ເລີ່ມເປັນພະນັກງານ ເລີ່ມຄິດເລື່ອງບຳນານ
ຈານແຫຍ່
ຊື່ບົດປະຈຳວັນນີ້ ຈານ ແຫຍ່ ຜ້ຽນມາຈາກຄຳຂວັນ ປະຈຳໃຈທີ່ຄິດພໍ້ ເມື່ອເກືອບ ຊາວປີຍ້ອນຫລັງນັ້ນຄື “ຕຽມ ບຳນານນັບແຕ່ມື້ເຂົ້າການ” ການຄິດອອກຊອກເຫັນຄຳ ຂວັນປະຈຳໃຈ ໃນຍ່ານຊີວິດ ທີ່ ເປັນພະນັກງານນີ້ ມີຂຶ້ນ ເມື່ອຈານແຫຍ່ ເປັນພະນັກ ງານເງິນເດືອນມາແລ້ວ ເກືອບເຄິ່ງອາຍຸການ ເຊິ່ງເຮັດ ໃຫ້ຈານແຫຍ່ມີທັງນ້ອຍໃຈ ແລະ ດີໃຈ. ນ້ອຍໃຈກໍເພາະ ວ່າ ຄິດໄດ້ອ່າວຊ້າ, ມັນຄວນ ຄິດໄວ້ແຕ່ລະມື້ ເຂົ້າການພຸ້ນ. ສ່ວນພູດດີໃຈນັ້ນ ແມ່ນເຫັນ ວ່າ ຍັງບໍ່ຊ້າເກີນໄປດີກວ່າ ບາງຄົນ, ຍັງປີໜຶ່ງສອງປີຊີ ເຂົ້າບຳນານແລ້ວຈຶ່ງຄິດພໍ້. ພໍ ຄິດພໍ້ ກໍຮູ້ສຶກກະວົນກະວາຍ.
+ ການເງິນແຂວງຈໍາປາສັກ-ສະຫວັນນະເຂດປະກາດແຕ່ງຕັ້ງຊັບຊ້ອນພະນັກງານຫລາຍຕໍາແໜ່ງ
+ ເປັນພະນັກງານບຳນານຢ່າພາກັນຄິດອຸກອັ່ງ
ສ່ວນຜູ້ທີ່ “ກຽມບຳ ນານ” ໄວ້ແຕ່ເນີ້ນໆ ນັ້ນມີ ຄວາມທຸ່ນທ່ຽງບວກກັບດີ ໃຈ ວ່າ ໃນຊີວິດໜຶ່ງໆ ເຮົາທັງໄດ້ ສຶກສາຮ່ຳຮຽນ, ທັງໄດ້ເຮັດ ການ ແລະ ທັງໄດ້ພັກຜ່ອນ ພາຍຫລັງສຳເລັດວຽກທີ່ຕົນ ເອງເລືອກເຮັດ ແລະ ສັງຄົມ ມອບໃຫ້ເຮັດ.
ໃນຍ່ານຊີວິດພະນັກ ງານທີ່ກິນເວລາສາມສິບປີ ກວ່າໆ ຂອງຕົນນັ້ນ,ຈານ ແຫຍ່ໄດ້ເຫັນຮ້ອຍອັນພັນ ແນວກ່ຽວກັບຄວາມຮູ້ສຶກ ຂອງພະນັກງານທີ່ພວມກ້າວຂາສູ່ປະຕູບຳນານ ແລະ ຜູ້ທີ່ ເຂົ້າບຳນານໄປແລ້ວຫລາຍ ຄົນ ເມື່ອບຳນານໄປແລ້ວ ຊີວິດກໍປ່ຽມລົ້ນໄປດ້ວຍ ຄວາມສຸກ, ສຸຂະພາບດີກວ່າ ຕອນເປັນພະນັກງານ, ມີ ວຽກສົມອາຍຸເຮັດເພື່ອຕື່ມ ເຕັມຊີວິດ ແລະ ເປັນພູມຕ້ານ ທານຄວາມເຫງົາ. ແຕ່ຕົງ ຂ້າມມີພະນັກງານຈຳນວນບໍ່ ໜ້ອຍພໍເຂົ້າບຳນານກໍເຮັດ ຕອກຊ໋ອກຄືໄກ່ຕົກນ້ຳ, ໃບ ໜ້າອົມທຸກ, ກະວົນກະວາຍບໍ່ ຮູ້ແນວຊິເຮັດ, ມີບາງຄົນເຂົ້າ ບຳນານໄປແລ້ວເກືອບປີກໍ ຍັງລືມຄາວວ່າ ຕົນຍັງເປັນ ພະນັກງານຢູ່ຄືເກົ່າເຖິງຂັ້ນ ຫິ້ວກະແຕ໋໋ບ ເບັດໜ້າໄປຫ້ອງ ການ (ອັນນີ້ເສົາວ່າ!) ຍິນ ແລ້ວຄິດວ່າເປັນເລື່ອງຕະ ຫລົກ! ເຫດໃດຄົນເຮົາ ຈຶ່ງ ເສບຕິດຫ້ອງການເອົາກະ ເດ້ຍກະດໍ້ ປານຕິດຢາບ້າ! ຄົນ ບຳນານ ປະເພດນີ້ ຢ່າຫວັງ ວ່າ ຈະມີຄວາມສຸກເພາະໃຈ ມັນເປັນທຸກຍ້ອນເສຍດາຍອຳ ນາດ, ລາບຍົດສັນລະເສີນທີ່ ຫລຸດອອກຈາກມືໄປຕໍ່ໜ້າຕໍ່ ຕາ. ເມື່ອເປັນແນວນີ້ ໂລກໄພ ໄຂ້ ເຈັບມັນກໍພາກັນຍິ້ມ ແລະ ເຈຍກັນເຂົ້າມາຫາເປັນພຶງ! ການ “ກຽມບຳນານ ນັບແຕ່ມື້ ເຂົ້າການນັ້ນ” ເຮັດແນວໃດ? ຖ້າຍາກຮູ້, ເຊີນອ່ານບົດຈຳ ນວນໜຶ່ງຂອງ “ທິດກ່ຳ” ທີ່ ເວົ້າລະອຽດວ່າ ຊີວິດໃນ ຍ່ານ ບຳນານ ວ່າຄວນເຮັດແນວ ໃດໃຫ້ມັນເກີດປະໂຫຍດສູງ ສຸດຕາມເງື່ອນໄຂຂອງມັນ.
ສຳລັບຈານແຫຍ່ແລ້ວ ການຕຽມບຳນານນັ້ນຕ້ອງ ເລີ່ມຈາກການຕຽມທາງດ້ານຈິດໃຈຄື ຕ້ອງຮັບຮູ້ແຕ່ຫົວ ທີ່ ໂລດວ່າ “ເມື່ອມີເຂົ້າຕ້ອງ ມີອອກ” ບໍ່ມີໃຜຈະເປັນພະ ນັກງານ “ຢູ່ຄຳຟ້າ” ໄດ້. ອັນ ທີສອງຕ້ອງຕຽມດ້ານວິຊາ ຄວາມຮູ້ວິຊາສະເພາະໃຫ້ ກາຍເປັນວິຊາກະເພາະ (ເພື່ອ ລ້ຽງປາກລ້ຽງທ້ອງ) ຈານ ແຫຍ່ຮຽນຈົບວິຊາໜັງສືພິມມາ ແລະ ໄດ້ຝຶກກັນມາກວ່າ 30 ປີ ຕະຫລອດຍ່ານຊີວິດ ພະນັກງານ ແລະ ມັນກໍພໍ ເປັນ ທີ່ເພິ່ງໄດ້ ເມື່ອບວກໃສ່ເງິນ ບຳນານແຕ່ລື່ນນັ້ນແມ່ນຄວາມດີໃຈທີ່ໄດ້ມອບທັງສອງຝາມືໃຫ້ມັນເພາະບໍ່ມີວຽກລັດຖະການມາຫຍຸ້ງ.
ບາງຄົນອາດຖາມຈານແຫຍ່ວ່າ ບໍ່ມີວິຊາສະເພາະ ບໍ່ມີ ດິນພໍທໍ່ຝາມື, ເງິນເດືອນກໍບໍ່ ກຸ້ມກິນແລ້ວຊິຕຽມບຳນານ ໄດ້ແນວໃດ? ຈານແຫຍ່ເຄີຍ ເຫັນພະນັກງານຈຳນວນໜຶ່ງຂະຫຍັນແຕ່ ຍາມເຍົາໄວ. ພວກເຂົາຍາດເວລາຮັບ ແສ່ວ ກະດຸມເສື້ອ, ຕັດຫຍິບຖົງ ເຈ້ຍ ໃຫ້ຮ້ານຂາຍເຂົ້າໜົມ, ຮັບ ເອົາເຄື່ອງກອງມາຂາຍ, ຊອກ ກ້ານພ້າວມາເຫລົາມັດເປັນ ພອຍຂາຍ ແລະ ມີບາງຄົນ ຕື່ນແຕ່ເຊົ້າໆ ໄປຮັບເໝົາ ກວາດແຄມທາງ.
ຈານແຫຍ່ວ່າຖ້າຂະ ຫຍັນບວກກັບຄວາມຕັ້ງໃຈ ແລ້ວກໍຄົງບໍ່ອຶດທາງອອກ. ທີ່ເວົ້າມານີ້ແມ່ນ ການຕຽມ ອັນທີສາມກ່ອນເຂົ້າບຳນານນັ້ນກໍຄືຕຽມດ້ານເສດຖະກິດ ຢ່າງໜ້ອຍກໍພໍຊ່ວຍໃຫ້ຢືນ ດ້ວຍລຳແຄ່ງລຳຂາ. ຂອງຕົນ ເອງໄດ້. ເລື່ອງນີ້ເວົ້າກໍງ່າຍ ແລະ ເຮັດກໍງ່າຍຖ້າຄິດ ໄວ້ແຕ່ ມື້ເຂົ້າເປັນພະນັກງານ!