ເທດສະການອາຫານເອີຣົບ ຄັ້ງທີ 6 ຈະໄຂຂຶ້ນ ໃນວັນທີ 6 ພຶດສະພານີ້ ທີ່ນະຄອນຫລວງວຽງຈັນ
April 26, 2017 - 3:33 PM


ທ່ານ ລີໂອ ຟາບຽງ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ ກ່າວວ່າ: ເທດສະການດັ່ງກ່າວໄດ້ຈັດຂຶ້ນຄັ້ງທຳອິດໃນປີ 2012 ເຊິ່ງມີຊາວຕ່າງປະເທດ ແລະ ປະຊາຊົນລາວໃຫ້ຄວາມສົນໃຈເປັນຢ່າງດີ, ໃນປີນີ້ຈະມີບັນດາຮ້ານອາຫານທີ່ມີຊື່ສຽງໃນລາວຫລາຍກວ່າ 30 ຮ້ານເຂົ້າຮ່ວມ, ພິເສດການຕົບແຕ່ງຮ້ານອາຫານໃນຄັ້ງນີ້ຍັງໄດ້ບົ່ງບອກເຖິງເອກະລັກຂອງແຕ່ລະປະເທດ. ນອກນີ້ ຍັງໄດ້ມີກິດຈະກຳຕ່າງໆຢ່າງຫລວງຫລາຍ ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມມ່ວນຊື່ນນຳອີກ.