ເມືອງວັງວຽງຈັດກອງປະຊຸມແຂ່ງຂັນສ້າງຂະບວນການສ້າງຄອບຄົວ ແລະ ບ້ານ ສາມັກຄີປອງດອງ

- 723 - ເມືອງວັງວຽງຈັດກອງປະຊຸມແຂ່ງຂັນສ້າງຂະບວນການສ້າງຄອບຄົວ ແລະ ບ້ານ ສາມັກຄີປອງດອງ
- kitchen vibe - ເມືອງວັງວຽງຈັດກອງປະຊຸມແຂ່ງຂັນສ້າງຂະບວນການສ້າງຄອບຄົວ ແລະ ບ້ານ ສາມັກຄີປອງດອງ

ໃນອາທິດຜ່ານມານີ້, ຢູ່ ທີ່ສະໂມສອນຫ້ອງວ່າການ ປົກຄອງເມືອງວັງວຽງ ແຂວງວຽງຈັນ, ໄດ້ຈັດກອງ ປະຊຸມແຂ່ງຂັນສ້າງຂະ ບວນການສ້າງຄອບຄົວ ແລະ ບ້ານ ສາມັກຄີປອງດອງ.

 

- Visit Laos Visit SALANA BOUTIQUE HOTEL - ເມືອງວັງວຽງຈັດກອງປະຊຸມແຂ່ງຂັນສ້າງຂະບວນການສ້າງຄອບຄົວ ແລະ ບ້ານ ສາມັກຄີປອງດອງ

- 75841 - ເມືອງວັງວຽງຈັດກອງປະຊຸມແຂ່ງຂັນສ້າງຂະບວນການສ້າງຄອບຄົວ ແລະ ບ້ານ ສາມັກຄີປອງດອງ

 

ບ້ານໂພນທອງເຮັດນາສາມັກຄີເພື່ອສ້າງເປັນກອງທຶນຂອງບ້ານ

ສ້າງຄວາມເຂົ້າໃຈໃນການນຳໃຊ້ເສັ້ນໃຍຈາກຕົ້ນກ້ວຍເພື່ອຜະລິດເປັນສິນຄ້າ

ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ວັງວຽງ, ມີປະທານແນວ ລາວສ້າງຊາດແຂວງວຽງ ຈັນ, ເມືອງ ແລະ ບັນດາ ພະນັກງານອາວຸໂສເຂົ້າ ຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງ ການຜ່ານບັນດາຂໍ້ຕົກລົງ ຂອງເຈົ້າເມືອງວ່າ ດ້ວຍ ການແຕ່ງຕັ້ງຄະນະຮັບ ຜິດຊອບຂະບວນການສ້າງ ຄອບຄົວ ແລະ ບ້ານສາມັກ ຄີປອງດອງຂັ້ນເມືອງ ແລະ ຂັ້ນບ້ານ.

ທ່ານ ຄຳຜອງ ດວງ ວິໄລ ເຈົ້າເມືອງໆວັງວຽງ ໄດ້ຂຶ້ນຜ່ານເອກະສານຍົກ ສູງບົດບາດແນວລາວສ້າງ ຊາດໃນການເຕົ້າໂຮມ ຄວາມສາມັກຄີປະຊາຊົນ ບັນດາເຜົ່າ. ເຊິ່ງກ່ອນໜ້າ ນີ້ 68 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວຂອງແນວລາວສ້າງ ຊາດ, ໃນປັດຈຸບັນແມ່ນຜູ້ ສືບທອດ ແລະ ເສີມຂະ ຫຍາຍມູນເຊື້ອອັນສະຫງ່າ ລາສີຂອງແນວລາວອິດ ສະຫລະ, ແນວລາວຮັກຊາດ ໃນ ເມື່ອກ່ອນເຊິ່ງໄດ້ເຕົ້າ ໂຮມຄວາມສາມັກຄີປະຊາ ຊົນລາວ ບັນດາເຜົ່າເຂົ້າ ໃນການຕໍ່ສູ້ກູ້ຊາດໃນເມື່ອ ກ່ອນ ແລະ ການປະຕິບັດ ສອງໜ້າທີ່ແຫ່ງການປົກ ປັກຮັກສາ ແລະ ພັດທະນາ ປະເທດຊາດໃນປັດຈຸບັນ.

ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະ ທານແນວລາວສ້າງຊາດ ເມືອງໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງຄະນະກຳມະການສູນ ກາງແນວລາວສ້າງຊາດ ວ່າດ້ວຍ ມາດຕະຖານ ຄອບ ຄົວ ແລະ ບ້ານສາມັກຄີປອງ ດອງຫຼັງຈາກນັ້ນ, ປະທານ ແນວລາວສ້າງຊາດບ້ານ 23 ບ້ານກໍ່ໄດ້ຈັບມືກັນເພື່ອ ເປີດຂະບວນການການ ສ້າງຄອບຄົວ ແລະ ບ້ານ ສາ ມັກຄີປອງດອງ.

ຕອນທ້າຍ ທ່ານ ທອງ ສະຫວັນ ວົງສຳພັນ ປະທານ ແນວລາວສ້າງຊາດແຂວງວຽງຈັນ ຍັງໄດ້ໃຫ້ກຽດໂອ້ ລົມພ້ອມທັງຮຽກຮ້ອງໃຫ້ ບັນດາບ້ານຕ່າງໆ ອ້ອມຂ້າງ ເມືອງພ້ອມກັນກຳແໜ້ນ ເນື້ອໃນເອກະສານ, ນິຕິກຳ ແລະ ບັນດາມາດຕະຖານ ຕ່າງໆ ຂອງການສ້າງຄອບ ຄົວ ແລະ ບ້ານ ສາມັກຄີ ປອງດອງ ໃຫ້ເຂົ້າໃຈຢ່າງ ເລິກເຊິ່ງ ທັງນີ້ກໍເພື່ອເປັນ ບ່ອນອີງໃນການຈັດຕັ້ງ ປະຕິບັດໃຫ້ຖືກຕ້ອງ, ສອດ ຄ່ອງ, ມີຄວາມເປັນເອກະ ພາບ ແລະ ສາມາດຈັດຕັ້ງ ປະຕິບັດບັນລຸຕາມຈຸດປະ ສົງທີ່ວາງໄວ້./.

- 3 - ເມືອງວັງວຽງຈັດກອງປະຊຸມແຂ່ງຂັນສ້າງຂະບວນການສ້າງຄອບຄົວ ແລະ ບ້ານ ສາມັກຄີປອງດອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!