ເປີດນໍາໃຊ້ສູນພັກຊົ່ວຄາວບ້ານຫາດຍາວ ເມືອງສະໜາມໄຊ
September 5, 2018 - 9:44 PM


ພິທີເປີດນໍາໃຊ້ສູນພັກຊົ່ວຄາວຂອງຜູ້ປະສົບໄພນໍ້າຖ້ວມຈຸດບ້ານຫາດຍາວ, ເມືອງສະໜາມໄຊແຂວງອັດຕະປືໄດ້ມີຂຶ້ນໃນວັນທີ 5 ກັນຍານີ້, ພາຍຫລັງໄດ້ສໍາເລັດການກໍ່ສ້າງຢ່າງສົມບູນແລ້ວຢູ່ໃນເນື້ອທີ່ 1 ເຮັກຕາ ປະກອບມີ 10 ຫລັງ, 140 ຫ້ອງ, ມີຫ້ອງນໍ້າ 5 ຫລັງ, ນໍ້າບາດານ 2 ແຫ່ງ. ພາຍໃນສູນຍັງປະກອບມີເຄື່ອງປະຖົມພະຍາບານ, ຖັງດັບເພີງ ແລະ ຕິດຕັ້ງລະບົບຮັກສາຄວາມປອດໄພຕາມມາດຕະຖານສາກົນ.
ສູນດັ່ງກ່າວ, ແມ່ນຈະໄດ້ຍົກຍ້າຍປະຊາຊົນຈາກບ້ານໃໝ່ທີ່ຢູ່ສູນພັກຊົ່ວຄາວໂຮງຮຽນມິດສໍາພັນຈໍານວນ 140 ຄອບຄົວເຂົ້າມາຢູ່ ແລະ ອີກ 50 ກວ່າຄອບຄົວ ແມ່ນຍັງຕ້ອງລໍຖ້າການຍົກຍ້າຍໄປຢູ່ສູນດົງບາກ. ປະຊາຊົນບ້ານດັ່ງກ່າວ, ມີທັງໝົດ 199 ຄອບຄົວ, ມີ 749 ຄົນ, ຍິງ 366 ຄົນ. ສູນດັ່ງກ່າວແມ່ນໄດ້ຮັບການກໍ່ສ້າງຈາກບໍລິສັດ ເອສເຄ ອີຊີ (SK EC) ໂດຍເລີ່ມມາແຕ່ທ້າຍເດືອນກໍລະກົດຜ່ານມານີ້.