ຮັ່ງນຳດິນກິນນຳໄມ້ ຜົນທີ່ໄດ້ປະເທດຊາດຍັງຕົກທຸກໄດ້ຍາກ
ໂດຍ: ທິດກ່ຳ
ຈົນມາຮອດກອງປະຊຸມສະໄໝສາມັນເທື່ອທີ 5 ຂອງ ສະພາແຫ່ງຊາດຊຸດທີ VIII, ພວກເຮົາຈຶ່ງສາມາດຜ່ານ ແຜນແມ່ບົດຈັດສັນທີ່ດິນ ແຫ່ງຊາດ, ສະພາກາເຟ ຫລາຍມ້ອງ ໄດ້ຕັ້ງບັນຫາຊັກ ຖາມກັນໃນຜ່ານມາວ່າມັນ ຄາຢູ່ມ້ອງໃດ? ແລະ ເປັນ ຫຍັງຄືແກ່ຍາວມາຮອດປານນີ້?. ຄຳຕອບສັ້ນໆລວມສູນ ແລ້ວ ກໍແມ່ນມັນຄາຢູ່ນຳນາຍ ກັບຄາຢູ່ນຳຜູ້ເຮັດ, ຄຳວ່າ ຄາ ນຳນາຍກໍໝາຍວ່າມັນຍັງຂັດກັບຜົນປະໂຫຍດຂອງນາຍ ເພາະນາຍຍັງຕ້ອງຈັບຈ່ອງ ເອົາດິນດອນຕອນຫຍ້າໄປ ຕິກໆ ແລະ ຢ່າງບໍ່ມີເມືອງພໍ.
+ ປະເທດຊາດຮັ່ງມີ ປະຊາຊົນກໍຮັ່ງມີ
+ ກອງປະຊຸມສະພາເລັ່ງແກ້ບັນຫາພັດທະນາປະເທດຊາດ
ສ່ວນຄານຳຜູ້ເຮັດ ຕົວຈິງ ນັ້ນ, ເມື່ອເຫັນນາຍເຮັດໄດ້ ຕ່າງຄົນກໍລາມພະລາມຈົວ ສວຍໂອກາດພ້ອມກັນລຸຍເທົ່າ ທີ່ເຮັດໄດ້, ຜູ້ໄດ້ຫລາຍໄດ້ ໜ້ອຍ, ຜູ້ມີກຳມະສິດໄດ້ດິນ ຫລາຍຕອນ ກໍຂາຍເອົາເງິນ ໄປນຳຈົນຮັ່ງຈົນມີຍ້ອນຂາຍດິນດອນຕອນຫຍ້າ, ຕໍ່ຜູ້ຊື່ ອອກໜ້າກໍວ່າແມ່ນຄົນລາວທ້າວ ກໍ, ນາງ ຂໍ ແຕ່ຜູ້ເປັນເຈົ້າ ຂອງແທ້ໆພັດແມ່ນຄົນຕ່າງ ຊາດຕ່າງພາສາ, ສຸດທ້າຍມາ ບັນຫາການຈັດສັນທີ່ດິນແຫ່ງ ຊາດເລີຍເປັນໝັນກຶນບໍ່ ເຂົ້າຄາຍບໍ່ອອກ, ເປັນລັກສະ ນະລວາດແຂ້ວເຕົ່າແກ່ຍຶດ ແກ່ຍາວມາເປັນເວລາສິບ ຊາວປີ. ນີ້ລະຄືເຫດຜົນຂອງ ຄວາມ ຮັ່ງນຳດິນກິນນຳໄມ້ ກວ່າຈະໄດ້ມາຜ່ານແຜນແມ່ ບົດດິນກັບໄມ້ເກືອບເວົ້າໄດ້ວ່າກ້ຽງເອີດເຕີດ.
ທິດກ່ຳ ຂໍສະແດງ ຄວາມຊົມເຊີຍເປັນຢ່າງຍິ່ງ ທີ່ລັດຖະບານ ແລະ ສະພາ ແຫ່ງຊາດຊຸດທີ VIII ທີ່ຕັດ ສິນໃຈເຮັດໄດ້, ເຖິງວ່າມັນ ຊັກ ຊ້າແດ່ແຕ່ກໍຖືວ່າ ບັນຫາ ການຄຸ້ມຄອງຈັດສັນທີ່ດິນ ໄດ້ຫັນເຂົ້າສູ່ລະບຽບກົດ ໝາຍຢ່າງເຄັ່ງຄັດ, ເຖິງວ່າ ບໍ່ໄດ້ເຕັມຮ້ອຍແຕ່ກໍຖືວ່າຈະ ເປັນບ່ອນອີງໃນການຈັດຕັ້ງ ປະຕິບັດ.
ຕໍ່ກັບແຜນແມ່ບົດຈັດ ສັນທີ່ດິນແຫ່ງຊາດນີ້, ທ່ານ ສົມມາດ ພົນເສນາ ລັດຖະ ມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ໄດ້ສະເໜີຕໍ່ສະພາວ່າ: ພາຍຫລັງໄດ້ສະຖາປະນາ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວແລ້ວ, ລັດ ຖະບານໄດ້ມີນະໂຍບາຍເຕົ້າ ໂຮມເອົາທີ່ດິນໃຫ້ເປັນຊັບສົມ ບັດສ່ວນລວມໃນຮູບແບບ ສະຫະກອນລວມໝູ່ ຫລື ເປັນນິຄົມຂອງລັດ. ພັກ ແລະ ລັດຖະບານ ໄດ້ກຳນົດທິດ ທາງການພັດທະນາເສດຖະ ກິດ-ສັງຄົມຂອງປະເທດ ໂດຍ ຖືເອົາກະສິກຳ-ປ່າໄມ້ເປັນ ພື້ນຖານຕົ້ນຕໍ, ຖືເອົາການຜະ ລິດລວມໝູ່ ແລະ ຂອງລັດ ເປັນເຈົ້າການນຳໜ້າ ຈຶ່ງເຮັດ ໃຫ້ການຄຸ້ມຄອງທີ່ດິນເປັນ ໄປຕາມແນວທາງຂອງພັກ-ລັດກຳນົດໄວ້. ແຕ່ໃນປັດ ຈຸບັນ, ການເຕີບໃຫຍ່ທາງ ດ້ານເສດຖະກິດ ແລະ ການ ຂະຫຍາຍພື້ນຖານໂຄງລ່າງ ໄດ້ເຮັດໃຫ້ການຄຸ້ມຄອງທີ່ ດິນມີບັນຫາຫຍໍ້ທໍ້ຫລາຍ ດ້ານເກີດຂຶ້ນເປັນຕົ້ນ: ການ ຈັບຈອງທີ່ດິນຊະຊາຍບໍ່ຖືກ ຕ້ອງຕາມລະບຽບກົດໝາຍ, ການຕັດໄມ້ທຳລາຍປ່າ, ມີ ການອະນຸມັດໃຫ້ເຊົ່າ ຫລື ສຳ ປະທານທີ່ດິນເປັນບໍລິເວນ ກວ້າງ, ກວມເອົາທີ່ດິນບ່ອນ ຢູ່ອາໄສ, ບ່ອນທຳມາຫາກິນ ຂອງປະຊາຊົນທີ່ໄດ້ຈັດສັນ ຫລື ມອບໃຫ້ເຂົາເຈົ້າແລ້ວ, ສົມທົບກັບການຊົດເຊີຍກໍບໍ່ ສົມເຫດສົມຜົນ, ຕະຫລອດ ເຖິງການບຸກລຸກເອົາດິນລັດ ແລະ ບັນຫາອື່ນໆ.
ເຖິງຢ່າງໃດກໍດີ, ຕາມ ທິດກ່ຳວ່າດ້ວຍສາເຫດດັ່ງ ກ່າວໃນຫລາຍປີຜ່ານມາ ຈຶ່ງ ພາໃຫ້ເກີດມີບັນຫາປາກົດ ການຫຍໍ້ທໍ້ເລື່ອງດິນດອນ ຕອນຫຍ້າຕາມມາຢ່າງຫລວງ ຫລາຍພາຍມາກເຊັ່ນ: ຮ້ອງ ຟ້ອງກັນຂຶ້ນສານ, ການໃຊ້ສິດ ອຳນາດຢຶດຈ່ອງເອົາດິນ, ໄປ ມ້ອງໃດກໍວ່າມີແຕ່ດິນຫົວໜ້າເປັນຮ້ອຍເປັນພັນເຮັກຕາ, ການຂຶ້ນທະບຽນທີ່ດິນ, ເກັບ ລາຍຮັບພາສີທີ່ດິນ, ຄ່າເຊົ່າ ສຳປະທານທີ່ດິນບໍ່ໄດ້ຕາມ ຄາດໝາຍທີ່ກຳນົດໄວ້ຕົວ ຢ່າງ ໃນປີ 2018 ນີ້ເອງການ ຂຶ້ນທະບຽນທີ່ດິນ ແລະ ອອກ ໃບ ຕາດິນໃນຂອບເຂດ ທົ່ວ ປະເທດໄດ້ພຽງ 27.000 ກວ່າຕອນ, ເທົ່າກັບ 27% ຂອງແຜນການປີ 100.000 ຕອນ, ສ່ວນວ່າລາຍຮັບຈາກ ການ ເກັບພາສີທີ່ດິນ, ຄ່າເຊົ່າ ແລະ ສຳປະທານໃນແຕ່ລະ ປີນັ້ນກໍຍັງມືດແປດດ້ານ, ສ່ວນຜູ້ຮັ່ງນຳດິນໄດ້ເຮັດໃຫ້ ປະເທດຊາດຕົກທຸກໄດ້ຍາກ ສຸດທ້າຍມາດິນກໍໝົດ, ເວົ້າ ມາລະມັນປຸກກວ່າ ຢາບ້ານ ຫ້ອມຢະເອີຍ!.