້ຕານ ແລະ ໄຂມັນຈາກສັດລົງນັ້ນເອງ (ລວມໄປເຖິງຄົນທີ່ກິນອາຫານຄົນດຽວ ອາດກິນໄດ້ໜ້ອຍລົງກ່ວາເກົ່າ).
- ກິດຈະກຳໃນຊີວິດເພີ່ມຂຶ້ນ – ໜ້ອຍລົງ : ຈາກທີ່ເຄີຍອອກກຳລັງກາຍເປັນປະຈຳ ຊ່ວງນີ້ອາດບໍ່ໄດ້ອອກ ຫລື ແຕ່ກ່ອນຈະຍ່າງຫລາຍຂຶ້ນ ແຕ່ຊ່ວງນີ້ບໍ່ຄ່ອຍໄດ້ຍ່າງໄປໃສ ການໃຊ້ຊີວິດປ່ຽນຈາກວຽກທີ່ຕ້ອງຍ່າງຕ້ອງຢືນ ກໍປ່ຽນມາເປັນການນັ່ງເຮັດວຽກໝົດມື້ ລວມໄປເຖິງການເຈັບປ່ວຍ ຫລື ຮ່າງກາຍມີອາການບາດເຈັບຈົນເຮັດໃຫ້ເຄື່ອນໄຫວໄດ້ໜ້ອຍ, ການເຜົາຜານພະລັງງານຈາກອາຫານທີ່ກິນເຂົ້າໄປເທົ່າເກົ່າຈຶ່ງໜ້ອຍລົງ.
- ຜົນຂ້າງຄຽງຈາກການກິນຢາບາງຊະນິດ : ຈາກພະຍາດປະຈຳໂຕ ໂດຍອາດມີການປ່ຽນເປັນຢາຊະນິດໃໝ່ໃນຊ່ວງນີ້ ຜົນຂອງຢາບາງຊະນິດອາດເຮັດໃຫ້ນຳ້ ໜັກຂຶ້ນໄດ້ ເຊັ່ນ : ຢາຕ້ານອາການຊຶມເສົ້າ ຫລື ການໃຊ້ຮໍໂມນເພີ່ມ ເຊັ່ນ : ຮໍໂມນເອສໂຕຣເຈນ, ໂປຣເຈສເຕີໂຣນ ແລະ ຄໍຕິໂຊນ ເປັນຕົ້ນ. ສ່ວນຢາທີ່ເຮັດໃຫ້ນຳ້ໜັກຫລຸດແມ່ນຢາຕ້ານອາການຊຶມເສົ້າ, ຢາກະຕຸ້ນບາງຊະນິດ, ຢາສະໝຸນໄພທີ່ມີກາເຟອີນ ຫລື ຢາຕາມແພດສັ່ງບາງຊະນິດ.
- ຄວາມເຄັ່ງຄຽດ : ມີຜົນຕໍ່ການເຮັດວຽກຂອງຮ່າງກາຍທີ່ປັ່ນປ່ວນໄປຕາມລະບົບຍ່ອຍອາຫານ, ລະບົບຂັບຖ່າຍ, ລະບົບ ໄຫລວຽນເລືອດ ອາດເຮັດວຽກບໍ່ດີເທົ່າເກົ່າ ຈຶ່ງສົ່ງຜົນໃຫ້ນຳ້ໜັກຂຶ້ນ – ລົງຜິດປົກກະຕິໄດ້.
- ອາການບວມນຳ້ : ອາດເກີດກັບຄົນທີ່ມີການເຮັດວຽກຂອງຫົວໃຈ, ໝາກໄຂ່ຫລັງ ຫລື ຕ່ອມໄທຣອຍຜິດປົກກະຕິ, ອາດ ມີອາການເມື່ອຍຫອບ ແລະ ອາດເຂົ້າຫ້ອງນຳ້ຫລາຍເທື່ອໃນຕອນກາງຄືນ ແລະ ອາດເຮັດໃຫ້ນຳ້ໜັກເພີ່ມຂຶ້ນໄດ້.
- ມີອາການຂອງບາງພະຍາດ : ອາການຜິດປົກກະຕິຂອງແຂ້ວ, ເຫືອກ, ພະຍາດເບົາຫວານທີ່ຄວບຄຸມບໍ່ໄດ້, ຍ່ຽວຫລາຍເທື່ອ ຫລື ເປັນພະຍາດຕິດຕໍ່ທາງເພດ, ວັນນະໂລກ ລວມໄປເຖິງມະເຮັງບາງຊະນິດ ອາດມີສັນຍານມາພ້ອມກັບນຳ້ໜັກທີ່ຫລຸດລົງ.