ສືບທອດອາຊີບແກະສະຫລັກຈາກຜົວ
ປ້າບົວຮຽງ ກຸມພົນພັກດີ, ຢູ່ບ້ານວຽງສະຫວັນ, ໜ່ວຍ14, ເມືອງສີໂຄດຕະບອງນະຄອນຫຼວງວຽງຈັນ, ເປັນແມ່ຍິງທີ່ມີ ຄວາມໜັກແໜ້ນ, ເຂັ້ມແຂງ, ມີຄວາມອົດທົນ, ດຸໝັ່ນ ແລະ ພາກພຽນ, ເຖິງຈະມີຄວາມ ຫຍຸ້ງຍາກພຽງໃດກໍຕາມແຕ່ບໍ່ເຄີຍຫວາດຫວັ່ນ ແລະ ບໍ່ຍອມທໍ້ຖອຍຄິດຢ່າງດຽວກໍຄືເດີນໄປໜ້າເລື້ອຍໆ, ດ້ວຍການສືບທອດຢຶດຖືເອົາອາຊີບແກະສະຫຼັກ, ສັບລິງສັບລາຍໂອ-ຂັນຈາກຜົວທີ່ເຄີຍພາເຮັດ ຜ່ານມາ.
ປ້າບົວຮຽງໄດ້ໃຫ້ສຳພາດ ນັກຂ່າວພວກເຮົາວ່າ: ຕົນເອງສ້າງຄອບຄົວໃນປີ 1972, ຫຼັງ ຈາກນັ້ນໄດ້ ຂໍທຶນຮອນຈາກພໍ່- ແມ່ ຈຳນວນໜຶ່ງ ມາເຮັດຄ້າຂາຍຢູ່ຕະຫຼາດເຊົ້າຕົກມາຮອດປີ 1975 ປະເທດຊາດໄດ້ຮັບ ການ ປົດປ່ອຍໃໝ່ໆ, ສະພາບເສດຖະກິດຍັງຝືດເຄືອງ, ການຄ້າຂາຍບໍ່ໄດ້ດີຫາເງິນລ້ຽງລູກທັງ 7 ຄົນ ທີ່ມີຄວາມລຳບາກຍາກເຂັນສົມຄວນໃນເມື່ອສະພາບການເປັນຄືແນວນັ້ນ, ຈິ່ງໄດ້ປຶກສາຫາລືກັບຜົວວ່າ ຈະພາກັນເຮັດອາຊີບຫຍັງ ຈິ່ງຈະນຳພາຄອບຄົວມີຢູ່ມີກິນ. ໃນເວລານັ້ນສະພາບການຢູ່ຕະ ຫຼາດເຊົ້າພວມ ນິຍົມກັນກ່ຽວກັບການຕີເງິນຕີຄຳ, ຕີຂັນ, ຕີໂອ ແລະ ເຄື່ອງປະດັບຕ່າງໆສົ່ງຂາຍ ທີ່ຕະຫຼາດ. ຈາກນັ້ນ ຈິ່ງໄດ້ຕົກ ລົງໃຫ້ຜົວຜູ້ເປັນຫົວໜ້າຄອບຄົວໄປຮຽນຕີເງິນ, ຕີຄຳສ່ວນຕົນ ເອງແມ່ນເອົາລູກ ແລະ ເຮັດວຽກຢູ່ເຮືອນ. ຫຼັງຈາກຜົວຮຽນມາແລ້ວຕົນເອງຈິ່ງໄດ້ມາຮຽນນຳ ຜົວ ແລະ ສາມາດມີອາຊີບລ້ຽງ ຄອບຄົວໄດ້, ຜົວ ແລະ ເມຍໄດ້ ພ້ອມກັນເຮັດຊ່ວຍກັນ ໂດຍລົງທຶນຊື້ທອງແຜ່ນ ແລະ ເງິນມາຕີຂັນ, ຕີໂອ ແລະ ເຄື່ອງປະດັບ ແລ້ວໄປສົ່ງໃຫ້ລູກຄ້າຢູ່ຕະຫຼາດເຊົ້າເປັນປະຈຳ, ທຸລະກິດດັ່ງກ່າວ ເຫັນວ່າດຳເນີນໄປໄດ້ດີ, ຊີວິດການເປັນຢູ່ກໍເລີ່ມ ດີຂຶ້ນຫຼາຍ. ຕົກມາຮອດປີ 1996 ຜົວໄດ້ເສັຍຊີ ວິດ, ລູກທັງ 7 ຄົນ ຍັງນ້ອຍພວມຮ່ຳຮຽນຍັງຊ່ວຍແມ່ຫຍັງ ບໍ່ທັນໄດ້ເທື່ອແຕ່ຕົນເອງກໍບໍ່ຍອມທໍ້ ຖອຍ ເດີນໜ້າ ສູ້ ຕໍ່ໄປເພື່ອຄວາມ ຢູ່ລອດຂອງຄອບຄົວ ແລະ ເພື່ອ ລ້ຽງລູກທັງ 7 ຄົນໃຫ້ໃຫຍ່ສູງ. ກິດຈະການດັ່ງກ່າວໄດ້ສູ້ຊົນມາ ຮອດປີ 2005, ລູກທຸກຄົນກໍໃຫຍ່ ໝົດແລ້ວ, ຕົນ ເອງກໍໄດ້ສິດສອນວິຊາດັ່ງກ່າວນີ້ໃຫ້ລູກຊາຍສອງ ຄົນເຮັດໄດ້, ລູກສາວສອງຄົນເຮັດໄດ້, ລູກໄພ້ສອງຄົນເຮັດໄດ້ ແລະ ລູກເຂີຍ ໜຶ່ງຄົນກໍເຮັດ ໄດ້ ເຊັ່ນ ກັນ ທັງເປັນໄລຍະທີ່ໄດ້ເລີ່ມສ້າງຕັ້ງເປັນກຸ່ມຫັດຖະກຳຜະ ລິດຂັນ, ໂອ ແລະ ເຄື່ອງປະດັບຂຶ້ນຢູ່ທີ່ບ້ານວຽງສະຫວັນ, ຕົນເອງ ຈິ່ງໄດ້ປ່ຽນວິທີການດຳ ເນີນກິດຈະການແບບໃໝ່ໂດຍ ໄປຮັບເອົາຮູບປະພັນຂອງຂັນ, ໂອມາແກະສະຫຼັກ ແລະ ສັບລິງສັບລາຍ, ເພາະວິທີ ນີ້ເຫັນວ່າມັນງ່າຍ ແລະ ສະ ດວກຂຶ້ນຕື່ມທັງ ບໍ່ໄດ້ລົງທຶນຫຍັງມີແຕ່ໃຊ້ແຮງ ງານເທົ່ານັ້ນ, ສ່ວນຄ່າແຮງງານ ແມ່ນໄດ້ຄິດໄລ່ຕາມນໍ້າໜັກ ຂອງຂັນ ແລະ ໂອກິໂລລະ175.000 ກີບຖ້າຂັນ ແລະ ໂອຫາກມີນໍ້າໜັກເຖິງ 5 ກິໂລ, ຈະໄດ້ຮັບຄ່າແຮງງານ 875.000 ກີບ/ໜ່ວຍ ສາມາດເຮັດໄດ້ 2 ມື້/ໜ່ວຍ, ຄິດສະເລັ່ຍສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ປະມານ 8 -10 ລ້ານກີບ/ເດືອນ.
ນ. ຂຽນຄຳ ກຸມພົນພັກດີ ລູກສາວເຈົ້າຂອງກິດຈະການ ດັ່ງກ່າວໄດ້ໃຫ້ຮູ້ວ່າ: ແຕ່ກ່ອນ ຕົນເອງ ແລະ ຜົວບໍ່ມັກ ອາຊີບນີ້ ແລ້ວພາກັນໄປຊອກຫາເຮັດ ວຽກ, ຕົນເອງໄປຮັບຈ້າງເປັນ ແມ່ບ້ານ ສ່ວນຜົວໄປເຮັດວຽກກໍ່ ສ້າງທົ່ວ ໄປ, ແຕ່ມາເບິ່ງສະພາບ ຄອບຄົວກໍຍັງຕົກລະກຳລຳບາກ ຢູ່ຄືເກົ່າ ຈິ່ງໄດ້ກັບຄືນມາເຮັດອາຊີບນີ້ກັບແມ່. ມາຮອດປັດຈຸ ບັນນີ້ແມ່ນໄດ້ 5 ປີກ່ວາແລ້ວ ເຫັນວ່າສະພາບຄອບຄົວດີຂຶ້ນ ກວ່າແຕ່ກ່ອນຫຼາຍ, ຍ້ອນວ່າ ທຸກ ຄົນພາຍໃນຄອບຄົວໄດ້ ພ້ອມພຽງຮຽງໜ້າກັນ, ມີຄວາມສາມັກຄີກັນ ແລະ ຊ່ວຍກັນເຮັດ ເພາະມັນເປັນທຸລະກິດ ແບບຄອບຄົວ ແລະ ສາມາດສ້າງ ລາຍຮັບມາໃຫ້ຄອບຄົວໄດ້ຢ່າງໜ້າເພິ່ງພໍໃຈ.
ປ້າ ບົວຮຽງ ກ່າວວ່າ: ຕົນ ເອງມີຄວາມພາກພູມໃຈເປັນ ຢ່າງຍິ່ງທີ່ໄດ້ມີກິດຈະການນີ້, ເປັນກິດຈະການທີ່ສາມາດ ສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ມີຢູ່ ມີກິນ, ມີທຶນຊຸກຍູ້ການສຶກສາ ໃຫ້ລູກຫຼານ, ມີເງິນແຮໄວ້ເພື່ອ ປິ່ນປົວ ສຸຂະພາບໃນຍາມເຈັບ ເປັນສາມາດຊື້ລົດໃຫຍ່ຮັບໃຊ້ ຄອບຄົວ ແລະ ເຮັດໃຫ້ຄອບຄົວ ໄດ້ຫຼຸດພົ້ນອອກຈາກ ຄວາມທຸກຍາກແລ້ວ ແລະ ຖ້າຜູ້ໃດມີຄວາມ ສົນໃຈຕ້ອງການຢາກຈະປະ ກອບອາຊີບນີ້ກະລຸນນາມາພົວ ພັນໄດ້ຢູ່ທີ່ ບ້ານວຽງສະຫວັນ, ໜ່ວຍ 14, ຮ່ອມທີ 3 ຈະຮັບ ສອນ ໃຫ້ໂດຍບໍ່ຄິດຄ່າແຮງງານ ແຕ່ຢ່າງໃດ, ເພາະຄວາມຫວັງ ຂອງຕົນເອງແມ່ນເພື່ອຢາກຊຸກຍູ້ສົ່ງເສີມສີໄມ້ລາຍມືຂອງຄົນ ລາວ, ໃຫ້ລູກຫຼານໄດ້ມີວຽກ ເຮັດງານທຳ ແລະ ມີອາຊີບທີ່ດີ ເປັນຂອງຕົນເອງ.
ປ້າ ບົວຮຽງ ໄດ້ສູ້ຊົນມາ ເປັນເວລາ ເກືອບ20 ປີແລ້ວ, ບົນເສັ້ນທາງແຫ່ງການດຳເນີນ ທຸລະກິດແບບຄອບຄົວ ດ້ວຍ ການຢຶດຖືເອົາອາຊີບຕີຂັນ-ຕີໂອ ແລະ ແກະສະຫຼັກອັນເປັນມູນ ມັງສືບທອດຈາກຜົວ ເຊິ່ງບາງ ໄລຍະ ກໍຫຍຸ້ງຍາກລຳບາກ ແລະ ບາງໄລຍະກໍດຳເນີນໄປດ້ວຍດີກວ່າຈະເຖິງວັນນີ້ໄດ້ກໍຕ້ອງໄດ້ ຜ່ານຜ່າອຸປະສັກທຸກຢ່າງ ທີ່ ຂວາງກັ້ນ, ແຕ່ກໍມີຄວາມເຊື່ອ ໝັ້ນໃນອຸດົມການຂອງຕົນ, ນັ້ນ ກໍຄືຄວາມມານະອົດທົນ ແລະ ຄວາມພາກ ພຽນຈິ່ງເຮັດໃຫ້ທຸ ລະກິດດັ່ງກ່າວດໍາເນີນໄປດ້ວຍ ດີ ແລະ ສາມາດເປັນເສົາຫຼັກໃຫ້ຄອບຄົວໄດ້.