ໂຊກຕ່າງລາງ
ໂດຍ: ທິດກ່ຳ
ໃນຊຸມປີ 1980 ຕອນ ທິດກ່ຳ ມາຢູ່ນະຄອນຫລວງ ວຽງຈັນໃໝ່ໆ ເກືອບເວົ້າໄດ້ ວ່າ, ມີຫລາຍສິ່ງຫລາຍຢ່າງ ທີ່ບໍ່ທັນມີຄວາມຈະເລີນຄື ສະໄໝນີ້, ບໍລິເວນອ້ອມເດີ່ນ ທາດຫລວງກໍຍັງເປັນເດີ່ນ ຫຍ້າເວລາຝົນຕົກມານ້ຳໄຫລທັງຊຸຈາກບ່ອນສູງໄປຫາທີ່ ຕ່ຳ ເຂດແດນລະຫວ່າງ ບ້ານ ໂພນສະອາດ ເມືອງໄຊເສດ ຖາກັບ ບ້ານ ສີບຸນເຮືອງ ເມືອງຈັນທະບູລີ ຍັງເປັນທົ່ງ ນາ, ມີຫ້ວຍນ້ອຍໄຫລຜ່ານ ຂັ້ນກາງລະຫວ່າງສອງບ້ານ ເອີ້ນວ່າຮ່ອງໜອງບອນພໍ ເຖິງຍາມຝົນມານ້ຳລົ້ນອັ່ງ ກໍພາກັນໄປຕຶກແຫ, ຕຶກກະ ດຸ້ງແຊວໆ ຍາມແລ້ງມາທິດ ກ່ຳ ເຄີຍໄປໃສ່ລອບ, ຕຶກເບັດ ໄດ້ປາສະລິດໂຕສ່ຳຝາມື, ປາກະເດີດກໍໄດ້ພໍກຸ້ມແລງກຸ້ມ ງາຍໄລຍະເດືອນສິບເອັດສິບ ສອງຫລັງຈາກເຈົ້າຂອງເພິ່ນກ່ຽວເຂົ້ານາປີອອກແລ້ວ, ໄຮ່ ນາກໍກາຍເປັນເດີ່ນເຕະບານ, ເດີ່ນກະຕໍ້ຂອງຊາວໜຸ່ມ ແລະ ເດັກນ້ອຍເຍົາວະຊົນແຖວ ບ້ານໃກ້ຄຽງ, ພາບບັນຍາ ກາດສະໄໝນັ້ນ, ເຖິງວ່າ ຍັງ ຢູ່ແບບຊົນນະບົດແຕ່ເບິ່ງ ເລິກໆ ກໍເຫັນວ່າທຸກຄົນມີ ຄວາມສຸກອັນສຳຄັນແມ່ນບໍ່ ມີຂໍ້ຂັດແຍ້ງ, ຂໍ້ລະແວງສົງໄສ ແລະ ເວົ້າວ່າຈົມນ້ອຍຈົ່ມ ໃຫຍ່ໃຫ້ກັນ.
+ ລັດຖະມົນຕີ ຮສສ ເນັ້ນແຂວງວຽງຈັນເອົາໃຈໃສ່ພັດທະນາສີມືແຮງງານໃຫ້ເຂົ້າສູ່ມາດຕາຖານ
+ ກອງປະຊຸມປຶກສາຫາລືການຈັດຕັ້ງເປົ້າໝາຍພັດທະນາແບບຍືນຍົງ
ພໍກ້າວເຂົ້າສູ່ຍຸກພັດທະ ນາບ້ານເມືອງຈະເລີນຮຸ່ງ ເຮືອງໃນປັດຈຸບັນ, ທົ່ງນາ ກັບດິນດອນຕອນຫຍ້າແຖວ ນີ້ໄດ້ກາຍເປັນກຳມະສິດຂອງ ຜູ້ລົງທຶນຕ່າງປະເທດຈົນກ້ຽງ ເອີດເຕີດ ເນື້ອທີ່ເປັນຕອນດິນ ຂອງເອກະຊົນທີ່ໄດ້ຂາຍເຂົາ ກໍປຸກສ້າງຕຶກຫ້າງຮ້ານສູງ ສຽດຟ້າ, ເປັນສູນການຄ້າ, ທະນາຄານ, ເປັນໂຮງແຮມ, ອັນເປັນສີສັນຂອງຕົວເມືອງ ໃຫຍ່ ແລະ ສຸດຍອດຂອງ ຄວາມຈະເລີນ, ໂຕທີ່ເປັນ ຮ່ອງນ້ຳອັນດິນລັດດິນຫລວງກໍຖືກດັດແປງກໍເປັນທໍ່ໃຫຍ່ ຄືອຸໂມງເທດ້ວຍເບຕົງປົກ ເທິງກາຍເປັນເສັ້ນທາງໃຫຍ່ ເບິ່ງແລ້ວກໍສະອາດງົດງາມ ກວ່າແຕ່ກ່ອນຫລາຍເທົ່າ.
ໃນເບື້ອງຕົ້ນ, ພາຍຫລັງ ເຫັນເພິ່ນລົງມືສ້າງສາພັດທະນາທຳອິດຫລາຍໆຄົນທີ່ຢູ່ ອ້ອມຂ້າງໃກ້ຄຽງຕ່າງກໍພາກັນຈົ່ມຍ້ອງ ແລະ ດີໃຈເພາະ ຕໍ່ໄປຈະມີຄວາມສະດວກສະບາຍໃນຫລາຍດ້ານເປັນຕົ້ນ, ການຈອດລົດລາງພາຫະ ນະຂອງຜູ້ຢູ່ຂ້າງຄຽງ, ການ ທຽວເຂົ້າ-ອອກໄປມາ ຕະ ຫລອດເຖິງການໄປຊອບບິ້ງຊື້ເຄື່ອງຂອງກໍຈະສະດວກສະບາຍຫລາຍຂຶ້ນ, ຮ່ອງໜອງ ບອນທີ່ເປັນບ່ອນເຄີຍຊອກຢູ່ຫາກິນໃນສະໄໝກ່ອນກໍໄດ້ ກັບກາຍມາເປັນເສັ້ນທາງອັນກວ້າງຂວາງ, ທັງມີປະຕູໂຂງ ເຂົ້າມີຊື່ຂຽນໂຕໜັງສືບັກ ໃຫຍ່ວ່າ “ສະກາຍຊີຕີ” ເປັນ ເມືອງແຫ່ງສີສັນ ແລະ ງົດ ງາມ.
ພາຍຫລັງໂຄງການໄດ້ກໍ່ສ້າງສຳເລັດແລ້ວ, ສິ່ງທີ່ບໍ່ ຄາດຝັນນັ້ນກໍເກີດຂຶ້ນຄືຜູ້ ລົງທຶນເຂົາບໍ່ອະນຸຍາດໃຫ້ລົດ ທຸກຊະນິດຂອງຄົນທີ່ຢູ່ຂ້າງ ຄຽງນັ້ນມາຈອດຕາມແຄມ ທາງໃຫຍ່ເຂົ້າ-ອອກດັ່ງກ່າວ ເພາະວ່າມັນເປັນເສັ້ນທາງທີ່ ເພິ່ນສ້າງເອງ ນອກຈາກນັ້ນ, ພວກເພິ່ນກໍເອົານ້ຳສີມາແຕ້ມເປັນລ໊ອກໂດຍມີການກຳນົດວ່າສີຂາວໃຫ້ເປັນບ່ອນຈອດລົດພະນັກງານຂອງເພິ່ນ, ສ່ວນທີ່ເປັນສີສົ້ມຖ້າມີໃຜມາຈອດ ເພິ່ນກໍເກັບເອົາເງິນ ຄັນ ລະ 5.000 ກີບຕໍ່ຄັ້ງທີ່ມາ ຈອດບໍ່ອະນຸຍາດໃຫ້ໃຜມາ ຈອດລ້າຈະເປັນລູກຄ້າ, ຄົນ ມາພົວພັນວຽກງານ ຫລື ແມ່ນ ຄົນທີ່ຢູ່ບ້ານຂ້າງຄຽງນັ້ນກໍ ຕາມຕ້ອງໄດ້ເສຍເງິນຄ່າ ຈອດທັງໝົດ ຖ້າໃຜບໍ່ພໍ ໃຈປະ ຕິບັດກໍໃຫ້ໜີໄປຈອດຢູ່ບ່ອນ ອື່ນ ຫລື ໄປຈອດຢູ່ໃສກໍແລ້ວ ແຕ່ ຂ້ອຍບໍ່ສົນບໍ່ກ່ຽວເພາະ ບ່ອນນີ້ແມ່ນຂ້ອຍເປັນຜູ້ລົງ ທຶນເຮັດເອງ ວ່າຊັ້ນ ! ມີມື້ໜຶ່ງ ທິດກ່ຳ ໄດ້ເຫັນເຂົາຖຽງກັນ ເລື່ອງຈອດລົດກັບຄົນຂ້າງ ຄຽງຈົນເຖິງຂັ້ນທ້າລົງໝັດ ລົງມວຍໃສ່ກັນວ່າ ເຮືອນ ຂ້ອຍກໍຢູ່ແຄມທາງເຂົ້າ- ອອກເສັ້ນນີ້ ຈະໃຫ້ຂ້ອຍໄປ ຈອດຢູ່ໃສເພາະບ່ອນນີ້ຂ້ອຍ ເຄີຍຈອດແຕ່ໃດມາແຕ່ດົນ ແລ້ວເຂົາຜູ້ນັ້ນກໍໄດ້ແຕ່ຍົກ ມືທັງຕອດຫົວໃສ່ປະຕິເສດ ງອກໆທັງໆທີ່ຄົນຜູ້ນັ້ນກໍ ບໍ່ຮູ້ຮອດພາສາລາວພໍສ່ຳ ຫາງອຶ່ງ.
ຕາມທິດກ່ຳວ່າ, ນີ້ລະຄື ໂທດຂອງຄວາມຢາກໂດຍບໍ່ຄຳນຶງເຖິງຜົນກະທົບຕໍ່ສິ່ງ ແວດລ້ອມ ແລະ ເປັນມິດກັບ ທຳມະຊາດ, ລະຫວ່າງຜົນ ປະໂຫຍດຂອງຜູ້ໄດ້ປຽບກັບຜູ້ເສຍປຽບ,ຍັງມີອີກຫລາຍ ເລື່ອງຫລາຍລາວສາວຍືດ ສາວໄຍທີ່ກ່ຽວຂ້ອງກັບການສ້າງສາພັດທະນາຢູ່ບ້ານ ເມືອງເຮົາ, ເລື່ອງການຫັນຊັບ ເປັນທຶນ, ການຍຶດຈ່ອງລັກ ໂລບເອົາດິນຕອນຕອນຫຍ້າ ໂດຍວິທີສວຍໃຊ້ກາລະໂອ ກາດໃຫ້ເປັນຜົນປະໂຫຍດສູງສຸດຂອງຜູ້ລົງທຶນແຕ່ໄປແຕະຕ້ອງເຖິງສິດຂອງຄົນໃນ ທ້ອງຖິ່ນໃກ້ຄຽງສຸດທ້າຍບໍ່ ໄວກໍຊ້າ, ບໍ່ປີນີ້ກໍປີໜ້າ, ປີຕໍ່ໆ ໄປເຮົາອາດຈະບໍ່ມີຮອດປ່າ ຊ້າສຳລັບໄວ້ຖິ້ມຄົນຕາຍກໍ ອາດເປັນໄດ້, “ໂຊກຕ່າງລ່າງ ຊາຕາຕ່າງລາງ ຢະເອີຍ”./.