ເສັ້ນທາງ 450 ປີຂາດລະບຽບຈະລາຈອນ

ເສັ້ນທາງ 450 ປີຂາດລະບຽບຈະລາຈອນ - 13900320 694974447323628 1709958588415317168 n - ເສັ້ນທາງ 450 ປີຂາດລະບຽບຈະລາຈອນ
ເສັ້ນທາງ 450 ປີຂາດລະບຽບຈະລາຈອນ - kitchen vibe - ເສັ້ນທາງ 450 ປີຂາດລະບຽບຈະລາຈອນ

  ໂດຍ: ທ່ຽງທຳ

ສະບາຍດີ, ເພື່ອນຜູ້ອ່ານທີ່ຮັກແພງ, ໃຜໆກໍຈະຕົກໃຈ ເມື່ອໄດ້ຂັບລົດຜ່ານໄປເສັ້ນທາງປະຫວັດສາດດັ່ງກ່າວ, ເຖິງຈະເປັນເສັ້ນທາງເບຕົງສອງເລນຂະໜາດໃຫຍ່ເກືອບຢູ່ອັນດັບ ໜຶ່ງຂອງລາວ, ເນື່ອງຈາກວ່າຜູ້ຂັບລົດບັນທຸກຂະໜາດໃຫຍ່, ລົດແກ່ດິນແກ່ຊາຍ-ແກ່ຫີນອີກຈຳນວນຫລາຍບໍ່ມີການນັບຖືລະບຽບຈະລາຈອນແຕ່ຢ່າງໃດ, ມີຫລາຍຈຸດຜູ້ຂັບຂີ່ລົດ ດັ່ງກ່າວບໍ່ໄດ້ເອົາຫົວຊາເລີຍຕໍ່ທາງຂຶ້ນທາງລ່ອງ ແລນລົດສວນທາງມາຢ່າງໜ້າຢ້ານກົວ ແລະ ມີຄວາມສ່ຽງສູງທີ່ຈະກໍໃຫ້ເກີດອຸປະຕິເຫດຢູ່ເສັ້ນທາງດັ່ງກ່າວ, ບາງຄັ້ງ, ບາງຄັນບັນດາລົດແກ່ດິນແກ່ຊາຍເລົ່ານັ້ນກໍບໍ່ໄດ້ປົກປິດແຕ່ຢ່າງໃດ, ຂີ້ດິນ, ຂີ້ຊາຍ ແລະ ຫີນ ຕົກລົງມາໄປຕາມທາງຢ່າງກະທຶກ, ຖ້າໃຜໂຊກບໍ່ດີແດ່ແລ່ນລົດຜ່ານໄປກໍອາດມີຄວາມ ສ່ຽງໃຫ້ເກີດອຸປະຕິເຫດ ແລະ ແຫວ່ນລົດແຕກກໍເປັນໄດ້, ເບິ່ງແລ້ວໂດຍບໍ່ມີຜູ້ຄຸ້ມຄອງລະບຽບການສັນຈອນໃນເສັ້ນທາງດັ່ງກ່າວເລີຍ, ຂະນະທີ່ມີໄຟແດງຢູ່ຈຸດໜຶ່ງລະຫວ່າງບ້ານນາຄວາຍຕັດອອກເສັ້ນທາງ 13 ໃຕ້, ທີ່ເຄີຍມີອຸປະຕິເຫດ ແລະ ເອົາສົບໄປແລ້ວນັບບໍ່ຖ້ວນ, ຈົນຝ່າຍໂຍທາທິການໄດ້ເຮັດປ້າຍເຕືອນໄວ້ ວ່າລະວັງເຂດໄຟແດງມໍລະນະ ແລະ ກໍເປັນຕາແປກເສັ້ນທາງແຫ່ງນີ້ສ້າງມາຫລາຍປີແລ້ວ ເພື່ອລະນຶກວັນວຽງຈັນເປັນນະຄອນຫລວງແຫ່ງປະເທດລາວຄົບຮອບ 450 ປີ, ໃນເວລານັ້ນກໍອາດແມ່ນປີ 2009, ຈົນມາຮອດປັດຈຸບັນ ສ່ວນຫລວງຫລາຍຂອງ ເສັ້ນທາງດັ່ງກ່າວແມ່ນບໍ່ມີໄຟ ເຍືອງທາງເລີຍ, ຄ່ຳມາເບິ່ງເຫັນແຕ່ຕາໄຟລົດທັງຕ່ຳທັງສູງແຂ່ງຂັນເຍືອງໃສ່ກັນຈົນຈະເບິ່ງ ບໍ່ເຫັນຊ່ອງທາງຈະລາຈອນເລີຍ, ນອກຈາກຄວາມສ່ຽງກໍໃຫ້ເກີດອຸປະຕິເຫດແລ້ວ, ໃຜໆບ່ອນມືດໆກໍຢ້ານໂຈນກັບດັບເພື່ອປຸ້ນຈີ້ກໍມີ.

ເສັ້ນທາງ 450 ປີຂາດລະບຽບຈະລາຈອນ - Visit Laos Visit SALANA BOUTIQUE HOTEL - ເສັ້ນທາງ 450 ປີຂາດລະບຽບຈະລາຈອນ

ເອົາລະເວົ້າມາກໍມີຫລາຍເລື່ອງຄວາມສ່ຽງຂອງອຸປະຕິເຫດໃນເສັ້ນທາງດັ່ງກ່າວ. ດັ່ງນຂໍຮຽກຮ້ອງໃຫ້ກຳລັງເຈົ້າໜ້າທີ່ຈະລາຈອນເຮົາເຂັ້ມງວດຕື່ມ ໃນການຄວບຄຸມລະບຽບຈະລາ ຈອນເສັ້ນທາງດ່ັງກ່າວ, ທັງນີ້ກໍ ເພື່ອຄວາມສຸກຄວາມສີວິໄລຂອງ ບ້ານເມືອງ./.

+ ກົມ​​ຈະລາຈອນຈະເອົາໃຈໃສ່ກວດກາຄວາມປອດໄພຂອງຜູ້ໃຊ້ລົດໃຊ້ຖະໜົນໃຫ້ເຂັ້ມງວດ

+ ບໍ່ຄວນຖືເບົາດ້ານລະບຽບຈະລາຈອນ

ເສັ້ນທາງ 450 ປີຂາດລະບຽບຈະລາຈອນ - 13900320 694974447323628 1709958588415317168 n - ເສັ້ນທາງ 450 ປີຂາດລະບຽບຈະລາຈອນ

ເສັ້ນທາງ 450 ປີຂາດລະບຽບຈະລາຈອນ - 3 - ເສັ້ນທາງ 450 ປີຂາດລະບຽບຈະລາຈອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!