ພຶດຕິກຳທີ່ບໍ່ເໝາະສົມ ແລະ ຄວນຫລີກເວັ້ນໃນເຟສບຸກ
May 3, 2017 - 11:02 AM


-
ໂພສກ່ຽວກັບຄູ່ແຂ່ງບໍລິສັດຂອງທ່ານ : ແນ່ນອນວ່າໃນໂລກອອນລາຍເມື່ອໂພສຫຍັງລົງໄປແລ້ວ ທຸກໆສິ່ງຍ່ອມບໍ່ເປັນ ເລື່ອງສ່ວນໂຕອີກຕໍ່ໄປ ແລ້ວສົມມຸດວ່າທ່ານໄປໂພສບໍ່ດີກ່ຽວກັບບໍລິສັດຂູ່ແຂ່ງອາດຈະມີຄົນຕາດີ ເຫັນແລ້ວເອົາມັນໄປເຮັດຫຍັງບໍ່ດີໃຫ້ບໍລິສັດຂອງທ່ານກໍເປັນໄດ້.
- ກໍ່ກວນເຟສບຸກໝູ່ : ບາງຄົນສະໜິດກັນຫລາຍ ແຕ່ມັນກໍຕ້ອງມີຊ່ອງວ່າງໃນບ່ອນນີ້ແດ່ ເພາະວ່າໜ້າເຟສບຸກຂອງແຕ່ລະ ຄົນກໍຍ່ອມມີຜູ້ໃຫຍ່ລວມຢູ່ນຳ ເຊິ່ງມັນອາດຈະເບິ່ງເປັນການບໍ່ເໝາະສົມຖ້າໄປໂພສຫຍັງທີ່ບໍ່ດີບໍ່ຄວນ.
- ຍ້ອງຍໍຊົມເຊີຍຕົນເອງ : ບໍ່ມີຫຍັງຈະໜ້າລຳຄານຫລາຍໄປກ່ວາເປີດເຟສບຸກມາແລ້ວເຫັນໂພສຄົນທີ່ຫລົງຕົນເອງແລ້ວປະ ກາດຄວາມດີຄວາມເດັ່ນຂອງຕົນເອງໃຫ້ຄົນອື່ນຟັງຢູ່ຕະຫລອດ.
- ເອົາເລື່ອງຄົນອື່ນມາເວົ້າຫລິ້ນ : ເລື່ອງນີ້ອາດຈະຍາກແດ່, ແຕ່ມັນກໍເປັນສິ່ງທີ່ບໍ່ສົມຄວນທີ່ຈະເອົາເລື່ອງໃຜມາບັນລະຍາຍໃຫ້ບຸກຄົນທີ 3 ທີ່ບໍ່ກ່ຽວຂ້ອງໄດ້ຮັບຮູ້ຫຍັງນຳ.
- ທຸກຢ່າງທີ່ກ່ຽວກັບຄວາມບໍ່ຖືກຕ້ອງປອງດອງກັນ : ບໍ່ວ່າຈະໄປຜີດໃຈກັບໃຜມາແລ້ວມາລະບາຍລົງເຟສບຸກ ໂດຍສ່ວນ ຫລາຍແລ້ວຄົນທີ່ລະບາຍມັກຈະບໍ່ລະບຸຊື່ຄົນທີ່ໄປຜິດໃຈກັບເຂົາມາ ແລ້ວມັກຈະເຮັດໃຫ້ຄົນອື່ນຄິດໄປເອງ ເຊິ່ງອາດຈະເຮັດໃຫ້ຄົນທີ່ຄິດໄປເອງຮ້ອນໂຕແລ້ວອາດເກີດການເຄືອງໃຈກັນໄດ້ກໍມີ.
- ຫ່າງການໂພສທີ່ກ່ຽວກັບການເມົາຄ້າງ : ຖ້າທ່ານຢູ່ໃນໄວເຮັດວຽກຍິ່ງເປັນສິ່ງທີ່ຄວນຫ້າມ ເພາະວ່າມັນອາດຈະບົ່ງບອກເຖິງນິໄສຂອງທ່ານໄດ້ ເຖິງວ່າດົນໆທ່ານຈະອອກໄປສັງສັນກໍຕາມ, ແຕ່ພາບລັກທີ່ສະແດງອອກມາມັນອາດຈະຕິດຕາຄົນຮ່ວມວຽກ ຫລື ຫົວໜ້າໄປຕະຫລອດກໍໄດ້.
- ຫ່າງການເມືອງໄວ້ເປັນດີ : ເພາະເລື່ອງການເມືອງເປັນເລື່ອງຫຍັງທີ່ລະອຽດອ່ອນ (ໝາຍເຖິງທາງຄວາມຄິດຂອງແຕ່ລະຄົນ) ຕ່າງຄົນຕ່າງຄວາມຄິດກັນ ອາດຈະເຮັດໃຫ້ເກີດການຜິດຖຽງກັນເລື່ອງຄວາມເຫັນຕ່າງເລື່ອງການເມືອງໄດ້ ສະນັ້ນບໍ່ຄວນໂພສລົງໂລກອອນລາຍ.
- ເລົ່າເລື່ອງວ່າໄປທ່ຽວໃສກັບໃຜມາ : ໃນກໍລະນີນີ້ໝາຍເຖິງໃນກໍລະນີຄົບຫາເບິ່ງໃຈກັນຢູ່ ການໂພສປະກາດວ່າທ່ານອອກ ໄປໃສກັບໃຜມາ ບາງເທື່ອອາດຈະເຮັດໃຫ້ຄົນທີ່ທ່ານອອກໄປນຳນັ້ນບໍ່ພໍໃຈ ໃນບາງເທື່ອເຂົາ ຫລື ນາງອາດຈະບໍ່ຕ້ອງການເປີດໂຕວ່າຄົບຫາຢູ່ກັບໃຜໃນຕອນນີ້ກໍມີ.
- ໂພສເລື່ອງກ່ຽວກັບເດັກນ້ອຍ : ນອກຈາກທ່ານຈະມີລູກເປັນຂອງໂຕເອງແລ້ວ ບາງຄອບຄົວອາດຈະບໍ່ພໍໃຈທີ່ເຫັນຮູບລູກ ຂອງໂຕເອງລົງຢູ່ໃນເຟສບຸກຄົນອື່ນກໍເປັນໄດ້ ທາງທີ່ດີຄວນຈະເຂົ້າໄປຂໍອະນຸຍາດຈາກພໍ່ແມ່ເດັກກ່ອນດີກ່ວາຈຶ່ງຄ່ອຍໂພສ.